ຮອງນາຍົກລັດຖະມົນຕີ ຊຸກຍູ້ວຽກງານຢູ່ ແຂວງ ຊຽງຂວາງ

ໃນວັນທີ 21-22 ເມສາ 2022 ນີ້, ທ່ານ ສອນໄຊ ສີພັນດອນ ຮອງນາ ຍົກລັດຖະມົນຕີ ພ້ອມດ້ວຍຄະນະ ໄດ້ເຄື່ອນໄຫວຊຸກຍູ້ວຽກງານການພັດທະນາເສດຖະ ກິດ-ສັງຄົມ ຢູ່ແຂວງ ຊຽງຂວາງ ໂດຍມີ ທ່ານ ບຸນຈັນ ສີວົງພັນ ເຈົ້າແຂວງຊຽງຂວາງ ພ້ອມດ້ວຍຄະນະນຳຂອງແຂວງ, ຜູ້ຕາງໜ້າພະແນກການ ແລະ ຄະນະນຳຂອງເມືອງທີ່ກ່ຽວຂ້ອງ ໃຫ້ການຕ້ອນຮັບຢ່າງອົບອຸ່ນ.

ທ່ານ ບຸນຈັນ ສີວົງພັນ ຕາງໜ້າອົງການປົກຄອງແຂວງ ໄດ້ລາຍງານໃຫ້ຊາບໂດຍຫຍໍ້ກ່ຽວກັບສະພາບທີ່ຕັ້ງຈຸດພິເສດ ແລະ ສະພາບການພັດທະນາເສດຖະກິດ-ສັງຄົມຂອງແຂວງ ເຫັນວ່າ: ແຂວງ ຊຽງຂວາງ ໄດ້ເອົາໃຈໃສ່ ສູ້ຊົນປະຕິບັດຕາມໜ້າທີ່ການເມືອງທີ່ໄດ້ຮັບມອບໝາຍ ໂດຍສະເພາະການສູ້ຊົນປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ປີ 2022 ກໍຄື ແຜນພັດທະນາເສດຖະກິດ-ສັງຄົມຂອງແຂວງ ຢ່າງຫ້າວຫັນ ແລະ ມີຄວາມເອົາໃຈໃສ່.

ສຳລັບການຈັດຕັ້ງປະຕິບັດ ແຜນພັດທະນາເສດຖະກິດ-ສັງຄົມ ປີ 2021 ໃນໄລຍະຜ່ານມາ ແລະ ການປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ໄຕມາດ 1 ປີ 2022 ຕິດພັນກັບການປະຕິບັດ 2 ວາລະແຫ່ງຊາດ, ການປະຕິບັດວຽກງານກໍ່ສ້າງຮາກຖານການເມືອງ (ຕາມ 4 ເນື້ອໃນ 4 ຄາດໝາຍ), ການພັດທະນາຊົນນະບົດລົບລ້າງຄວາມທຸກຍາກ ຕາມດຳລັດ 348/ລບ, ການປະຕິບັດວຽກງານ 3 ສ້າງ (ຕາມມະຕິ 25/ກມສພ ແລະ ຄຳສັ່ງ 34/ນຍ), ການແຂ່ງຂັນຮັກຊາດ ແລະ ພັດທະນາຂອງແຂວງ ແລະ ການສະເຫລີມສະຫລອງປີ ມິດຕະພາບລາວ-ຫວຽດນາມ 2022 ໄດ້ຮັບຜົນສໍາເລັດຕາມແຜນການທີ່ວາງໄວ້. ສໍາລັບວຽກງານທີ່ພົ້ນເດັ່ນໃນການພັດທະນາເສດຖະກິດ-ສັງຄົມຂອງແຂວງ ໃນປີ 2021 ເຫັນວ່າ ເສດຖະກິດຂະຫຍາຍຕົວ 5.7%, ລວມຍອດຜະລິດຕະພັນພາຍໃນ GDP ບັນລຸໄດ້ 3,889.57 ຕື້ກີບ; ຈັດເກັບລາຍຮັບທ້ອງຖິ່ນເຂົ້າງົບປະມານບັນລຸໄດ້ 133.14 ຕື້ກີບ, ເທົ່າກັບ 90.83% ຂອງແຜນດັດແກ້, ທຽບໃສ່ປີຜ່ານມາເພີ່ມຂຶ້ນ 12,61%; ລະດົມການລົງທຶນທົ່ວສັງຄົມໄດ້ທັງໝົດ 1,999.10 ຕື້ກີບ; ເກັບກູ້ຜົນຜະລິດເຂົ້າໄດ້ 104,000 ໂຕນ, ເທົ່າກັບ 96.51% ຂອງແຜນການປີ; ໄດ້ສຸມໃສ່ຈັດຕັ້ງປະຕິບັດເປົ້າໝາຍການພັດທະນາແບບຍືນຍົງໃນຂົງເຂດສຶກສາ ແລະ ສາທາ ຢ່າງຕໍ່ເນື່ອງ, ເອົາໃຈໃສ່ຝຶກອົບຮົມພັດທະນາສີມືແຮງງານ ແລະ ຈັດຫາວຽກເຮັດງານທຳ ເພື່ອແກ້ໄຂບັນຫາໄພຫວ່າງງານ ແລະ ສຸມໃສ່ເກັບກູ້ລະເບີດບໍ່ທັນແຕກອອກຈາກພື້ນທີ່ທຳການຜະລິດຕ່າງໆ.

ໃນໂອກາດດຽວກັນ, ທ່ານ ສອນໄຊ ສີພັນດອນ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນສໍາເລັດທີ່ແຂວງສາມາດຍາດມາໄດ້ໄລຍະຜ່ານມາ, ຄຽງຄູ່ກັນນັ້ນ ກໍຍັງມີຈຸດອ່ອນຂໍ້ຄົງ ຄ້າງຈໍານວນໜຶ່ງທີ່ແຂວງຕ້ອງໄດ້ສືບຕໍ່ແກ້ໄຂ. ພ້ອມກັນນັ້ນ ທ່ານຮອງນາຍົກລັດຖະມົນຕີ ກໍໄດ້ເຈາະຈິ້ມ, ແລກປ່ຽນຄໍາເຫັນ ແລະ ຊີ້ນຳໃຫ້ແຂວງ ເອົາໃຈໃສ່ຕື່ມບາງດ້ານ ເປັນຕົ້ນ ສຶກສາອົບຮົມການເມືອງ-ແນວຄິດໃຫ້ພະນັກງານຢູ່ໃນແຕ່ລະຂະແໜງການ ໃຫ້ມີຄວາມຈົ່ງຮັກພັກດີ, ມີຈັນຍາບັນ, ຮັກວິຊາຊີບ, ຍົກສູງສະຕິຄວາມຮັບຜິດຊອບໜ້າທີ່ການເມືອງ ທີ່ໄດ້ຮັບມອບໝາຍ ແລະ ຖືເອົາຜົນປະໂຫຍດຂອງປະເທດຊາດເປັນກົກ; ເອົາໃຈໃສ່ຈັດຕັ້ງປະຕິບັດວາລະແຫ່ງຊາດ ກ່ຽວກັບການແກ້ໄຂຄວາມຫຍຸ້ງຍາກດ້ານເສດຖະກິດ-ການເງິນ ໃຫ້ເປັນຮູບປະທຳ ໂດຍນຳໃຊ້ທຸກນະໂຍບາຍ ແລະ ມາດຕະການແກ້ໄຂ ແລະ ຄຸ້ມຄອງເສດຖະກິດມະຫາພາກ ໃຫ້ມີສະຖຽນລະພາບ ໂດຍພື້ນຖານ, ແກ້ໄຂຄວາມກົດດັນດ້ານເສດຖະກິດໃຫ້ຜ່ອນເບົາລົງເທື່ອລະກ້າວ ເພື່ອເຮັດໃຫ້ເສດຖະກິດສືບຕໍ່ຂະຫຍາຍຕົວ ຕາມລະດັບຄາດໝາຍທີ່ວາງໄວ້; ເອົາໃຈໃສ່ເຮັດໃຫ້ວຽກງານການລົງທຶນຂອງລັດ ມີການຫັນ ປ່ຽນໃໝ່ຢ່າງແທ້ຈິງ, ຈັດບູລິມະສິດໂຄງການລົງທຶນຂອງລັດ ແລະ ສຸມໃສ່ໂຄງການທີ່ຈຳເປັນຮີບດ່ວນ ຄຽງຄູ່ກັບການຈໍາກັດໂຄງການໃໝ່ທີ່ບໍ່ມີປະສິດທິຜົນ ແລະ ບໍ່ຈໍາເປັນຮີບດ່ວນ ເພື່ອບໍ່ໃຫ້ສ້າງໜີ້ສະສົມເພີ່ມຂຶ້ນຕື່ມ; ປັບປຸງວຽກງານສົ່ງເສີມ ແລະ ຄຸ້ມຄອງການລົງທຶນຂອງເອກະຊົນພາຍໃນ ແລະ ຕ່າງປະເທດຢ່າງແຂງແຮງ ແລະ ເປັນເຈົ້າການສູງໂດຍການບຸກທະລຸ ແກ້ໄຂຂອດຂັ້ນການບໍລິການປະຕູດຽວໃຫ້ໄວ; ອໍານາດການປົກຄອງແຂວງ ຕ້ອງໄດ້ຄົ້ນຄວ້າ, ເຊື່ອມຊຶມບັນດາມະຕິ, ຄໍາສັ່ງ, ບົດແນະນໍາຕ່າງໆ ຂອງຂັ້ນເທິງວາງອອກແຕ່ລະໄລຍະໃຫ້ແກ່ສະມາຊິກພັກ, ພະນັກງານ-ລັດຖະກອນ, ຫັນເອົາມະຕິຄຳສັ່ງ, ເນື້ອໃນແຂ່ງຂັນຮັກຊາດ ແລະ ພັດທະນາ ຕິດພັນກັບວຽກງານ 3 ສ້າງ ໃຫ້ເຂົ້າສູ່ລວງເລິກ ເປັນແຜນການລະອຽດ ແລະ ສໍາເລັດຕາມຄາດໝາຍທີ່ວາງໄວ້. ພ້ອມດຽວກັນນັ້ນ, ໃຫ້ເອົາໃຈໃສ່ສືບຕໍ່ກະກຽມ, ປະສານງານກັບພາກສ່ວນທີ່ກ່ຽວຂ້ອງໃຫ້ດີ ເພື່ອສະ ເຫລີມສະຫລອງ ວັນສ້າງຕັ້ງສາຍພົວພັນການທູດ ລາວ-ຫວຽດນາມ ຄົບຮອບ 60 ປີ ແລະ ວັນເຊັນສົນທິສັນຍາມິດຕະພາບ ແລະ ການຮ່ວມມື ລາວ-ຫວຽດນາມ ແລະ ຫວຽດ ນາມ-ລາວ ຄົບຮອບ 45 ປີ ໃຫ້ມີເນື້ອໃນ ແລະ ເປັນຂະບວນການຟົດຟື້ນ.

ພ້ອມກັນນີ້, ທ່ານ ສອນໄຊ ສີພັນດອນ ໄດ້ເດີນທາງໄປເຄື່ອນໄຫວຢ້ຽມຢາມໂຄງ ການ ແລະ ພື້ນຖານການຜະລິດຂອງແຂວງຊຽງຂວາງຈໍານວນໜຶ່ງ ເປັນຕົ້ນ ໂຄງການຂຸດຄົ້ນສົ່ງອອກແຮ່ທາດ (ແຮເຫລັກພູຍວນ) ບ້ານນາຕໍ, ເມືອງແປກ; ໂຄງການກຸ່ມຟາມລ້ຽງງົວພັນຊີ້ນ, ພັນນົມ ຂອງບໍລິສັດ ທີ່ນໍາໃຊ້ເຕັກໂນໂລຊີທີ່ທັນສະໄໝຂອງບໍລິສັດ ຈຣາໂກ-ວິນາມິວ; ຢ້ຽມຢາມຄອບຄົວຕົົວແບບໃນການລ້ຽງງົວທອມ ບ້ານຄອງເຂດພັ້ນ, ເມືອງແປກ; ໂຄງການຂຸດຄົ້ນສົ່ງອອກແຮ່ເຫລັກ ບ້ານຖໍ້າລາ, ເມືອງຄໍາ ນອກນັ້ນ ຍັງໄດ້ໄປຢ້ຽມຢາມດ່ານສາກົນນໍ້າກັ່ນ ຕື່ມອີກ.

ໂອກາດເດີນທາງມາເຄື່ອນໄຫວວຽກງານໃນຄັ້ງນີ້, ທ່ານຮອງນາຍົກລັດຖະມົນຕີ ໄດ້ມອບເງິນໃຫ້ແຂວງຈຳນວນໜຶ່ງ ເພື່ອນໍາໃຊ້ເຂົ້າໃນວຽກງານລວມຂອງແຂວງ.

ແຫຼ່ງຂໍ້ມູນຂ່າວ-ພາບ ອານິຄົມ

error: Content is protected !!