ກໍານົດ ວັນທີ 20 ກໍລະກົດ ຂອງທຸກໆປີ ເຊິ່ງເປັນວັນສ້າງຕັ້ງສະຫະພັນແມ່ຍິງລາວ ເປັນວັນພັກລັດຖະການ.
ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ຂໍຖືເປັນກຽດແຈ້ງມາຍັງທ່ານຊາບ ດັ່ງນີ້ : ເຫັນດີໃຫ້ກໍານົດເອົາວັນທີ 20 ກໍລະກົດ ຂອງທຸກໆປີ ເຊິ່ງເປັນວັນສ້າງຕັ້ງສະຫະພັນແມ່ຍິງລາວ ເປັນ ວັນພັກລັດຖະການ ໃຫ້ແກ່ການຈັດຕັ້ງພັກ-ລັດ ແລະ ພາກເອກະຊົນທຸກພາກສ່ວນ ໄດ້ອະນຸຍາດໃຫ້ພະນັກງານ-ລັດຖະ ກອນ, ກໍາມະກອນເພດຍິງ ໄດ້ພັກວຽກຕາມກົດຫມາຍວ່າດ້ວຍສະຫະພັນແມ່ຍິງລາວ.
ດັ່ງນັ້ນ, ຈຶ່ງແຈ້ງມາຍັງທ່ານ ເພື່ອຊາບ ແລະ ປະຕິບັດຕາມເນື້ອໃນແຈ້ງການສະບັບນີ້ດ້ວຍ.

