ກຳປູເຈຍ ໃຊ້ເງິນກວ່າ100 ລ້ານໂດລາ ຮັກສາລາຄາໄຟຟ້າປີນີ້

ສຳນັກ​ຂ່າວ​ ຊິນ​ຮວາ, ທ່ານHun Sen, ນາຍົກ ລັດຖະມົນຕີ ກຳປູ​ເຈຍ ຈັດ​ສັນ​ເງິນ ​ອຸດ​ໜູນ​ ຫລາຍ​ກວ່າ 100 ລ້ານ​ໂດ​ລາ​ ສະຫະລັດ ​ໃຫ້ການໄຟຟ້າ ກຳປູ​ເຈຍ ​ເພື່ອ​ຮັກສາ ລາຄາໄຟຟ້າ​ ​ໃຫ້​ຄົງ​ທີ ​ໃນ​ປີ​ນີ້ ​ເນື່ອງ​ຈາກ ລາຄາ ​ໄຟຟ້າ ອາດ​ເພີ່ມ​ຂຶ້ນ 2​ເທົ່າ ຖ້າ​ບໍ່​ມີ​ ເງິນ​ອຸດ​ໜູນ ຈາກ​ລັດຖະບານ ​ໂດຍ​ບາງ​ປະ​ເທດ ປັບ​ເພີ່ມ ອັດຕາ​ ຄ່າ​ໄຟຟ້າ​ແລ້ວ ​ແຕ່​ລາຄາ ​ໄຟຟ້າ​ ໃນ​ກຳປູ​ເຈຍ ຍັງ​ຄົງ ຢູ່​ຄື​ເກົ່າ ພ້ອມ​ທັງ​ ຮຽກຮ້ອງ​ ໃຫ້​ປະຊາຊົນ ປະຢັດ ​ໄຟຟ້າ ​ແລະ ຫັນ​ມາ ​ໃຊ້​ພາຫະນະ ​ໄຟຟ້າ ​ເພື່ອ​ຫລຸດ​ ການ​ໃຊ້​ ນ້ໍາມັນ​ ເຊື້ອ​ໄຟ​ ​ແລະ ການ​ປ່ອຍ​ ມົນ​ລະ​ພິດ.ຂະນະ​ທີ່ ລາຄາ​ ນ້ຳມັນ​ ແອັດ​ຊັງ​ທຳ​ມະ​ດາ ​ໃນ​ວັນ​ພຸດ​ທີ 6 ກໍລະກົດ​ນີ້ ​ຢູ່​ທີ່ 5,800 ຣຽວ (riel) ຕໍ່​ລິດ, ສ່ວນ​ລາຄາ​ ນ້ໍາມັນ ​ກາ​ຊວນ​ ຢູ່​ທີ່ 6.200 ​ຣຽວ (riel)  ຕໍ່​ລິດ ເພີ່ມ​ຂຶ້ນ 22% ​ແລະ 39% ​ ​ຕາມ​ລຳດັບ ເມື່ອ​ທຽບ​ໃສ່​​ ໄລຍະ​ ກາງ​ເດືອນ​ ກຸມ​ພາ​ ຜ່ານ​ມາ.

ຂະນະ​ດຽວ​ກັນ ທ່ານHun Sen ​ໄດ້​ເນັ້ນ ຄວາມ​ສຳຄັນ​ ຂອງ​ເຂື່ອນ ​ໄຟຟ້າ ​ນ້ຳຕົກ ​ແລະ ​ໂຮງ​ໄຟຟ້າ ພະລັງງານ ​ແສງຕາ​ເວັນ ​ເພື່ອ​ຊ່ວຍ ​ຈັດ​ສົ່ງ ​ໄຟຟ້າ ທີ່​ມີ​ສະຖຽນ ​ລະ​ພາບ ​ແລະ ຮັກສາ ​ຄ່າ​ໄຟຟ້າ​ ໃຫ້​ຄົງ​ທີ ທ່າມກາງ ​ວິ​ກິດ ພະລັງງານ​ໂລກ ​ໂດຍ​ຈີນ ​ເປັນ​ຜູ້​ ພັດທະນາ ​ເຂື່ອນ​ໄຟຟ້າ ​ນ້ຳຕົກ ຂະໜາດ​ໃຫຍ່ ​ໃນ​ກຳປູ​ເຈຍ ລວມທັງ ​ໂຮງ​ໄຟຟ້າ ​ຖ່ານ​ຫີນ ​ແລະ ​ໂຮງ​ໄຟຟ້າ​ ພະລັງງານ ​ແສງຕາ​ເວັນ ກວມ​ເອົາ ​ອັດຕາ​ສ່ວນ 65,7% ຂອງ​ພະລັງງານ ທັງ​ໝົດ​ ທີ່​ຜະລິດ ​ໃນ​ກຳປູ​ເຈຍ.

ຮຽບຮຽງ​ຂ່າວ​ໂດຍ: ສະ​ໄຫວ ລາດ​ປາກ​ດີ

error: Content is protected !!