ນາຍົກລັດຖະມົນຕີ ສໍາເລັດການເຂົ້າຮ່ວມ ກອງປະຊຸມສຸດຍອດ ເອເຊຍ-ປາຊີຟິກ ວ່າດ້ວຍນໍ້າ ຄັ້ງທີ 4

ກອງປະຊຸມສຸດຍອດ ເອເຊຍ-ປາຊີຟິກ ວ່າດ້ວຍນຳ້ ຄັ້ງທີ 4 ໄດ້ໄຂຂຶ້ນຢ່າງເປັນທາງການ ໃນວັນທີ 23 ເມສາ 2022 ທີ່ ເມືອງ ຄຸມາໂມໂຕະ, ປະເທດ ຍີ່ປຸ່ນ ພາຍໃຕ້ຫົວຂໍ້ “ນໍ້າເພື່ອການພັດທະນາແບບຍືນຍົງ-ບົດຮຽນທີ່ດີ ແລະ ອະນາຄົດຕໍ່ໄປ” ( Water for Sustainable Development-Best Practices and the Next Generation ). ໃນພິທີເປີດ ໄດ້ມີລະດັບປະມຸກລັດ/ຫົວໜ້າລັດຖະບານ, ຮອງນາຍົກລັດຖະມົນຕີ ແລະ ລັດຖະມົນຕີ ຈາກປະເທດໃນພາກພື້ນ ເອເຊຍ-ປາຊີຟິກ ເຂົ້າຮ່ວມ ແລະ ຜັດປ່ຽນກັນຂຶ້ນກ່າວປາໄສ ແລະ ສະແດງທັດສະນະຂອງບັນດາປະເທດ ເພື່ອແນໃສ່ຮ່ວມມືກັນເພື່ອຮັບມືກັບໄພພິບັດ ໂດຍສະເພາະຜົນກະທົບຂອງການແຜ່ລະບາດຂອງພະຍາດ ໂຄວິດ-19, ການຟື້ນຟູເສດຖະກິດຈາກການແຜ່ລະບາດຂອງພະຍາດ ໂຄວິດ-19, ການນຳໃຊ້ງົບປະມານ, ການບໍລິຫານການປົກຄອງ ແລະ ການນຳໃຊ້ເຕັກໂນໂລຊີວິທະຍາສາດເຂົ້າໃສ່ວຽກງານການຄຸ້ມຄອງນໍ້າ ເພື່ອບັນລຸການພັດທະນາແບບຍືນຍົງ, ທົດສະວັດສາກົນໃນການຈັດຕັ້ງປະຕິບັດວຽກງານນຳ້ ເພື່ອການພັດທະນາແບບຍືນຍົງ.

ທ່ານ ພັນຄຳ ວິພາວັນ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ຂຶ້ນກ່າວປາໄສ ຢູ່ກອງປະຊຸມສຸດຍອດດັ່ງກ່າວ ໃນວັນທີ 23 ເມສາ 2022 ໂດຍຢໍ້າຄືນເຖິງຄວາມສຳຄັນຂອງນໍ້າ ແລະ ຊັບພະຍາກອນນໍ້າ ຖືເປັນປັດໄຈສຳຄັນຍິ່ງ ສຳລັບຊີວິດຂອງມວນມະນຸດ ກໍຄື ການຄົງຕົວຂອງໂລກ ແລະ ມີຄວາມສຳຄັນ ຢ່າງສູງຕໍ່ການຄໍ້າປະກັນທາງດ້ານສະບຽງອາຫານ ແລະ ເຮັດໃຫ້ ສິ່ງແວດລ້ອມອຸດົມສົມບູນ. ການເພີ່ມຂຶ້ນຂອງພົນລະເມືອງໃນທົ່ວໂລກ, ຄວາມຕ້ອງການນໍາໃຊ້ນໍ້າ ແລະ ຊັບພະຍາກອນນໍ້າ ເຂົ້າໃນການພັດທະນາເສດຖະກິດສັງຄົມ ແລະ ການປ່ຽນແປງດິນຟ້າອາກາດ ເປັນສາເຫດຕົ້ນຕໍ ເຮັດໃຫ້ຜົນກະທົບຈາກໄພພິບັດທາງທໍາມະຊາດນັບມື້ນັບຮຸນແຮງຂຶ້ນ ພ້ອມທັງສົງຜົນ ຕໍ່ ຄວາມຍືນຍົງຂອງນໍ້າ ແລະ ຊັບພະຍາກອນນໍ້າ ອັນຮຽກຮ້ອງໃຫ້ພວກເຮົາຕ້ອງຮີບຮ້ອນໃຫ້ມີການຈັດການນໍ້າ ແລະ ຊັບພະຍາກອນນໍ້າ ຢ່າງມີປະສິດທິພາບ ແລະ ຍືນຍົງ ເຊິ່ງວົງຄະນາຍາດສາກົນ ກໍຄື ອົງການສະຫະປະຊາຊາດ ຈຶ່ງໄດ້ກຳນົດເອົາວຽກງານການຄຸ້ມຄອງ ແລະ ນຳໃຊ້ນໍ້າ ແບບຍືນຍົງໃຫ້ເປັນໜຶ່ງ ໃນ 17 ເປົ້າໝາຍການພັດທະນາແບບຍືນຍົງ (SDG 6) ເຊິ່ງພວກເຮົາໝົດທຸກຄົນມີພັນທະໃນການຈັດຕັ້ງປະຕິບັດຢ່າງມີປະສິດທິຜົນ.

ລາວ ເປັນໜຶ່ງໃນປະເທດທີ່ມີຄວາມອຸດົມສົມບູນໄປດ້ວຍນຳ້ ແລະ ຊັບພະຍາກອນນໍ້າ ເຊິ່ງໄດ້ກາຍເປັນທ່າແຮງອັນສຳຄັນ ສຳລັບການພັດທະນາເສດຖະກິດ-ສັງຄົມ. ສະນັ້ນ, ເພື່ອຄຸ້ມຄອງ ແລະ ນຳໃຊ້ແຫລ່ງນ້ຳເຫລົ່ານີ້ ໃຫ້ເກີດປະໂຫຍດສູງສຸດ ແລະ ຍືນຍົງ, ລັດຖະບານ ໄດ້ວາງຍຸດທະສາດ ແລະ ແຜນການຄຸ້ມຄອງຢ່າງເປັນລະບົບ. ພ້ອມດຽວກັນນີ້, ຍັງເຫັນໄດ້ຄວາມສຳຄັນຂອງການຮ່ວມມືທາງດ້ານນຳ້ (Water Diplomacy) ໂດຍຮ່ວມມືຢ່າງກວ້າງຂວາງກັບວົງຄະນາຍາດສາກົນ ແລະ ພາກພື້ນໃນວຽກງານນໍ້າ ໂດຍໄດ້ຫັນເອົາມາດຕະການຂອງສາກົນກ່ຽວກັບການຄຸ້ມຄອງນຳ້ ເຂົ້າມາເປັນມາດຕະການແຫ່ງຊາດ ເຊັ່ນ ໄດ້ເຊື່ອມສານ SDG 6 ເຂົ້າໃນແຜນພັດທະນາ ເສດຖະກິດ-ສັງຄົມ ແຫ່ງຊາດ.

ກອງປະຊຸມສຸດຍອດ ເອເຊຍ-ປາຊີຟິກ ວ່າດ້ວຍນໍ້າ ຄັ້ງທີ 4 ໄດ້ຮັບຮອງເອົາຖະແຫລ່ງການ ຄຸມາໂມໂຕະ (Kumamoto Declaration) ທີ່ໄດ້ເນັ້ນໜັກຄືນຄວາມສຳຄັນຂອງນຳ້ ແລະ ການແກ້ໄຂບັນຫາທີ່ກ່ຽວກັບນຳ້ເພື່ອຄຸ້ມຄອງ ແລະ ນຳໃຊ້ແຫລ່ງນ້ຳໃຫ້ເກີດປະໂຫຍດສູງສຸດ ແລະ ຍືນຍົງ.

ພາບ: ຂັນໄຊ

error: Content is protected !!