ທ່ານ Boris Johnson ລາອອກຈາກຕໍາແໜ່ງ ນາຍົກລັດຖະມົນຕີ ອັງກິດ

ສຳນັກ​ຂ່າວ BBC ລາຍ​ງານ ​ໃນ​ວັນ​ທີ 7 ກໍລະກົດ​ນີ້​ວ່າ: ທ່ານ ບໍຣີສ ຈອນສັນ (Boris Johnson) ນາຍົກ ລັດຖະມົນຕີ ອັງກິດ ​ໄດ້​ປະກາດລາ​ອອກ​ຈາກ​ຕຳ​ແໜ່​ງ ຜູ້ນຳ​ພັກ​ອະນຸລັກ​ນິຍົມ.

ຫລັງຈາກຖືກ​ກົດ​ດັນຈາກ​ສະ​ມາ​ຊິກ​ພັກ​ ໃຫ້​ລາ​ອອກ​ ຈາກ​ຕຳ​ແໜ່ງ​ ເປັນ​ຜູ້​ນຳປະ​ເທດ ອັງກິດ​ ແຕ່​ຍັງຄົງ ຮັກສາການເປັນນາຍົກລັດຖະມົນຕີ ອັງກິດ​ ຕໍ່ໄປຈົນກວ່າ ຈະໄດ້ຫົວໜ້າພັກຄົນໃໝ່ ຮອດເດືອນ ຕຸລາ​ ປີນີ້ ຫລັງຈາກ ຄະນະລັດຖະມົນຕີ ແລະ ສະມາຊິກສະພາ ອັງກິດ ເກືອບ 60 ຄົນ ປະກາດລາອອກຕຳແໜ່ງ ເພື່ອກົດດັນໃຫ້ ທ່ານ ບໍຣີສ ຈອນສັນ​ ລາອອກໃນກ່ອນໜ້ານີ້.ສຳລັບ ຜົນການລົງມະຕິ ປະກົດວ່າ ສະມາຊິກ ສະພາ (ສສ) ພັກອະນຸລັກ ນິຍົມ 211 ສຽງ ລົງມະຕິ ໄວ້ວາງໃຈ ທ່ານ ບໍຣີສ ຈອນສັນ ຂະນະທີ່ ສະມາຊິກອີກ 148 ສຽງ ລົງມະຕິ ບໍ່ໄວ້ວາງໃຈ ຖ້າຫາກວ່າ ທ່ານ ບໍຣີສ ຈອນສັນ ພາຍແພ້ ການລົງ ຄະແນນສຽງ ດັ່ງກ່າວ ຈະຕ້ອງ ລາອອກ ຈາກຕຳແຕ່ງ ຜູ້ນຳພັກ ແລະ ຕຳແໜ່ງ ນາຍົກ ລັດຖະມົນຕີ ພ້ອມທັງ ສົ່ງຜົນໃຫ້ ທ່ານ ບໍຣີສ ຈອນສັນ ບໍ່ມີສິດລົງສະໝັກແຂ່ງຂັນອີກ ຖ້າຫາກ ເປັນຜູ້ນຳທີ່ຖືກຖອດຖອນອອກຈາກ ຕຳແໜ່ງ.

ຫລັງຈາກນັ້ນ,​ ສະກຸນເງິນປອນ ກັບມາແຂງຄ່າຂຶ້ນອີກຄັ້ງ ຈາກ 0,38% ສູ່ລະດັບ 1,198 ໂດລາ ສະຫະລັດ ແລະ ປັບຕົວຂຶ້ນ 0,34% ສູ່ລະດັບ 0,851 ເມື່ອທຽບໃສ່ ສະກຸນ​ເງິນ ເອີໂຣ.​

ຮຽບຮຽງຂ່າວໂດຍ: ສະໄຫວ ລາດປາກດີ

error: Content is protected !!