ການພັດທະນາພື້ນຖານໂຄງລ່າງ ຖືເປັນສິ່ງສໍາຄັນສະເໝີ ຄະນະຮັບຜິດຊອບພັດທະນາໂຄງການເຂດເສດຖະກິດພິເສດ ສາມຫຼ່ຽມຄໍາ ຍາມໃດກໍຖືເອົາການພັດທະນາພື້ນຖານໂຄງລ່າງເປັນພິເສດ ເພື່ອຮອງຮັບກໍຄືການພັດທະນາເອື້ອອໍານວຍໃຫ້ແກ່ການເດີນທາງໄປມາມີຄວາມສະດວກສະບາຍຂຶ້ນ ເຊິ່ງຕະຫຼອດໄລຍະທີ່ຜ່ານມາກໍໄດ້ພັດທະນາທັງບ່ອນພັກທີ່ຢູ່ອາໄສເປັນຕົ້ນເຮືອນພັກ, ໂຮງແຮມ, ອາພັດເມັນ ແລະ ເສັ້ນທາງເຊື່ອມຕໍ່ຫາເຂດເສດຖະກິດພິເສດຫຼາຍຈຸດ ໂດຍສະເພາະໃນມໍ່ໆມານີ້ ຄະນະຮັບຜິດຊອບໂຄງການໄດ້ພັດທະນາກໍ່ສ້າງເສັ້ນທາງຈາກເຂດເສດຖະກິດພິເສດ ສາມຫຼ່ຽມຄຳ ຫາ ສະໜາມບິນສາກົນບໍ່ແກ້ວ ເສັ້ນທາງດັ່ງກ່າວນີ້ໄດ້ເລີ່ມລົງມືກໍ່ສ້າງມາແຕ່ທ້າຍປີ 2020 ເປັນຕົ້ນມາມີຄວາມຍາວທັງໝົດ 5 ກິໂລແມັດ ເປັນທາງ 4 ເລນ ແລະ ມີຄວາມກວ້າງ 18 ແມັດ ລວມທັງຄູຂັ້ນກາງ.
ສໍາລັບມູນຄ່າການກໍ່ສ້າງທັງໝົດ ຫຼາຍກວ່າ 50 ລ້ານໂດລາສະຫະລັດ ມາຮອດປັດຈຸບັນແມ່ນສຳເລັດ 100% ແລະ ໄດ້ເປີດນຳໃຊ້ແລ້ວ.
ນອກຈາກນັ້ນ, ເສັ້ນທາງແຫ່ງນີ້ໄດ້ຕັ້ງຊື່ວ່າ: ‘ຖະໜົນສະໜາມບິນ’ ເປັນເສັ້ນທາງທີ່ຕ້ອງໄດ້ຕັດຜ່ານສາຍພູກິ່ວລົມ ເປັນໜ່ວຍພູທີ່ມີຫີນຫຼາຍພໍສົມຄວນ ຈຶ່ງເຮັດໃຫ້ການກໍ່ສ້າງຕ້ອງໃຊ້ເວລາກໍຄືລ້າຊ້າກ່ອນແຜນກໍານົດໜ້ອຍໜຶ່ງຍ້ອນໄດ້ເຈາະເອົາຫີນອອກ. ພ້ອມດຽວກັນ, ເສັ້ນທາງສາຍນີ້ຍັງໄດ້ຕິດຕັ້ງໄຟເຍືອງທາງ, ປູກຕົ້ນໄມ້ ແລະ ດອກໄມ້ປະດັບ ຕະຫຼອດທາງຢ່າງຫຼວງຫຼາຍ ຈົນກາຍເປັນເສັ້ນທາງສັນຈອນທີີ່ສວຍງາມອີກເສັ້ນໜຶ່ງໃນເຂດເສດຖະກິດພິເສດສາມຫຼ່ຽມຄຳ ອີກດ້ວຍ.
ຂໍ້ມູນຂ່າວ ແລະ ຮູບພາບ: ຫ້ອງການຄຸ້ມຄອງໂຄສະນາເຜີຍແຜ່ຂໍ້ມູນຂ່າວສານ ສະພາບໍລິຫານເຂດເສດຖະກິດພິເສດ ສາມຫຼ່ຽມຄຳ.



