ຕົ້ນປີນີ້ ນັກທ່ອງທ່ຽວເຂົ້າທ່ຽວ ເມືອງ ໂຂງ 8,800 ກວ່າຄົນ

ແຫລ່ງຂ່າວ ຈາກແຂວງ ຈຳປາສັກ ລາຍງານໃຫ້ຮູ້ວ່າ: 6 ເດືອນຕົ້ນປີ 2022 ນີ້, ເມືອງໂຂງ ແຂວງ ຈຳປາສັກ ມີນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດ ເຂົ້າມາທ່ອງທ່ຽວ ທັງໝົດ 8,825 ຄົນ; ໃນນັ້ນ, ນັກທ່ອງທ່ຽວຕ່າງປະເທດ 639 ຄົນ ແລະ ນັກທ່ອງທ່ຽວພາຍໃນ 8,186 ຄົນ.

ທ່ານ ບຸນທະວີ ສີຣິເພັງພະຈັນ ຫົວໜ້າຫ້ອງການຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ເມືອງໂຂງ ລາຍງານໃຫ້ຮູ້ໃນວັນທີ 14 ກໍລະກົດ 2022 ນີ້, ໃນໂອກາດລົງຊູ້ຍູ້ວຽກງານຮອບດ້ານຢູ່ສູນຂໍ້ມູນຂ່າວສານການທ່ອງທ່ຽວ ປະຈຳເມືອງ ວ່າ: ເມືອງໂຂງ ມີແຫລ່ງທ່ອງທ່ຽວທາງດ້ານທຳມະຊາດ, ປະຫວັດສາດ ແລະ ວັດທະນະທຳ ທີ່ໄດ້ຮັບຄວາມນິຍົມຫລາຍແຫ່ງ ລວມທັງໝົດ 41 ແຫ່ງ; ໃນນັ້ນ, ແຫລ່ງທ່ອງທ່ຽວທາງທຳມະຊາດ ມີ 20 ກວ່າແຫ່ງ ເປັນຕົ້ນ, ນ້ຳຕົກຕາດຄອນພະເພັງ, ນ້ຳຕົກຕາດສົມພະມິດ, ນ້ຳຕົກຕາດຄອນປາສ້ອຍ, ເຫວຄອນລານ, ເຫວຊ້າງເຜືອກ, ຖ້ຳພູຂຽວ, ວັງປາຂ່າ ແລະ ອື່ນໆ. ສ່ວນ ແຫລ່ງທ່ອງທ່ຽວທາງດ້ານວັດທະນະທຳ ມີ 14 ແຫ່ງ ເປັນຕົ້ນ ວັດພະແກ້ວໂພໄຊໂຂງພະໃຫຍ່, ວັດພູເຂົາແກ້ວ, ວັດພູກິ່ງແກ້ວກອງມະນີ, ຕົ້ນໂພສຽງ, ວັດຊຽງຫວາງ, ວັດຄອນຢວກ, ວັດພວງແກ້ວ ອະລຸນໂນໄທ ແລະ ອື່ນໆ. ສຳລັບ ແຫລ່ງທ່ອງທ່ຽວທາງດ້ານປະຫວັດສາດ ມີ 7 ແຫ່ງ ປະກອບມີ ຝາຜະໜັງປ້ອງໄມ້ສັກ, ຫົວລົດໄຟ, ທ່າຈອດກຳປັ່ນຫາງຄອນ, ທ່າຈອດກຳປັ່ນດອນເດດ, ທາງລົດໄຟ, ຂົວຂ້າມນ້ຳຂອງ (ດອນຄອນ-ດອນເດດ) ແລະ ທາດດອນຮີ. ນອກຈາກນີ້ ຍັງມີສະຖານທີ່ທາງທຳມະຊາດ ທີ່ເໝາະສົມແກ່ການພັດທະນາເປັນແຫລ່ງທ່ອງທ່ຽວ ຕື່ມອີກຫລາຍແຫ່ງ. ມາຮອດປັດຈຸບັນ ເມືອງໂຂງ ໄດ້ເອົາໃຈໃສ່ຈັດສັນຄຸ້ມຄອງ ແລະ ບູລະນະສະຖານທີ່ທ່ຽວທ່ອງແຫ່ງຕ່າງໆ ໃຫ້ເຂົ້າສູ່ລະບົບ, ມີຄວາມເປັນລະບຽບຮຽບຮ້ອຍ, ສວຍງາມ ເພື່ອດຶງດູດເອົານັກທ່ອງທ່ຽວ ທັງພາຍໃນ ແລະ ຕ່າງປະເທດ ເຂົ້າມາທ່ຽວຊົມ, ທັງເປັນການສ້າງວຽກງານເຮັດງານທຳ ໃຫ້ກັບປະຊາຊົນພາຍໃນທ້ອງຖິ່ນ ນັບມື້ຫລາຍຂຶ້ນ.

ທ່ານ ບຸນທະວີ ສີຣິເພັງພະຈັນ ໃຫ້ຮູ້ອີກວ່າ: ທົ່ວເມືອງໂຂງ ມີໂຮງແຮມທັງໝົດ 13 ແຫ່ງ, ໃນນີ້ ເປັນໂຮງແຮມ 3 ດາວ 1 ແຫ່ງ, ໂຮງແຮມຂຽວອາຊຽນ 1 ແຫ່ງ ແລະ ພວມກຳລັງປະເມີນເປັນໂຮງແຮງຂຽວອາຊຽນຈຳນວນ 2 ແຫ່ງ; ມີເຮືອນພັກ 75 ແຫ່ງ ແລະ ຮ້ານອາຫານ 38 ແຫ່ງ.

error: Content is protected !!