ປຶກສາຫາລືເພື່ອກະກຽມ ແລະ ດຳເນີນການເປັນປະທານອາຊຽນ ຂອງ ລາວ ໃນປີ 2024

ໃນວັນທີ 15 ກໍລະກົດນີ້ ທີ່ສູນການຮ່ວມມືສາກົນ ແລະ ການຝຶກອົບຮົມ (ICTC), ທ່ານ ສະເຫຼີມໄຊ ກົມມະສິດ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງການຕ່າງປະເທດ ໄດ້ເປັນປະທານກອງປະຊຸມປຶກສາຫາລື ເພື່ອກະກຽມ ແລະ ດຳເນີນການເປັນປະທານອາຊຽນ ຂອງ ສປປ ລາວ ໃນປີ 2024 ໂດຍການເຂົ້າຮ່ວມຂອງບັນດາລັດຖະມົນຕີ, ເຈົ້າຄອງນະຄອນຫຼວງ ວຽງຈັນ, ຮອງລັດຖະມົນຕີ ແລະ ພະນັກງານທີ່ກ່ຽວຂ້ອງຈາກບັນດາກະຊວງຂະແໜງການຕ່າງໆ.

ນັບແຕ່ໄດ້ເຂົ້າເປັນສະມາຊິກອາຊຽນ ໃນວັນທີ 23 ກໍລະກົດ 1997, ສປປ ລາວ ໄດ້ຮັບກຽດເປັນປະທານອາຊຽນ ມາແລ້ວ 2 ຄັ້ງຄື: ຄັ້ງທີ 1 ໃນປີ 2004-2005 ແລະ ຄັ້ງທີ 2 ໃນປີ 2016 ແລະ ສປປ ລາວ ຈະໄດ້ຮັບກຽດເປັນປະທານອາຊຽນ ອີກ ເປັນຄັ້ງທີ 3 ໃນປີ 2024. ກອງປະຊຸມຄັ້ງນີ້ ແມ່ນກອງປະຊຸມຄັ້ງປະຖົມມະລືກ ຂອງຄະນະກຳມະການຊີ້ນຳລະດັບຊາດ ເພື່ອປຶກສາຫາລື ກ່ຽວກັບ ການກະກຽມໃຫ້ແກ່ການເປັນປະທານອາຊຽນ ໃນປີ 2024 ເປັນຕົ້ນແມ່ນການຜັນຂະຫຍາຍ ຂໍ້ຕົກລົງຂອງທ່ານນາຍົກລັດຖະມົນຕີ ວ່າດ້ວຍ ການແຕ່ງຕັ້ງຄະນະກຳມະການຊີ້ນຳລະດັບຊາດ ເພື່ອກະກຽມ ແລະ ດໍາເນີນການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024 ຊຶ່ງໃນນີ້ກອງປະຊຸມໄດ້ຮັບຊາບການແຕ່ງຕັ້ງ 13 ອະນຸກຳມະການຮັບຜິດຊອບວຽກງານສະເພາະ ເພື່ອກະກຽມ ແລະ ດໍາເນີນການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024; ພ້ອມກັນນີ້, ກອງປະຊຸມ ຍັງໄດ້ຮັບຟັງການລາຍງານຈາກບັນດາກະຊວງຂະແໜງທີ່ກ່ຽວຂ້ອງ ກ່ຽວກັບການສຳຫຼວດກວດກາຄືນຄວາມພ້ອມໃນເບື້ອງຕົ້ນຂອງຂະແໜງການຕົນ ເຊັ່ນ: ວຽກງານເນື້ອໃນຂອງ 3 ເສົາຄ້ຳປະຊາຄົມອາຊຽນ (ປະຊາຄົມການເມືອງ-ຄວາມໝັ້ນຄົງ, ປະຊາຄົມເສດຖະກິດ ແລະ ປະຊາຄົມວັດທະນະທຳ-ສັງຄົມ), ວຽກງານປ້ອງກັນປະເທດ ແລະ ປ້ອງກັນຄວາມສະຫົງບ, ວຽກງານດ້ານພະລາທິການ ແລະ ພິທີການ ໂດຍສະເພາະການກະກຽມຄວາມພ້ອມຂອງສະຖານທີ່ປະຊຸມ ແລະ ສະຖານທີ່ພັກເຊົາ, ວຽກງານດ້ານພາຫະນະ, ດ້ານງົບປະມານ ແລະ ວຽກງານອື່ນໆທີ່ປິ່ນອ້ອມ.

ໃນຕອນທ້າຍຂອງກອງປະຊຸມ, ທ່ານປະທານ ໄດ້ມອບໝາຍໃຫ້ບັນດາອະນຸກຳມະການເລີ່ມກະກຽມວຽກທີ່ເຫັນວ່າມີຄວາມຈຳເປັນຮີບດ່ວນນັບແຕ່ດຽວນີ້ເປັນຕົ້ນໄປ ໂດຍສະເພາະໃຫ້ພາກສ່ວນຮັບຜິດຊອບເນື້ອໃນຂອງ 3 ເສົາຄ້ຳປະຊາຄົມອາຊຽນ ເລີ່ມປຶກສາຫາລືເພື່ອລະດົມຄວາມຄິດ ກ່ຽວກັບ ຄຳຂວັນ (Theme), ກາໝາຍ (Logo) ແລະ ບຸລິມະສິດຂອງການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024. ພ້ອມນີ້, ກໍໃຫ້ພາກສ່ວນຮັບຜິດຊອບພະລາທິການ ແລະ ພິທີການເລີ່ມສຳຫຼວດຕົວຈິງ ແລະ ເກັບກຳບັນຊີບັນດາໂຮງແຮມ ສຳລັບຄະນະຜູ້ແທນທີ່ຈະມາພັກເຊົາໃນໄລຍະເຂົ້າຮ່ວມກອງປະຊຸມ ແລະ ສະຖານທີ່ປະຊຸມ ເປັນຕົ້ນ. ນອກນີ້, ກໍສະເໜີໃຫ້ບັນດາພາກສ່ວນອື່ນໆເລີ່ມປຶກສາຫາລື ແລະ ດຳເນີນການຕາມໜ້າວຽກຂອງຕົນ ແລະ ລາຍງານຄວາມຄືບໜ້າໃຫ້ກອງປະຊຸມຄັ້ງຕໍ່ໄປຊາບ.

ການເປັນປະທານອາຊຽນຂອງ ສປປ ລາວ ຈະເລີ່ມແຕ່ວັນທີ 1 ມັງກອນ – 31 ທັນວາ 2024.

(ຂໍູມູນຂ່າວ: ກະຊວງການຕ່າງປະເທດ)

error: Content is protected !!