ມຽນມາ ກຳລັງຂາດແຄນນ້ຳມັນເຊື້ອໄຟ ​ຮຸນ​ແຮງ

ສຳນັກ​ຂ່າວ BBC, ວັນ​ທີ 21 ​ເມສາ ​ນີ້, ມຽນມາ ພວມ​ຜະ​ເຊີນ​ກັບ ​ສະພາບການ​ຂາດ​ແຄນນ້ຳມັນເຊື້ອ​ໄຟ ​ຮຸນ​ແຮງ ​ພາຍຫລັງລັດຖະບານ ມຽນມາ ​ໄດ້​ປະກາດ ​ໃຫ້​ປ້ຳ​ນ້ຳມັນ​ເຊື້ອ​ໄຟ ທົ່ວ​ປະ​ເທດຈຳກັດ ປະລິມານ ການຈຳໜ່າຍ​ ນ້ໍາມັນ ​ໃຫ້​ປະຊາຊົນ ບໍ່​ເກີນ 30,000 ຈາດ​ຕໍ່​ຄົນ ​ເປັນ​ສ່ວນ​ໜຶ່ງໃນ​ມາດ​ຕະການ​ຂອງ​ລັດຖະບານ ​ໃນ​ການຄຸ້ມ​ຄອງ ນ້ຳມັນ​ເຊື້ອ​ໄຟ ສົ່ງ​ຜົນ​ໃຫ້ ​ປະຊາຊົນຈຳນວນ​ຫລາຍໄປ​ຕໍ່​ແຖວ​ໃສ່​ນ້ຳມັນ ​ໂດຍ​ສະ​ເພາະນະຄອນ​ຢ່າງ​ກຸ້ງ​ ​ເມືອງມະລະ​ແໜ່​ງ (Mawlamyine) ຜະ​ເຊີນ​ບັນຫາ​ຂາດ​ແຄນນ້ຳມັນຈົນເຮັດ​ໃຫ້ ​ລົດ​ໂດຍສານຈຳນວນ​ຫລາຍ ​ເລີ່​ມຢຸດ​ໃຫ້​ບໍລິການ ຊົ່ວຄາວ​ເພາະ​ນ້ຳມັນ ​ບໍ່​ພຽງພໍ ອີກ​ທັງສິນຄ້າ​ປະ​ເພດ​ຕ່າງໆ ປັບ​ຂຶ້ນ​ລາຄາເຊັ່ນ​ກັນ.

error: Content is protected !!