ສົ່ງ ນໍ້າພຸ ຄືນໃຫ້ແກ່ລັດຖະບານ ເພື່ອຮັກສາໄວ້ເປັນຊັບສົມບັດຂອງຊາດ

ເພື່ອເປັນການປັບປຸງ ນ້ຳພຸ ໃຫ້ເປັນສະຖານທີ່ ສາທາລະນະ ກັບໄປສູ່ສະຖານທີ່ ທີ່ເປັນມໍລະດົກແຫ່ງຊາດ, ບໍລິສັດ AIDC ໄດ້ຈັດງານ ຖະແຫຼງການຂື້ນໃນວັນທີ 18 ກໍລະກົດ 2022 ທີ່ບໍລິເວນສວນ ນໍ້າພຸ, ບ້ານ ຊຽງຍືນ ນະຄອນຫຼວງ ວຽງຈັນ.

ສວນນ້ຳພຸຊຽງຍືນ ແມ່ນມີປະຫວັດສາດ ມາຍາວນານ ໂດຍກ່ອນ ໄລຍະປີ 1920 ແມ່ນເປັນທີ່ຕັ້ງ ຕະຫຼາດເຊົ້າ ນະຄອນຫຼວງວຽງຈັນ. ຕົກມາໃນ ໄລຍະປີ 1975 ໄດ້ມີການກໍ່ສ້າງ ກາຍເປັນວົງວຽນ ນ້ຳພຸ ທີ່ມີເສັ້ນທາງ ອ້ອມຮອບ ແລະ ກາຍມາເປັນສວນນ້ຳພຸໃນ ໄລຍະປີ 2000.

ແຕ່ຍ້ອນງົບປະມານ ຂອງ ອພບ ນະຄອນຫຼວງ ວຽງຈັນ ໃນໄລຍະນັ້ນມີຈຳກັດ. ສວນນ້ຳພຸມີລັກສະນະມືດຫຼາຍ, ປ້ຳນ້ຳພຸເປ່ເພ, ຂາດບ່ອນຊົ້ນແດດຊົ້ນຝົນ , ບໍລິສັດ AIDC ຈຶ່ງໄດ້ເຂົ້າມາຊ່ວຍ ໃນການປັບປຸງດ້ວຍງົບປະມານ10 ຕື້ກ່ວາກີບ ລວມມີ ການປັບປຸງ ລະບົບນ້ຳພຸ, ປັບປຸງລະບົບດອກໄຟ, ລະບົບພື້ນຍ່າງ, ຫ້ອງນ້ຳ ແລະ ອາຄານຮ້ານອາຫານຈຳນວນໜື່ງ ເພື່ອ ເປັນແນວສ້າງລາຍຮັບ ໃຫ້ ສວນນ້ຳພຸ ໃຫ້ສາມາດ ກຸ້ມຕົນເອງ.

ຜ່ານມາ ສວນດັ່ງກ່າວກໍ່ໄດ້ ຮັບໃຊ້ ເປັນບ່ອນຮັບແຂກ ພາຍໃນ ແລະ ຕ່າງປະເທດ ເຊັ່ນ ຮັບໃຊ້ ກອງປະຊຸມ ອາເຊັມ, ແຂກທ່ອງທ່ຽວ, ກິດຈະກຳຊາວໜຸ່ມ, ງານສະແດງສີລະປະເຜີຍແຜ່ວັດທະນາທຳ ໂດຍຮັບໃຊ້ແຂກ ມາຫຼາຍກ່ວາ 20,000-30,000 ຄົນຕໍ່ປີ.

ຕົກມາຮອດປີ 2021 ໂດຍຕາມການຮຽກຮ້ອງຂອງສັງຄົມ ແລະ ລັດຖະບານ ໂດຍສະເພາະ ແມ່ນ ທ່ານ ນາຍົກ ລັດຖະມົນຕີ ພັນຄຳ ວິພາວັນ ໃນໄລຍະທ່ານ ຂື້ນມາຮັບຕຳແໜ່ງໃຫມ່, ໄດ້ມີຄວາມເປັນຫ່ວງເປັນໄຍຕໍ່ກັບ ມໍລະດົກຂອງຊາດ, ມູນຄ່າທາງດ້ານວັດທະນາທຳ, ແລະ ຈິດໃຈຂອງປະຊາຊົນ; ບໍລິສັດ AIDC ກໍຄືຄອບຄົວພູມມະສັກ ຈຶ່ງໄດ້ສະໝັກໃຈ ຕາມການສະເໜີຂອງທ່ານ ນາຍົກ ລັດຖະມົນຕີ ແລະ ເປັນການສະແດງຄວາມຮູ້ບຸນຄຸນ ຕໍ່ປະເທດຊາດ ຈຶ່ງຂໍປະກອບສ່ວນມອບ ສວນນ້ຳພຸ ໃຫ້ ກັບໄປ ໃຫ້ສູ່ລັດຖະບານ ກໍ່ຄື ນະຄອນຫຼວງ ວຽງຈັນ ເພື່ອເຮັດເປັນສາທາລະນະ 100%.

ໄລຍະຜ່ານມາ ການມອບຮັບ ອາດຈະຊັກຊ້າ ຍ້ອນການປຶກສາຫາລືຜ່ານການອອກແບບ ເພື່ອ ໃຫ້ໄດ້ເປົ້າໝາຍ ຂອງປະຫວັດສາດ ຄວາມໝາຍຂອງສວນນ້ຳພຸ , ດັ່ງນັ້ນ ນະຄອນຫຼວງ ວຽງຈັນ ຈຶ່ງໄດ້ມີການເຊື້ອເຊີນສະມາຄົມ ສະຖາປະນິກ, ຜູ້ຊົງຄຸນວຸດທິ, ແລະ ພະແນກການທີ່ກ່ຽວຂ້ອງ ໃຫ້ ເຂົ້າມາມີຄຳຄິດ ຄຳເຫັນ. ຈາກນັ້ນຈຶ່ງຈະນໍາໄປຜ່ານ ອົງການປົກຄອງ ນະຄອນຫຼວງ ວຽງຈັນ ແລະ ລັດຖະບານ ວ່າ ຈະໃຫ້ ກາຍເປັນ ສວນສາທາລະນະ ໃນຮູບແບບໃດ, ການບົວລະບັດຮັກສາ ງົບປະມານ ຈະໃຊ້ເທົ່າໃດ, ອາຄານບາງສ່ວນຈະເຮັດເປັນພິພິຕະພັນ ແລະ ບ່ອນໃຫ້ຂໍ້ມູນດ້ານການທ່ອງທ່ຽວ ຫຼື ບໍ (Tourist Information Center) ແຕ່ສຳຄັນຍັງຮັກສາໄວ້ ໂດຍສະເພາະແມ່ນ ໂຕຂັນນ້ຳພຸ ທີ່ມີຮູບຊົງເດີມຢູ່ແລ້ວ ແລະ ຈະຮື້ຖອນບັນດາອາຄານທີ່ບົດບັງທັດສະນີຍະພາບ ເພື່ອໃຫ້ນ້ຳພຸ ໂດດເດ່ນ. ການຮື້ຖອນ ຈະເລີ່ມຕົ້ນປາຍເດືອນ ສິງຫາ ພາຍຫຼັງ ທີ່ແບບນະຄອນຫຼວງ ວຽງຈັນ ໄດ້ຮັບການຮັບຮອງ ແລ້ວ.

ການມອບຄືນອາຄານ ແລະ ສະຖານທີ່ຄືນຄັ້ງນີ້ ບໍລິສັດ AIDC ແມ່ນບໍ່ໄດ້ຮຽກຮ້ອງການຊົດເຊີຍໃດໆ, ແມ່ນ ການສະໝັກໃຈຂອງບໍລິສັດ ແລະ ບໍລິສັດຈະຍັງເຫັນດີ ຈະປະກອບສ່ວນອື່ນໆ ຊ່ວຍ ສວນນ້ຳພຸ ແຫ່ງນີ້ ຕາມການເຫັນຄວນ ຂອງລັດຖະບານ ກໍ່ຄື ນະຄອນຫຼວງວຽງຈັນ ໃຫ້ກາຍເປັນ ມໍລະດົກແຫ່ງຊາດ. ພ້ອມນັ້ນ ນະຄອນຫຼວງວຽງຈັນ ກໍຍັງເປີດເວລາ ໃຫ້ສັງຄົມ ໃນໄລຍະເວລາ 1 ເດືອນນີ້ ສາມາດປະກອບຄຳເຫັນ ສະເໜີ ແບບໃນການປັບປຸງ ເພື່ອໃຫ້ ສວນນ້ຳພຸ ງົດງາມແລະ ມີກິດຈະກຳ ຮັບໃຊ້ ສັງຄົມ ໃນຫຼາຍເກນອາຍຸ ຫຼາຍເພດໄວ.

ຂໍ້ມູນຂ່າວຈາກ: Lao youth radio

error: Content is protected !!