ບັນດາປະເທດ ອາຊຽນ ຊຸກຍູ້ການຮ່ວມສຳພັນຊຳລະຂ້າມຊາຍແດນ

ອີງຕາມຂ່າວຈາກ VOVWORLD, ວັນທີ8 ກໍລະກົດນີ້, ອິນໂດເນເຊຍ, ໄທ, ມາເລເຊຍ, ສິງກະໂປ ແລະ ຟີລິບປິນ ມີພື້ນຖານໂຄງລ່າງ ກ່ຽວກັບ ລະບົບ QR code ຢູ່ແລ້ວ ເພື່ອປະຕິບັດການທຳທຸລະກຳຂ້າມຊາຍແດນ ເພື່ອແນໃສ່ຊຸກຍູ້ ການເຊື່ອມໂຍງ ດ້ານການເງິນ, ຫັນການຄ້າພາກພື້ນ ເປັນດິຈິຕອລ, ການບໍລິການຊຳລະດ້ວຍ QR code ຂອງ ອິນໂດເນເຊຍ (ລະບົບ QRIS) ຈະມີໜ້າຢູ່ 4 ປະເທດ ສະມາຊິກ ອາຊຽນ ຫລັງຈາກ ທ່ານ ນາງ Filianingsih Hendarta, ຫົວໜ້າພາກສ່ວນຮັບຜິດຊອບນະໂຍບາຍ ລະບົບຊຳລະຂອງທະນາຄານ ສູນກາງ ອິນໂດເນເຊຍ ໄດ້ຍົກໃຫ້ເຫັນບາງຕອນສຳຄັນວ່າ: ການບໍລິການຮ່ວມສຳພັນ ຊຳລະຂ້າມຊາຍແດນເອື້ອອຳນວຍ ຄວາມສະດວກ ໃຫ້ຜູ້ບໍລິໂພກ ແລະ ຜູ້ຄ້າຂາຍ ຢູ່ 5 ປະເທດ ອາຊຽນ ປະຕິບັດ ແລະ ຍອມຮັບການຊຳລະດ້ວຍ QR code.

ສຳລັບ ຮູບການຮ່ວມສຳພັນນີ້ ຈະຊ່ວຍຮັກສາເສດຖະກິດມະຫາພາກຂອງບັນດາປະເທດ ອາຊຽນ ເປັນປົກກະຕິ ດ້ວຍວິທີຊຸກຍູ້ການນຳໃຊ້ໃນຂອບເຂດການຊຳລະດ້ວຍເງິນຕາພາຍໃນປະເທດຢ່າງກ້ວາງຂວາງ ຂຶ້ນຕື່ມອີກ.

ຮຽບຮຽງຂ່າວໂດຍ ສະໄຫວ ລາດປາກດີ

error: Content is protected !!