ຄະນະນໍາ, ຄູເຝິກ ແລະ ນັກກິລາບານເຕະຮຸ່ນອາຍຸບໍ່ເກີນ 19 ປີ ຫລື U19 ທີມຊາດລາວ ທີ່ສາມາດຍາດໄດ້ຮອງຊະ ນະເລີດໃນການແຂ່ງຂັນບານເຕະຊາຍ U19 ຊີງແຊ້ມ ອາຊຽນ ປະຈໍາປີ 2022 ທີ່ປະເທດອິນໂດເນເຊຍ ໄດ້ຮັບກຽດເປັນເຈົ້າພາບ ຈັດຂຶ້ນໃນລະຫວ່າງວັນທີ 2-15 ກໍລະກົດ ນີ້ ໄດ້ເດີນທາງກັບມາເຖີງປະເທດລາວແລ້ວໃນຕອນຄໍ່າວັນທີ 17 ກໍລະກົດ 2022.
ອອກຕອນຮັບຄະນະດັ່ງກ່າວທີ່ສະຫນາມບິນສາກົນວັດໄຕ, ນະຄອນຫລວງວຽງຈັນໃນຄັ້ງນີ້ ມີ ທ່ານ ພຸດ ສິມາລາວົງ, ລັດຖະມົນຕີ ກະຊວງສຶກສາ ທິການ ແລະ ກິລາ, ທ່ານ ວີເພັດ ສີຫາຈັກ, ປະທານສະຫະພັນບານເຕະແຫ່ງ ຊາດລາວ, ພ້ອມດ້ວຍຄະນະ ແລະ ມວນຊົນເຂົ້າຮ່ວມຢ່າງຫລວງຫລາຍ ແລະ ເບິກບານມ່ວນຊື່ນ.

ໃນໂອກາດກ່າວຕ້ອນຮັບຄະນະດັ່ງກ່າວ, ທ່ານ ພຸດ ສິມາລາວົງ ໄດ້ກ່າວວ່າ: ການເຂົ້າຮ່ວມບານເຕະໃນຄັ້ງນີ້ ຂອງຄະນະນັກກິລາບານເຕະທີມຊາດລາວໃນຄັ້ງນີ້ ເຊີ່ງຈັດຂຶ້ນໃນສະພາບທີ່ການພົວພັນສາກົນທີ່ມີຄວາມສະ ຫລັບສັບຊ້ອນ ແລະ ປະເທດພວກເຮົາຍັງມີຄວາມຫຍຸ້ງທາງດ້ານເສດຖະກິດຫລາຍດ້ານ, ແຕ່ດ້ວຍຄວາມເອົາໃຈໃສ່ຂອງທຸກພາກສ່ວນໂດຍສະເພາະແມ່ນສະຫະພັນບານ ເຕະແຫ່ງຊາດລາວ ໄດ້ມີການກະກຽມເງື່ອນໄຂທີ່ຈຳເປັນຕ່າງໆ ແລະ ສົ່ງຄະນະນັກກິລາລາວເຂົ້າຮ່ວມການແຂ່ງຂັນໃນຄັ້ງນີ້. ຜ່ານການເຂົ້າຮ່ວມແຂ່ງຂັນ ເຫັນວ່າຄະນະນັກກິລາຂອງພວກເຮົາສາມາດຍາດໄຊຊະນະໄດ້ຢ່າງໜ້າພໍໃຈທີ່ຊະນະທຸກນັດໃນຮອບຄັດເລືອກ ແລະ ຊະນະໃນຮອບຮອງຊະນະເລີດທີ່ມີລັກສະນະເປັນປະຫວັດສາດ ຊຶ່ງໄດ້ສ້າງຄວາມພູມໃຈ, ຄວາມເບີກບານມ່ວນຊື່ນ ແລະ ເອກອ້າງທະນົງໃຈທີ່ສຸດໃຫ້ແກ່ຊາວລາວບັນດາເຜົ່າຂອງພວກເຮົາ; ນອກນັ້ນ ນັກກິລາຂອງພວກເຮົາຍັງໄດ້ສ້າງຄວາມພໍໃຈທີ່ສຸດແກ່ຜູ້ເຊຍຜູ້ຊົມເປັນຕົ້ນແມ່ນ ຄວາມເອົາໃຈໃສ່ໃນການແຂ່ງຂັນຢ່າງສະເໝີຕົ້ນສະເໝີປາຍທັງແຕ່ຕົ້ນເກມຈົນຮອດສິ້ນສຸດການແຂ່ງຂັນ, ພໍໃຈໃນເຕັກການຫລີ້ນບານ ແລະ ການມີມາລະຍາດທີ່ດີຂອງນັກກິລາ, ພໍໃຈໃນ ເຕັກນິກການວາງແຜນທີ່ດີຂອງຄູຝຶກ ແລະ ອື່ນໆ ເຮັດໃຫ້ພວກເຮົາສາມາດໄດ້ເປັນຮອງແຊັມໃນຄັ້ງ.

ທ່ານກ່າວຕື່ມວ່າ: ຜົນສໍາເລັດທີ່ຍາດມາໄດ້ໃນຄັ້ງນີ້ ແມ່ນຍ້ອນຫລາຍປັດໄຈ ເປັນຕົ້ນ: ຄວາມເອົາໃຈໃສ່ຂອງການນຳທຸກຂັ້ນ ແລະ ການຈັດຕັ້ງທຸກພາກສ່ວນ ໂດຍສະເພາະແມ່ນ ສະຫະພັນກິລາບານເຕະແຫ່ງຊາດລາວທີ່ໄດ້ມີຄວາມພະຍາຍາມໃນການພັດທະນາກິລາບານເຕະຂອງລາວເຮົາ, ຄວາມເອົາໃຈໃສ່ໃນການຝຶກຊ້ອມ ແລະ ການມີວິໄນຂອງລູກລ່ານນັກກິລາຂອງພວກເຮົາ, ບວກກັບການສະໜັບສະໜູນທັງທາງດ້ານວັດຖຸ ແລະ ຈິດໃຈຈາກທົ່ວສັງຄົມ, ນັກທຸລະກິດ, ນັກຂ່າວ-ສື່ມວນຊົນ ເຮັດໃຫ້ຕະຫລອດໄລຍະການແຂ່ງຂັນຂອງພວກ ເຮົາໃນຊຸດນີ້ບັນດາທ່ານຜູ້ນໍາ ແລະ ອະດີດຜູ້ນຳຂັ້ນສູງ ແລະ ຂັ້ນຕ່າງໆ ພ້ອມທັງພີ່ນ້ອງຊາວລາວທົ່ວປະເທດລ້ວນແຕ່ ໄດ້ຕິດຕາມຢ່າງໃຈຈົດໃຈຈໍ່ ແລະ ສົ່ງກຳລັງໃຈນັບທັງກໍາລັງຊັບເພື່ອສະໜັບສະໜູນພວກເຮົາຕະຫລອດມາ, ພ້ອມທັງສະແດງຄວາມຂອບໃຈ ແລະ ຮູ້ບຸນຄຸນຢ່າງສູງມາຍັງບັນດາທ່ານ, ການຈັດຕັ້ງ, ບຸກຄົນ ແລະນິຕິບຸກຄົນທີ່ໄດ້ປະກອບສ່ວນເຮັດໃຫ້ພວກເຮົາໄດ້ຮັບໄຊຊະນະໃນຄັ້ງນີ້.

ນອກຈາກນີ້ ທ່ານຍັງໄດ້ຮຽກຮ້ອງມາຍັງນັກກິລາ U19 ທີມຊາດ ລາວ ໝົດທຸກຄົນຈົ່ງພ້ອມກັນຮັກສາ ແລະ ເສີມຂະຫຍາຍມູນເຊື້ອຂອງ ຜົນສຳເລັດຈາກການເຂົ້າແຂ່ງຂັນໃນຄັ້ງນີ້ໃຫ້ກິລາບານເຕະລາວພັດທະນາຂຶ້ນໄປເລື່ອຍໆ, ໄດ້ສືບຕໍ່ພັດທະນາຕົນເອງໃຫ້ເກັ່ງແລ້ວເກັ່ງອີກ, ດີແລ້ວດີອີກ, ຊຳນານແລ້ວຊຳນານອີກ ຍິ່ງຂຶ້ນໄປ ເລື້ອຍໆ. ຂະນະດຽວກັນ ໄດ້ຮຽກຮ້ອງມາຍັງທົ່ວສັງຄົມຈົ່ງສືບຕໍ່ໃຫ້ການສະໜັບສະໜູນວຽກງານກິລາ ໂດຍສະເພາະກິລາບານເຕະ ໃຫ້ໄດ້ຮັບການພັດທະນາຂຶ້ນໄປຢ່າງບໍ່ຢຸດຢັ້ງ.
ສໍາລັບການແຂ່ງຂັນບານເຕະຊາຍ U19 ຊີງແຊ້ມ ອາຊຽນ ປະຈໍາປີ 2022 ທີ່ປະເທດ ອິນໂດເນເຊຍ ໄດ້ຮັບກຽດເປັນເຈົ້າພາບ ມີທັງໝົດ 11 ທີມເຂົ້າຮ່ວມການແຂ່ງຂັນ, ແບ່ງອອກເປັນ 2 ກຸ່ມ, ເຊິ່ງ U19 ທີມຊາດລາວ ຖືກຈັດຢູ່ໃນກຸ່ມ B ປະກອບມີ 5 ທີມ, ໃນຮອບແບ່ງກຸ່ມລົງແຂ່ງ 4 ນັດ ຊະນະທັງ 4 ນັດ, ມີ 12 ຄະແນນ ເຂົ້າຮ່ວມເປັນທີ 1 ຂອງກຸ່ມ. ຈາກນັ້ນ ໃນຮອບຮອງຊະນະເລີດ ຊະນະ U19 ທີມຊາດ ໄທ 2 ປະຕູຕໍ່ 0. ສ່ວນໃນຮອບຊີງຊະນະເລີດ ເສຍໃຫ້ U19 ທີມຊາດ ມາເລເຊຍ 0 ປະຕູຕໍ່ 2. ເຮັດໃຫ້ U19 ທີມຊາດມາເລເຊຍ ໄດ້ແຊ້ມລາຍການນີ້ໄປຄອງ, U19 ທີມຊາດ ລາວ ໄດ້ຮອງຊະນະເລີດ ຫລື ໄດ້ອັນດັບທີສອງ, ສ່ວນອັນດັບທີ 3 ເປັນຂອງ U19 ທີມຊາດ ຫວຽດນາມ.