ປະທານາທິບໍດີ-ນາຍົກ ສີລັງກາ ປະກາດ ຈະລາອອກ ຈາກຕຳແໜ່ງແລ້ວ

ຕາມ​ຂ່າວ​ຈາກ​ ໂກ​ລົມ​ໂບ,ວັນ​ທີ 10​ ກໍລະກົດ​ ນີ້, ທ່ານ Kotabaya Rajapaksa, ປະທານາທິບໍດີ ແລະ ທ່ານ RanilVikram Singh, ນາຍົກ ລັດຖະມົນຕີ ຂອງ ສີລັງກາ ໄດ້ຕັດສິນໃຈລາອອກຫລັງຈາກປະເທດ ​ເກີດຄວາມ ວຸ້ນວາຍ ຫລາຍທີ່ສຸດ ນັບຕັ້ງແຕ່ມີການປະທ້ວງຕໍ່ຕ້ານລັດຖະບານ ເປັນເວລາຫລາຍເດືອນຜ່ານ​ມາ ​ເມື່ອກຸ່ມ​ ຜູ້​ປະ​ທ້ວງ​ ໄດ້​ບຸກ​ເຂົ້າ​ໄປ​ ໃນ​ເຮືອນ​ ຂອງ​ຜູ້ນຳ ທັງ​ 2 ທ່ານ ​ຈາກ​ນັ້ນ ບັນດາ​ ຜູ້ນໍາ ​ໃນ​ສະພາ​ໄດ້​ຈັດ​ກອງປະຊຸມສຸກ​ເສີນ ​​ແລະ​ ​ມີ​ມະຕິ​ຂໍໃຫ້ລາ​ອອກ ດັ່ງນັ້ນ ປະທານາທິບໍດີ ພ້ອມ​ດ້ວຍ​ຄະນະຕົກລົງຈະລາ​ອອກ ​ໃນ​ວັນ​ທີ 13​ ກໍລະກົ​ດນີ້ ​ເພື່ອ​ສົ່ງມອບອຳນາດ​ຄືນ​ໃຫ້​ແກ່ປະຊາຊົນນຳ​ໄປ​ສູ່​ຂະ​ບວນການ​ເລຶອກຜູ້ນຳ​ ຄົນ​ໃໝ່ ​ໃນ​ໄວໆ​ນີ້.

ຮຽບຮຽງ​ຂ່າວ​ໂດຍ: ສະ​ໄຫວ ລາດ​ປາກ​ດີ

error: Content is protected !!