ກົດໝາຍທີ່ສະພາແຫ່ງຊາດຮັບຮອງ ຈະຮັບປະກັນໃຫ້ແກ່ການສ້າງໃຫ້ເປັນລັດ ທີ່ປົກຄອງດ້ວຍກົດໝາຍ

ການພິຈາລະນາ ແລະ ລົງຄະແນນສຽງຮັບຮອງເອົາກົດໝາຍ 9 ສະບັບ ໃນກອງປະຊຸມສະໄໝສາມັນທີ 3 ຂອງສະພາແຫ່ງຊາດ ຊຸດທີ IX ແມ່ນຜົນສໍາເລັດໃນການຈັດຕັ້ງປະຕິບັດແຜນການສ້າງ ແລະ ປັບປຸງກົດໝາຍ 5 ປີ ທັງເປັນການປະກອບ ສ່ວນສໍາຄັນໃນການປັບປຸງ ແລະ ເພີ່ມທະວີພາຫະນະ, ເຄື່ອງມືຄຸ້ມຄອງລັດ, ຄຸ້ມຄອງເສດຖະກິດ-ສັງຄົມ ໃຫ້ເປັນລະບົບຄົບຊຸດ ເພື່ອຮັບປະກັນການປົກປ້ອງສິດ ແລະ ຜົນປະໂຫຍດຂອງຊາດ ແລະ ປະຊາຊົນລາວບັນດາເຜົ່າ, ສະກັດກັ້ນ ແລະ ຕ້ານບັນດາປະກົດການຫຍໍ້ທໍ້ ທີ່ເປັນການປະພຶດລະເມີດກົດໝາຍຢູ່ໃນສັງຄົມ ແລະ ແນວຄິດອິດສະລະເສລີຕາມໃຈຊອບ ທີ່ຢູ່ເໜືອກົດໝາຍ, ພ້ອມກັນນັ້ນ, ກໍເປັນປັດໄຈຮັບປະກັນໃຫ້ແກ່ການສ້າງລັດ ປະຊາທິປະໄຕ ປະຊາຊົນ ໃຫ້ເປັນລັດທີ່ປົກຄອງດ້ວຍກົດໝາຍຂອງປະຊາຊົນ ໂດຍປະຊາຊົນ ແລະ ເພື່ອປະຊາຊົນເທື່ອລະກ້າວ, ທັງຮັບປະກັນໃຫ້ແກ່ການເຊື່ອມຈອດ, ເຊື່ອມໂຍງເຂົ້າສູ່ພາກພື້ນ ແລະ ສາກົນ.

ທ່ານ ຈະເລີນ ເຢຍປາວເຮີ ຮອງປະທານສະພາແຫ່ງຊາດ, ປະທານກຳມາທິການກົດໝາຍ ໄດ້ກ່າວໃນງານຖະແຫລງຂ່າວກ່ຽວກັບ ການຮັບຮອງເອົາຮ່າງກົດໝາຍ 9 ສະບັບ ໃນວັນທີ 7 ກໍລະກົດ 2022 ວ່າ: ກອງປະຊຸມສະໄໝສາມັນທີ 3 ຂອງສະພາແຫ່ງຊາດ ຊຸດທີ IX ໄດ້ສຸມໃສ່ພິຈາລະນາ ແລະ ລົງຄະແນນສຽງຮັບຮອງເອົາກົດ ໝາຍ ຈຳນວນ 9 ສະບັບ ດ້ວຍການເຫັນດີເປັນສຽງສ່ວນຫລາຍ ໃນນີ້ມີກົດໝາຍສ້າງໃໝ່ 3 ສະບັບຄື: ກົດໝາຍວ່າດ້ວຍວິຈິດສິນ, ກົດໝາຍວ່າດ້ວຍການຄຸ້ມຄອງອາວຸດ ແລະ ວັດຖຸລະເບີດ ແລະ ກົດໝາຍວ່າດ້ວຍຄວາມປອດໄພຂອງເຂື່ອນ. ກົດໝາຍປັບປຸງ 6 ສະບັບຄື: ກົດໝາຍວ່າດ້ວຍການສົ່ງເສີມຈຸນລະວິສາຫະກິດ, ວິສາຫະກິດຂະໜາດນ້ອຍ ແລະ ກາງ, ກົດໝາຍວ່າດ້ວຍການຄຸ້ມຄອງເງິນຕາຕ່າງປະເທດ, ກົດໝາຍວ່າດ້ວຍຊັບສິນຂອງລັດ, ກົດໝາຍວ່າດ້ວຍການແກ້ໄຂຄຳຮ້ອງທຸກ, ກົດໝາຍວ່າດ້ວຍການປັບປຸງບາງມາດຕາຂອງກົດໝາຍວ່າດ້ວຍສານປະຊາຊົນ ແລະ ກົດໝາຍວ່າດ້ວຍການປັບປຸງບາງມາດຕາຂອງກົດໝາຍວ່າດ້ວຍນ້ຳ ແລະ ຊັບພະຍາກອນນ້ຳ.

ທ່ານ ຈະເລີນ ເຢຍປາວເຮີ ຍັງໃຫ້ຮູ້ອີກວ່າ: ການສ້າງ ແລະ ປະກາດໃຊ້ກົດ ໝາຍ ເປັນວຽກງານທີ່ສຳຄັນ ແລະ ມີຄວາມຫຍຸ້ງຍາກສັບສົນ ແຕ່ບັນຫາສຳຄັນຍິ່ງກວ່ານັ້ນ ແມ່ນບັນຫານໍາເອົາກົດໝາຍທີ່ໄດ້ປະກາດໃຊ້ແລ້ວ ເຂົ້າສູ່ຊີວິດຕົວຈິງຂອງສັງ ຄົມ ແລະ ເຮັດໃຫ້ກາຍເປັນສະຕິຕື່ນຕົວເຄົາລົບ, ແບບແຜນດຳລົງຊີວິດ, ຄວາມຊິນເຄີຍ ແລະ ການປະພຶດຕົວຈິງຂອງສະມາຊິກພັກ, ພະນັກງານ-ລັດຖະກອນ, ທະຫານ, ຕຳຫລວດ, ກຳມະກອນ, ກະສິກອນ, ນັກຮຽນຮູ້ປັນຍາຊົນ ແລະ ພົນລະເມືອງລາວທຸກຄົນ ລວມທັງຜູ້ບໍ່ມີສັນຊາດ ແລະ ຊາວຕ່າງດ້າວ ທີ່ດຳລົງຊີວິດຢູ່ ສປປ ລາວ ຮັບຮູ້ເຂົ້າໃຈຢ່າງເລິກເຊິ່ງ ແລະ ທົ່ວເຖິງ ເພື່ອພ້ອມກັນເປັນເຈົ້າການຕື່ນຕົວເຄົາລົບ ແລະ ປະຕິບັດຢ່າງເຂັ້ມງວດ.

ການພິຈາລະນາ ແລະ ຮັບຮອງເອົາກົດໝາຍ 9 ສະບັບນີ້ ເປັນພຽງແຕ່ຜົນສໍາເລັດສ່ວນໜຶ່ງ ໃນການປະຕິບັດແຜນການສ້າງ ແລະ ປັບປຸງກົດໝາຍ ປະຈຳປີ 2022 ແລະ 5 ປີເທົ່ານັ້ນ, ໃນກອງປະຊຸມສະໄໝສາມັນ ເທື່ອທີ 4 ຂອງສະພາແຫ່ງຊາດ ຊຸດທີ IX ທີ່ຈະໄຂຂຶ້ນທ້າຍປີ 2022 ນີ້ ຍັງຈະສືບຕໍ່ພິຈາລະນາສ້າງ ແລະ ປັບປຸງກົດ ໝາຍ ຈຳນວນ 19 ສະບັບອີກ ແລະ ຍັງຈະສືບຕໍ່ສ້າງ ແລະ ປັບປຸງກົດໝາຍ ແຕ່ນີ້ຫາປີ 2025.

ຂໍ້ມູນຂ່າວ: ກິດຕາ

ພາບ: ຂັນໄຊ

error: Content is protected !!