ໄຟຟ້າຫົງສາ ສະໜັບໜູນລູກປາໃຫ້ 3 ເມືອງ ປ່ອຍລົງແຫລ່ງນໍ້າທໍາມະຊາດ

ບໍລິສັດ ໄຟຟ້າ ຫົງສາ ຈໍາກັດ ຮ່ວມກັບເມືອງ ຫົງສາ, ເມືອງ ເງິນ ແລະ ເມືອງ ຊຽງຮ່ອນ ແຂວງ ໄຊຍະບູລີ ຈັດກິດຈະກຳອະນຸລັກສັດນໍ້າ-ສັດປ່າ ປ່ອຍປາຄືນສູ່ແຫລ່ງນໍ້າທໍາມະຊາດ ເນື່ອງໃນວັນປ່ອຍປາ ແລະ ອະນຸລັກສັດນໍ້າ-ສັດປ່າ ແຫ່ງຊາດ ປະຈໍາປີ 2022 ໃນລະຫວ່າງວັນທີ 12-13 ກໍລະກົດ 2022.

ການຈັດງາາຄັ້ງນີ້, ບໍລິສັດໄຟຟ້າ ຫົງສາ ຈໍາກັດ ໄດ້ສະໜັບສະໜູນລູກປາ ສໍາລັບປ່ອຍຄືນສູ່ແຫລ່ງນໍ້າທໍາມະຊາດ ທັງໝົດ 30,000 ໂຕ ແບ່ງອອກຄື: ເມືອງຫົງສາ 15,000 ໂຕ, ເມືອງເງິນ 10,000 ໂຕ ແລະ ເມືອງຊຽງຮ່ອນ 5,000 ໂຕ. ທັງນີ້, ແນໃສ່ປູກຈິດສໍານຶກທີ່ດີໃຫ້ກັບເຍົາວະຊົນ ແລະ ປະຊາຊົນ ໃຫ້ຄໍານຶງເຖິງຄວາມສໍາຄັນຂອງການອະນຸລັກສັດນໍ້າ-ສັດປ່າ ບໍ່ໃຫ້ສູນພັນຈາກການກະທໍາຂອງມະນຸດ ທັງທາງກົງ ແລະ ທາງອ້ອມ ທັງຮ່ວມເປັນສ່ວນສໍາຄັນໃນການຊ່ວຍປັບສົມດູນ ໃຫ້ກັບລະບົບນິເວດ ດ້ວຍການຟື້ນຟູສະພາບຂອງແຫລ່ງນໍ້າ ແລະ ປ່າຕົ້ນນໍ້າ ໃຫ້ມີຄວາມສົມບູນຫລາຍຂຶ້ນ.

ຂໍ້ມູນຂ່າວ: ໄຟຟ້າຫົງສາ

error: Content is protected !!