5 ສິ່ງຂອງອັນຕະລາຍ ທີ່ບໍ່ຄວນປະໄວ້ໃນລົດ

ການປະສິ່ງຂອງບາງຢ່າງທີ່ໄວໄຟ ໄວ້ໃນລົດ ບໍ່ແມ່ນເລື່ອງດີເດີ ເປັນຕົ້ນແມ່ນ 5 ຢ່າງຕໍ່ໄປນີ້.

– ກັບໄຟ: ຖ້າຫາກຖືກແສງແດດກະທົບ ເປັນເວລາດົນ ຈະເຮັດໃຫ້ເກີດການລະເບີດ ທີ່ອາດສົ່ງຜົນໃຫ້ແວ່ນລົດແຕກໄດ້, ຖ້າຫາກວາງໄວ້ເທິງຄອນໂຊນລົດ ກໍຈະສ່ຽງຕໍ່ການເກີດໄຟໄໝ້.


– ກະປ໋ອງສະເປ: ເມື່ອຖືກຄວາມຮ້ອນ ຈະເຮັດໃຫ້ວັດຖຸສານເຄມີ ແລະ ແກ໊ດໃນກະປ໋ອງ ຂະຫຍາຍຕົວ ຈຶ່ງອາດເກີດປະກາຍໄຟ ຫຼື ລະເບີດໄດ້.


– ແບັດເຕີລີ່ສຳຮອງ: ສານລິຕຽນ ໃນ ແບດເຕີລີ່ສຳຮອງ ເປັນໂລຫະທີ່ໄວຕໍ່ປະຕິກິລິຢາ ທາງເຄມີ, ເມື່ອໄດ້ຮັບຄວາມຮ້ອນ ອາດເຮັດໃຫ້ເກີດການລັດວົງຈອນ ສົ່ງຜົນໃຫ້ເກີດການລະເບີດໄດ້.


– ໂທລະສັບມືຖື: ຄວາມຮ້ອນເຮັດໃຫ້ ວົງຈອນພາຍໃນໂທລະສັບ ໄດ້ຮັບຄວາມເສຍຫາຍ ແລະ ແບັດເຕີລີ່ໂທລະສັບ ເກີດການລະເບີດ ໂດຍສະພາະ ຖ້າຫາກເປີດໃຊ້ວຽກ ຈະເຮັດໃຫ້ຄວາມຮ້ອນສູງຂຶ້ນ ຈຶ່ງສ່ຽງຕໍ່ການລະເບີດ.

– ນຳ້ແຂງແຫ້ງ (Dry ice): ເມື່ອນຳ້ແຂງແຫ້ງລະເຫີຍ ຈະກາຍເປັນ ກ໊າຊຄາບອນໄດອອກໄຊ ເຮັດໃຫ້ຜູ້ທີ່ຢູ່ໃນລົດ ໝົດສະຕິ. ເພື່ອຄວາມປອດໄພ ຄວນເກັບໄວ້ໃນພາຊະນະ ທີ່ມີຊ່ອງລະບາຍອາກາດ ແຍກຈາກຫ້ອງໂດຍສານ, ຖ້າເກັບໃນຫ້ອງໂດຍສານຄວນເປີດແວ່ນລົດ ເພື່ອລະບາຍອາກາດອອກສູ່ພາຍນອກ.

Commission for the protection of Monuments of Art and Antiquities of the form Moscow: self-published. FIFA Hotel Ascot accepts these cards and reserves the right to temporarily hold an amount prior to arrival. The layout of the power supply is driven by the primary goals of high efficiency, low thermal output even during charging, small area and low profile, and low weight.
error: Content is protected !!