
ວິທະຍຸກະຈາຍສຽງ NHK ລາຍງານວ່າ: ອະດີດນາຍົກລັດຖະມົນຕີຍີ່ປຸ່ນ ທ່ານ Shinzo Abe ໄດ້ຖືກນຳສົ່ງໂຮງໝໍໂດຍໄວ ຫຼັງຈາກເກີດເຫດຖືກຍິງ ໃນລະຫວ່າງການກ່າວຄຳປາໄສ ທີ່ເມືອງ ນາຣາ ປະເທດ ຍີ່ປຸ່ນ, ໂດຍມີລາຍງານວ່າ ໄດ້ຍິນສຽງປືນ ໃນເວລາ 11:30 ຕາມເວລາທ້ອງຖິ່ນ ແລະ ທ່ານໄດ້ຖືກຍິງໃສ່ໜ້າເອິກ.
ເຈົ້າໜ້າທີ່ຈາກພັກປະຊາທິປະໄຕຂອງທ່ານກ່າວວ່າ ອະດີດນາຍົກລັດຖະມົນຕີໄດ້ຖືກໂຈມຕີຈາກທາງຫຼັງ, ຫຼັງຈາກຖືກຍິງລາວກໍໄດ້ລົ້ມລົງ ແລະ ມີເລືອດອອກຢູ່ໜ້າເອິກ.
ເບື້ອງຕົ້ນ ຜູ້ຖືກສົງໄສ ໄດ້ຖືກຈັບກຸມແລ້ວ ແຕ່ຍັງບໍ່ທັນມີລາຍລະອຽດເພີ່ມເຕີມ.
