ໜອງຄາຍ ເລັ່ງປັບປຸງຕະຫຼາດ ເນື່ອງຈາກ ລາວ ຫັນມາຊື້ເຄື່ອງພາຍໃນຫຼາຍຂຶ້ນ

ຮອງປະທານຫໍການຄ້າ ຂອງ ໜອງຄາຍ ລະບຸວ່າ ຫຼັງຈາກ ລາວ ເປີດເສັ້ນທາງລົດໄຟ ລາວ-ຈີນ ເປັນເສັ້ນທາງໂລຈິສຕິກໃໝ່ ທີ່ດຶງດູດນັກທ່ອງທ່ຽວ-ຂົນສົ່ງສິນຄ້າ, ຄົນລາວຫັນມາຊື້ເຄື່ອງພາຍໃນປະເທດແທນການຂ້າມໄປອຸດອນ-ໜອງຄາຍ ເລັ່ງໃຫ້ລັດ ແລະ ເອກະຊົນໃນພື້ນທີ່ ປັບປຸງດ່ວນ.

ໜອງຄາຍ ແລະ ກຸ່ມແຂວງໃນອີສານ ທີ່ມີຊາຍແດນຕິດກັບ ສປປ ລາວ ກຳລັງພົບກັບການປ່ຽນແປງການຄ້າການທ່ອງທ່ຽວທີ່ເຊື່ອມຕໍ່ກັບປະເທດເພື່ອບ້ານ, ຮອງປະທານຫໍການຄ້າແຂວງໜອງຄາຍ ເປີດເຜີຍວ່າ ເສດຖະກິດກ່ອນການແຜ່ລະບາດເຊື້ອພະຍາດໂຄວິດ-19 ການຄ້າລະຫວ່າງໜອງຄາຍກັບລາວເຮົາມີຄວາມຄຶກຄື້ນຫຼາຍ ມີລູກຄ້າຈາກລາວທັງຂີ່ເຮືອ ແລະ ຂັບລົດຂ້າມຊາຍແດນເພື່ອເຂົ້າໄປຊື້ສິນຄ້າອຸປະໂພກ-ບໍລິໂພກທົ່ວໄປ ຈາກໜອງຄາຍ, ໃນບາງສວ່ນກໍເດີນທາງໄປອຸດອນ ເພື່ອຊື້ສິນຄ້າຈຳເປັນບາງຊະນິດໃນສູນການຄ້າ ຫຼື ເພື່ອການຜັກຜ່ອນທ່ອງທ່ຽວ.

ແຕ່ການລະບາດຂອງເຊື້ອພະຍາດ ໂຄວິດ-19 ຍາວນານເຖິງ 2 ປີ ຈຶ່ງເຮັດໃຫ້ປະເທດປິດ ແລະ ມີແຕ່ລົດບັນທຸກເທົ່ານັ້ນທີ່ສາມາດຜ່ານຊາຍແດນໄດ້ ເຊິ່ງມັນສົ່ງຜົນກະທົບຫຼາຍ ໂດຍສະເພາະແມ່ນຕະຫຼາດຕາມຊາຍແດນທ້ອງຖິ່ນໜອງຄາຍ-ລາວ ທີ່ໄດ້ຫຼຸດລົງຫຼາຍກວ່າ 60%.

ເມື່ອການລະບາດຂອງເຊື້ອພະຍາດ ໂຄວິດ-19 ໄດ້ຫຼຸດຜ່ອນລົງ ແລ້ວກັບມາເປີດປະເທດອີກ ເຫັນໄດ້ວ່າຄົນ ລາວເຮົາຫັນມາຊື້ເຄື່ອງໃຊ້ສອຍພາຍໃນປະເທດຫຼາຍຂຶ້ນ ແລະ ຄົນລາວທີ່ຂ້າມໄປອຸດອນ ນັ້ນເປັນກຸ່ມຄົນທີ່ມີຖານະ ເພື່ອເດີນທາງໄປພົບແພດໝໍ ຫຼື ເພື່ອເຕີມນ້ຳມັນທີ່ລາຄາຖືກກ່ອນໃນ ລາວ ແລ້ວຈະບໍ່ຊື້ສິນຄ້າທົ່ວໄປ ແຕ່ຈະເລືອກຊື້ສິນຄ້າຈຳເປັນເທົ່ານັ້ນ.

ຄົນ ລາວ ທີ່ຈະຂ້າມໄປຊື້ເຄື່ອງຢູ່ໜອງຄາຍ ຫຼື ຕະຫຼາດຊາຍແດນມີໜ້ອຍລົງ ເນື່ອງຈາກຄວາມຍຸ້ງຫຍາກໃນດ້ານການແລກປ່ຽນເງິນຕາ ແລະ ຍັງພົບກັບພາສີທີ່ຈະເອົາສິນຄ້າອອກມາຫຼາຍກວ່າມູນຄ່າ 1,500 ບາດ ຕ້ອງເສຍພາສີອີກ 10% ເຊິ່ງເຮັດໃຫ້ຄົນລາວບໍ່ໄປຊື້ສິນຄ້າຈາກຝັ່ງໄທ ແຕ່ຫັນກັບມາຊື້ສິນຄ້າໃນປະເທດ ເພາະໃນນະຄອນຫຼວງວຽງຈັນ ມີຊຸບເປີມາເກັດ ຫຼື ສູນການຄ້າທີ່ຄົນລາວສາມາດຈັບຈ່າຍໃຊ້ສອຍໄດ້ສະດວກ ແລະ ບໍ່ຈຳເປັນຕ້ອງເດີນທາງໄກ.

ຮອງປະທານຫໍການຄ້າໜອງຄາຍກ່າວຕື່ມອີກວ່າ ໃນອະນາຄົດ ຄົນ ໄທ ອາດຈະໄດ້ຂ້າມມາ ລາວ ເພື່ອມາຊື້ເຄື່ອງໃຊ້ສອຍໃນ ວຽງຈັນ ແທນ ຄືກັບຄົນລາວທີ່ໄປຊື້ເຄື່ອງຢູ່ໄທໃນເມື່ອກ່ອນ ກໍເປັນໄປໄດ້.

ແຫຼ່ງຂໍ້ມູນ: https://laopost.com/

error: Content is protected !!