ປີ້ງໄກ່ນາປົ່ງ ເລີ່ມຂາຍຢ່າງຄຶກຄື້ນ ມື້ໜຶ່ງຂາຍໄດ້ຫລາຍກວ່າ 400 ປີ້ງ

ແຫລ່ງຂ່າວຈາກ ແຂວງ ສາລະວັນ ໃຫ້ຮູ້ວ່າ: ປັດຈຸບັນ, ບັນຍາກາດການຂາຍປີ້ງໄກ່ນາປົ່ງ ແມ່ນໄດ້ຂາຍດີຢ່າງຕໍ່ເນື່ອງ ແລະ ກັບມາຄຶກຄື້ນອີກຄັ້ງ ຍ້ອນການເປີດປະເທດ ແລະ ຜ່ອນຜັນມາດຕະການປ້ອງກັນພະຍາດໂຄວິດ-19, ມື້ໜຶ່ງສາມາດຂາຍໄດ້ຫລາຍກວ່າ 400 ປີ້ງ.

ທ່ານ ນາງ ແກ້ວອຸດອນ ວິພາກອນ ຮອງນາຍບ້ານໆນາປົ່ງ ເມືອງຄົງເຊໂດນ ຫົວໜ້າກຸ່ມຜະລິດປີ້ງໄກ່ນາປົ່ງ ໄດ້ໃຫ້ຮູ້ວ່າ: ປັດຈຸບັນ, ຊາວຄ້າຂາຍ ກັບມາຜະລິດປີ້ງໄກ່ນາປົ່ງ ວາງຂາຍຕາມທ້ອງຕະຫລາດ, ຕາມຮ້ານສາຂາຕ່າງໆພາຍໃນແຂວງ ໂດຍສະເພາະຈຸດບ້ານນາປົ່ງ ເມືອງຄົງເຊໂດນ, ການຊື້-ຂາຍ ກໍມີບັນຍາກາດຄືກຄື້ນອີກຄັ້ງ ເຊັ່ນ: ເປັນຈຸດແວ່ຂອງລົດໂດຍສານຂົນສົ່ງຕ່າງເມືອງ, ຕ່າງແຂວງ ແລະ ແຂກທີ່ເດີນທາງແບບທ່ອງທ່ຽວ, ຄອບຄອບ ກໍໄດ້ແວ່ຊື້-ຮັບປະທານ, ສ່ວນໃຫຍ່ຊື້ເປັນຂອງຝາກຂອງຕ້ອນ, ເຮັດໃຫ້ຫລາຍຄອບຄົວສ້າງລາຍໄດ້ຢ່າງໝັ້ນຄົງ.

ສຳລັບຮູບແບບການຜະລິດ ແມ່ນໄດ້ສ້າງຕັ້ງເປັນກຸ່ມ ມີສະມາຊິກທັງໝົດ 24 ຮ້ານ ສະເລ່ຍຮ້ານໜຶ່ງ 20-30 ປີ້ງ ແລະ ແບ່ງຄວາມຮັບຜິດຊອບ, ປັນຜົນກໍາໄລ ຕາມໜ້າວຽກ ເປັນຕົ້ນ ການຈັດຊື້ໄກ່, ຄົວ, ປຸງແຕ່ງ ແລະ ປີ້ງໄກ່ຂາຍ ໂດຍໄດ້ນຳໃຊ້ສູດດັ້ງເດີມ ທີ່ສືບທອດກັນມາຢ່າງຍາວນານ ໃນການປຸ່ງແຕ່ງລົດຊາດ ເຊິ່ງໄດ້ສ້າງຄວາມນິຍົມໃຫ້ກັບລູກຄ້າ ແລະ ຜົນຕອບຮັບເປັນຢ່າງດີ ໂດຍສະເພາະໄກ່ທີ່ນຳມາປີ້ງຂາຍ ເປັນໄກ່ພື້ນບ້ານ (ໄກ່ລາດ), ນັບແຕ່ການຄົວ, ການປຸ່ງແຕ່ງ ຮັບປະກັນຄວາມສະອາດ.

ຫົວໜ້າກຸ່ມຜະລິດປີ້ງໄກ່ນາປົ່ງ ຍັງໃຫ້ຮູ້ອີກວ່າ: ໃນໄລຍະມີເທສະການຕ່າງໆ ເປັນ ຕົ້ນ ບຸນປີໃໝ່ລາວ, ບຸນເດືອນ 3 ແລະ ເທສະການອື່ນໆ ສາມາດຂາຍປີ້ງໄກ່ໄດ້ຫລາຍເກືອບ 1 ພັນໂຕ, ຂາຍຕາມລາຄາປີ້ງໃຫຍ່ປີ້ງນ້ອຍ ນັບແຕ່ 35,000-55,000 ກີບ, ມີປີ້ງເຄື່ອງໃນໄກ່. ນອກຈາກຂາຍກັບທີ່ແລ້ວ ໄດ້ນໍາໄປວາງຂາຍຕາມງານເທສະການຕ່າງໆຂອງແຂວງ, ບັນດາເມືອງ ຕື່ມອີກ. ປັດຈຸບັນ, ກຸ່ມຜະລິດປີ້ງໄກ່ນາປົ່ງ ຍັງມີຄວາມຕ້ອງ ການໄກ່ລາດ ເປັນຈໍານວນຫລາຍ ເພື່ອຕອບສະໜອງໃຫ້ກັບຕະຫລາດ ແລະ ລູກຄ້າ.

ຂ່າວ: ວິໄລວອນ

error: Content is protected !!