ແຈ້ງການແນະນໍາ! ປັບປຸງຄ່າແຮງງານຂັ້ນຕໍ່າສຸດຢູ່ ລາວ ຄັ້ງທີ 1 ແລະ 2

ລັດຖະມົນຕີ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ປະທານຄະນະກຳມະການແຮງງານແຫ່ງຊາດ ອອກແຈ້ງການແນະນໍາ ດັ່ງນີ້:

1. ການປັບປຸງຄ່າແຮງງານຂັ້ນຕໍ່າສຸດສໍາລັບຜູ້ອອກແຮງງານ ຢູ່ ສປປ ລາວ ໃຫ້ປະຕິບັດ ດັ່ງນີ້:

1) ຄັ້ງທີ I ປັບຂຶ້ນຈາກ 1,100,000 ກີບ ມາເປັນ 1,200,000 ກີບ ຕໍ່ຄົນຕໍ່ເດືອນ ຫຼື ເທົ່າກັບ 46,154 ກີບ ຕໍ່ຄົນຕໍ່ວັນ ຫຼື ເທົ່າກັບ 5,769 ກີບ ຕໍ່ຄົນຕໍ່ຊົ່ວໂມງ ໂດຍມີຜົນບັງຄັບໃຊ້ນັບແຕ່ວັນທີ 01 ສິງຫາ 2022 ຫາ 30 ເມສາ 2023;

2) ຄັ້ງທີ 2 ປັບຂຶ້ນຈາກ 1,200,000 ກີບ ມາເປັນ 1,300,000 ກີບ ຕໍ່ຄົນຕໍ່ເດືອນ ຫຼື ເທົ່າກັບ 50,000

ກີບ ຕໍ່ຄົນຕໍ່ວັນ ຫຼື ເທົ່າກັບ 6,250 ກີບ ຕໍ່ຄົນຕໍ່ຊົ່ວໂມງ ໂດຍມີຜົນບັງຄັບໃຊ້ນັບແຕ່ວັນທີ 01 ພຶດສະພາ 2023 ເປັນຕົ້ນໄປ.

2. ເປົ້າໝາຍຜູ້ທີ່ຈະໄດ້ຮັບຄ່າແຮງງານຂັ້ນຕໍ່າສຸດແມ່ນ ຜູ້ອອກແຮງງານ ທີ່ເຮັດວຽກໃນຫົວໜ່ວຍການຜະລິດ, ທຸລະກິດ ແລະ ການບໍລິການຂອງທຸກພາກສ່ວນເສດຖະກິດ-ສັງຄົມ, ຜູ້ເຮັດວຽກນອກລະບົບ ແລະໃນຄົວເຮືອນ ທີ່ບໍ່ມີວຸດທິທາງວິຊາຊີບ, ບໍ່ມີສີມື, ບໍ່ມີຄວາມຊຳນານງານ ແລະ ບໍ່ມີໃບຢັ້ງຢືນຜ່ານງານ ຊຶ່ງເຮັດວຽກບໍ່ເກີນ ຊາວຫົກ ວັນຕໍ່ເດືອນ, ຫົກວັນຕໍ່ອາທິດ ແລະ ແປດ ຊົ່ວໂມງຕໍ່ວັນ ໂດຍບໍ່ລວມເອົາເງິນເຮັດວຽກເພີ່ມໂມງ, ເງິນບຳເນັດ, ເງິນອຸດໜູນປີການ, ເງິນຊຸກຍູ້ມາເຮັດວຽກ, ເງິນຄ່າອາຫານ, ຄ່າທີ່ພັກ, ຄ່າຮັບສົ່ງ ແລະ

ເງິນນະໂຍບາຍອື່ນ ທີ່ເປັນສະຫວັດດີການຂອງຫົວໜ່ວຍແຮງງານ;

3. ສຳລັບຜູ້ອອກແຮງງານທີ່ມີປະສົບການ, ມີວິຊາຊີບ, ວິຊາສະເພາະ ແລະ ຜູ້ທີ່ເຮັດວຽກຄົບ ເກົ້າ ເດືອນ ຜູ້ໃຊ້ແຮງງານຕ້ອງຈ່າຍເງິນເດືອນ ຫຼື ຄ່າແຮງງານ ສູງກວ່າຄ່າແຮງງານຂັ້ນຕໍ່າສຸດ. ຖ້ານໍາໃຊ້ຜູ້ອອກແຮງງານເຮັດວຽກທີ່ເປັນອັນຕະລາຍຕໍ່ສຸຂະພາບ ຕາມທີ່ກຳນົດໄວ້ໃນກົດໝາຍ ແລະ ລະບຽບການດ້ານແຮງງານ ຜູ້ໃຊ້ແຮງງານຕ້ອງຈ່າຍເພີ່ມບໍ່ໃຫ້ຫຼຸດ 15% ຂອງຄ່າແຮງງານຂັ້ນຕໍ່າສຸດທີ່ກໍານົດໄວ້ໃນແຈ້ງການແນະນຳສະບັບນີ້;

4. ໃຫ້ທຸກຫົວໜ່ວຍການຜະລິດ, ທຸລະກິດ ແລະ ການບໍລິການ ໃນຂອບເຂດທົ່ວປະເທດ ຈົ່ງຮັບຮູ້ ແລະ

ຈັດຕັ້ງປະຕິບັດຢ່າງເຂັ້ມງວດ, ຖ້າຫາກຫົວໜ່ວຍແຮງງານ ຫຼື ຜູ້ໃຊ້ແຮງງານໃດຫາກເບີກຈ່າຍຕໍ່າກວ່າ ຕ້ອງດຳເນີນການປັບປຸງໃຫ້ຖືກຕ້ອງ ແລະ ສອດຄ່ອງຕາມແຈ້ງການແນະນຳສະບັບນີ້;

5. ໃຫ້ຄະນະກໍາມະການແຮງງານແຫ່ງຊາດ, ຄະນະກຳມະການແຮງງານຂັ້ນແຂວງ, ກອງເລຂາຂອງຄະນະ

ກຳມະການແຮງງານແຫ່ງຊາດ ແລະ ກອງເລຂາຂອງຄະນະກໍາມະການແຮງງານຂັ້ນແຂວງ ນຳໄປເຜີຍແຜ່, ແນະນຳແລະ ຊຸກຍູ້ໃຫ້ຫົວໜ່ວຍແຮງງານ ປະຕິບັດແຈ້ງການແນະນຳສະບັບນີ້ຢ່າງທົ່ວເຖິງ;

6. ໃຫ້ກົມຄຸ້ມຄອງແຮງງານ, ພະແນກແຮງງານ ແລະ ສະຫວັດດີການສັງຄົມຂັ້ນແຂວງ ແລະ ຫ້ອງການແຮງ

ງານ ແລະ ສະຫວັດດີການສັງຄົມຂັ້ນເມືອງ ໃນຂອບເຂດທົ່ວປະເທດ ຊຸກຍູ້ເຈົ້າໜ້າທີ່ກວດກາແຮງງານ ລົງຕິດຕາມ,ກວດກາການຈັດຕັ້ງປະຕິບັດແຈ້ງການແນະນຳສະບັບນີ້ ຢ່າງເຂັ້ມງວດ ແລະ ໃຫ້ໄດ້ຮັບຜົນດີ;

7. ໃຫ້ສະຫະພັນກຳມະບານທຸກຂັ້ນ ສົມທົບກັບພາກສ່ວນທີ່ກ່ຽວຂ້ອງ ຊຸກຍູ້ຜູ້ອອກແຮງງານ, ຜູ້ຕາງໜ້າຜູ້

ອອກແຮງງານ ຫຼື ໜ່ວຍກຳມະບານ ປະຈຳຢູ່ຫົວໜ່ວຍແຮງງານ ໃນການເຈລະຈາຕໍ່ລອງການເຮັດສັນຍາແຮງງານ

ບຸກຄົນ ຫຼື ລວມໝູ່, ເພື່ອກຳນົດຄ່າແຮງງານ, ນະໂຍບາຍ ແລະ ສະຫວັດດີການອື່ນທີ່ເໝາະສົມຕາມເງື່ອນໄຂຕົວ

ຈິງຂອງການດຳເນີນທຸລະກິດທີ່ສາມາດໃຫ້ຜົນປະໂຫຍດທີ່ສູງກວ່າ;

8. ໃຫ້ສະພາການຄ້າ ແລະ ອຸດສາຫະກຳທຸກຂັ້ນ ປຸກລະດົມ ແລະ ຊຸກຍູ້ ຜູ້ໃຊ້ແຮງງານ ປັບປຸງການເບີກຈ່າຍ

ຄ່າແຮງງານຂັ້ນຕໍ່າສຸດ ໃຫ້ທັນກັບກຳນົດເວລາ ຕາມແຈ້ງການແນະນໍາສະບັບນີ້;

9. ໃຫ້ທຸກຫົວໜ່ວຍແຮງງານ ປະຕິບັດຕາມກົດໝາຍ ແລະ ລະບຽບການດ້ານປະກັນສັງຄົມ, ດ້ານຄວາມ

ປອດໄພ ແລະ ສຸຂະພາບແຮງງານຢ່າງເຂັ້ມງວດ ໂດຍຮັບປະກັນໃຫ້ຜູ້ອອກແຮງງານທຸກຄົນໄດ້ເຂົ້າເປັນສະມາຊີກອົງການປະກັນສັງຄົມ ແລະ ໃຫ້ໄດ້ກວດສຸຂະພາບປະຈຳປີ ຢູ່ສະຖານທີ່ກວດສຸຂະພາບແຮງງານທີ່ເຄື່ອນໄຫວ

ຖືກຕ້ອງຕາມກົດໝາຍ;

10. ແຈ້ງການແນະນຳສະບັບນີ້ ປ່ຽນແທນແຈ້ງການແນະນໍາສະບັບເລກທີ 1121/ຮສສ, ລົງວັນທີ 25 ເມສາ 2018 ແລະ ມີຜົນບັງຄັບໃຊ້ຢ່າງເປັນທາງການ ນັບແຕ່ວັນລົງລາຍເຊັນເປັນຕົ້ນໄປ ຈົນກວ່າຈະມີການປ່ຽນແປງໃໝ່.

error: Content is protected !!