
ຕາຕະລາງ ຄະແນນການແຂ່ງຂັນເຕະບານຊາຍ ຮຸ່ນອາຍຸບໍ່ເກີນ 19 ປີ ຊີງແຊັມອາຊຽນປະຈຳປີ 2022 ທີ່ປະເທດອິນໂດເນເຊຍ ກຸ່ມບີ ທີມຊາດລາວ ລົງສະໜາມ 4 ນັດ ຊະນະ 4 ນັດ ມີ 12 ຄະ ແນນ ເປັນອັນດັບ 1 ກຸ່ມບີ.
ທີມຊາດລາວ ຮຸ່ນອາຍຸບໍ່ເກີນ 19 ປີ ຮອບຮອງຊະນະເລີດ ພົບກັບ ທີມຊາດ ໄທ ຈະແຂ່ງຂັນໃນວັນທີ 13/7/2022 ເວລາ 20:00 ໂມງ ແຂ່ງຂັນຢູ່ສະໜາມ Patriot Candrabhaga.
ຂໍໃຫ້ແຟນບານສົ່ງກຳລັງໃຈເຊຍ ແລະ ແຟນບານຊາວລາວ ຢູ່ປະເທດອິນໂດເນເຊຍ ເຊຍຕິດຂອບສະໜາມ ເພື່ອໃຫ້ກຳລັງໃຈ ທີມຊາດລາວ.

ແຫຼ່ງຂ່າວຈາກ: ສະຫະພັນບານເຕະແຫ່ງຊາດລາວ