ເມືອງ ລະຄອນເພັງ ປ່ອຍປາ 120,000 ໂຕ ຄືນທໍາມະຊາດ ເພື່ອສະເຫຼີມສະຫຼອງ ວັນອະນຸລັກ ສັດນໍ້າສັດປ່າ ແລະວັນປ່ອຍປາແຫ່ງຊາດ

ໃນວັນທີ 12 ກໍລະກົດ 2022 ນີ້ທີອ່າງເກັບນໍ້າ ວັງແຄນ, ເມືອງ ລະຄອນເພັງ ໄດ້ຈັດພິທີປ່ອຍປາຄືນສູ່ແຫຼ່ງນໍ້າທໍາມະຊາດ ເພື່ອສະເຫຼີມສະຫຼອງວັນອະນຸລັກ ສັດນໍ້າສັດປາ ແລະວັນປ່ອຍປາແຫ່ງຊາດ 13 ກໍລະກົດ ຄົບຮອບ 25 ປີ, ທັງເປັນການປູກຈິດສໍານຶກໃນການປົກປັກຮັກສາ, ອະນຸລັກສັດນໍ້າ-ສັດປ່າໃຫ້ມີຄວາມອຸດົມສົມບູນ ແລະຍືນຍົງ ໂດຍໃຫ້ກຽດເຂົ້າຮ່ວມ ຂອງທ່ານ ໜູໄຊ ຈັນດາວົງ ຮອງເລຂາພັກເມືອງ ປະທານກວດກາເມືອງ ມີຄະນະນໍາຂອງເມືອງ, ຕາງໜ້າພະແນກກະສິກໍາປ່າໄມ້ແຂວງ, ພະນັກງານລັດຖະກອນ, ຜູ້ປະກອບການທູລະກິດ ແລະມວນຊົນເຂົ້າຮ່ວມ.

ສໍາລັບລູກປາທີ່ນໍາມາປ່ອຍໃນພິທີຄັ້ງນີ້ ປະກອບມີ 3 ຊະນິດປາຄື: ປາປາກ, ປານວນຈັນ ແລະປານິນ ລວມທັງໝົດ 120,000 ໂຕ ໂດຍໄດ້ປ່ອຍຢູ່ 2 ຈຸດ ຄື: ອ່າງເກັບນໍ້າວັງແຄນ 116,500 ໂຕ ແລະໜອງສະວັດນາພະບາງໃຫຍ່ 3,500 ໂຕ ແລະລູກປາທີ່ນໍາມາປ່ອຍໃນຄັ້ງນີ້ແມ່ນໄດ້ຈາກການສົມທົບທຶນ ຂອງຫ້ອງການ-ອົງການທຽມເທົ່າ ຫົວໜ່ວຍທູລະກິດພາຍໃນເມືອງ ແລະພະແນກກະສິກຳ ແລະປ່າໄມ້ແຂວງ ປະກອບສ່ວນຈໍານວນ 3,000 ໂຕ.

ແຫຼ່ງຂໍ້ມູນ: ສື່ມວນຊົນລະຄອນເພັງ

error: Content is protected !!