ເມືອງ ທຸລະຄົມ ສູ້ຊົນຜະລິດເຂົ້ານາປີ 9,000 ເຮັກຕາ ຕິດພັນການປູກ-ການລ້ຽງ

ຕາມການລາຍງານຈາກ ຫ້ອງການກະສິກໍາ ແລະ ປ່າໄມ້ເມືອງ ທຸລະຄົມ, ແຂວງ ວຽງຈັນ ໃຫ້ຮູ້ວ່າ: ການຜະລິດເຂົ້ານາປີ ໃນປີ 2022 ຢູ່ເມືອງ ທຸລະຄົມ ມີເນື້ອທີ່ທັງໝົດ 9,155 ເຮັກຕາ, ຄາດຄະເນຜົນຜະລິດ 41,197 ໂຕນ, ປັດຈຸບັນຕົກກ້າໄດ້ 100%, ປັກດໍາໄດ້ແລ້ວ 2,929 ເຮັກຕາ, ນາຫວ່ານ-ນາຢອດ 5.493 ເຮັກຕາ, ນໍາໃຊ້ເຂົ້າພັນປັບປຸງ 100% ເປັນຕົ້ນ ແນວພັນເຂົ້າ TDK8, TDK11 ແລະ ແນວພັນເຂົ້າເຊບັ້ງໄຟ4 ໂດຍນໍາໃຊ້ກົນຈັກເຂົ້າໃນການຜະລິດເປັນຕົ້ນຕໍ ແລະ ແຮງງານຄົນເປັນສໍາຮອງ.

ສໍາລັບການປູກພືດລະດູຝົນ ເນື້ອທີ່ແຜນການ 2,425 ເຮັກຕາ, ຄາດຄະເນຜົນຜະລິດ 17,933 ໂຕນ, ປະຕິບັດໄດ້ແລ້ວ 2,425 ເຮັກຕາ, ທຽບໃສ່ແຜນການປະຕິບັດໄດ້ 100%, ໃນນັ້ນ ມີຕົ້ນໄມ້ໃຫ້ໝາກ 20 ເຮັກຕາ, ເດັ່ນກວ່າໝູ່ແມ່ນໝາກພ້າວຫອມຊະນິດພັນເຕ້ຍ, ໝາກລໍາໃຍ ແລະ ໝາກກ້ຽງໃຫຍ່ ທີ່ປູກບໍລິເວນເຂດລຽບແຄມຝັ່ງນໍ້າງື່ມ. ພ້ອມກັນນີ້, ວຽກງານຂະຫຍາຍການລ້ຽງສັດພາຍໃນເມືອງ ແມ່ນເພີ່ມຂຶ້ນ 8 ຟາມ. ຕໍ່ກັບວຽກງານສົ່ງເສີມການຜະລິດເປັນສິນຄ້າ ດ້ານການປູກຝັງ ເດັ່ນກວ່າໝູ່ແມ່ນການປູກສາລີແຂງ, ສາລີຫວານ, ແລະ ພືດຜັກເຂດລ້ອງງື່ມ, ດ້ານການລ້ຽງສັດ ເດັ່ນກວ່າໝູ່ແມ່ນການລ້ຽງໄກ່ພັນໄຂ່ ປະສົມປະສານກັບການລ້ຽງປາ, ດ້ານປ່າໄມ້ ເດັ່ນກວ່າໝູ່ແມ່ນການປູກຢາງພາລາຢູ່ເຂດບ້ານນໍ້າຫຍາມ.

ສັງລວມແລ້ວ, ການຜະລິດເຂົ້ານາປີ, ປູກພືດລະດູຝົນ ຕິດພັນກັບການລ້ຽງສັດ ແລະ ຜະລິດເປັນສິນຄ້າ ຂອງເມືອງທຸລະຄົມໃນປີ 2022 ນີ້ ດໍາເນີນໄປຕາມແຜນການທີ່ໄດ້ມີການກະກຽມແຕ່ຫົວທີ ເພື່ອຜັນຂະຫຍາຍ-ຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດສັງຄົມຄັ້ງທີ III ຂອງເມືອງ ສົກປີ 2020-2024 ທີ່ໄດ້ລະບຸໄວ້ໃນມະຕິກອງປະຊຸມໃຫຍ່ຄັ້ງທີ VIIຂອງອົງຄະນະພັກເມືອງ ໃຫ້ໄປລວງດຽວກັນກັບແຜນພັດທະນາເສດຖະກິດສັງຄົມຂອງ ແຂວງ ວຽງຈັນ ວາງອອກ.

ຂໍ້ມູນຂ່າວໂດຍ: ຄໍາພອນ

error: Content is protected !!