ປະຊາຊົນ ບ້ານ ຫຼັກຄຳເກົ່າ, ແຂວງ ຫຼວງນໍ້າທາ ສາມາດສ້າງລາຍຮັບເຂົ້າບ້ານ ຈາກການປຸກຢາງພາລາ ໄດ້ 6 ຕື້ລ້ານກວ່າກີບຕໍ່ປີ

ທ່ານ ບູນແກ້ວ ອາລີ ຮອງເລຂາພັກບ້ານ ຮອງນາຍບ້ານໆ ຫຼັກຄຳເກົ່າ ເມືອງ ຫຼວງນໍ້າທາ ແຂວງ ຫຼວງນໍ້າທາ ໃຫ້ສຳພາດ ໃນວັນທີ 11 ກໍລະກົດ 2022 ນີ້ວ່າ: ການພັດທະນາເສດຖະກິດ-ສັງຄົມ ຂອງບ້ານຫຼັກຄຳເກົ່າແມ່ນອົງການປົກຄອງບ້ານໄດ້ຈັດຕັ້ງປະຕິບັດຕາມທິດຊີ້ນຳຂອງຂັ້ນເທິງເປັນຕົ້ນແມ່ນການຈັດສັນທີ່ດິນໃຫ້ປະຊາຊົນ ແລະ ຫັນປ່ຽນອາຊີບຂອງປະຊາຊົນຖ່າງປ່າເຮັດໄຮ່ແບບເລື່ອນລອຍຫັນມາເປັນອາຊີບຄົງທີ່ແຕ່ລະຄອບຄົວໄດ້ປະຕິບັດຕາມທິດຊີ້ນຳຂອງຂັ້ນເທິງ.

ບ້ານຫຼັກຄໍາເກົ່າຕັ້ງຢູ່ທາງທິດເໜືອຂອງເມືອງ ຫຼວງນໍ້າທາ ຫ່າງຈາກຫ້ອງວ່າການເມືອງຫຼວງນໍ້າທາ 20 ກິໂລແມັດ,ຂື້ນກັບກຸ່ມພັດທະນາຫຼັກຄຳ ຊຶ່ງເປັນບ້ານຊົນເຜົ່າອາຄາ,ມີ 598 ຄົນຍິງ 312 ຄົນ,ມີ 114 ຫຼັງຄາເຮືອນ,149 ຄອບຄົວ,ປະຊາຊົນໄດ້ຍຶດຖືເອົາການປຸກຝັງຊະນິດຕ່າງໆ ແລະ ສິ່ງທີ່ພົ້ນເດັ່ນພາຍໃນບ້ານແມ່ນການປຸກຢາງພາລາ ເພື່ອເປັນການສ້າງລາຍຮັບຕົ້ນຕໍ,ໄລຍະໜຶ່ງປີຜ່ານມາບ້ານ ຫຼັກຄຳເກົ່າສາມາດສ້າງລາຍຮັບເຂົ້າບ້ານໄດ້ 6,266,142,000 ກີບ ສະເລ່ຍໃສ່ຫົວຄົນ 10,478,498 ກີບຕໍ່ຄົນຕໍ່ປີ ແລະ ມີຄອບຄົວທີ່ພົ້ນເດັ່ນໃນການສ້າງເສດຖະກິດຄອບຄົວ 21 ຄອບຄົວ, ພົ້ນເດັ່ນໃນການຂາຍນໍ້າຢາງພາລາ ແລະ ເຄື່ອງປ່າຂອງດົງ.

ທ່ານຍັງກ່າວຕື່ມວ່າ:ໄລຍະຜ່ານມາ ບ້ານ ຫຼັກຄຳ ເກົ່າຍັງໄດ້ຮັບນາມມະຍົດເປັນບ້ານວັດທະນະທຳ ແລະ ບ້ານສີມືແຮງງານ ແລະໄດ້ຮັບການຊ່ວຍເຫຼືອຈາກພັກ-ລັດເຊັ່ນ:  ປຸກຢາງພາລາໃຫ້ຄອບຄົວ  ຫຼື  ຫຼັງຄາເຮືອນໜື່ງຕໍ່ 1  ເຮັດຕາ ລວມມີ 56 ເຮັກຕາ,ໂຮງຮຽນ,ຂົວອູ່ຂ້າມນໍ້າທາໄປຫາບ້ານ,ນໍ້າລີນ(ໂຄງການແອດດາໃນເມື່ອກ່ອນ)ພ້ອມນີ້ຍັງໄດ້ຮຽກຮ້ອງມາຍັງພັກ-ລັດ ໃຫ້ຄົ້ນຄວ້າທຶນສົມທົບການກໍ່ສ້າງຂົວຖາວອນຂ້າມແມ່ນໍ້າທາໄປຫາບ້ານຫຼັກຄຳເກົ່າ ,ເພື່ອອຳນວຍຄວາມສະດວກໃຫ້ແກ່ປະຊາຊົນພາຍໃນບ້ານໄປມາຫາສູ່ກັນໄດ້ຢ່າງສະດວກສະບາຍ ແລະ ການສົ່ງສິນຄ້າໃຫ້ມີຄວາມວອງໄວຂື້ນກວ່າເກົ່າ,ເພາະວ່າຂົວປັດຈຸບັນຍັງເປັນຂົວອູ່ການສັນຈອນພົບຄວາມຫຍຸ້ງຍາກ.

ຂ່າວ: ກິ່ນນາລົມ

error: Content is protected !!