ກົມອາຫານ ແລະ ຢາ, ກະຊວງສາທາລະນະສຸກ ໄດ້ໃຫ້ຮູ້ວ່າ: ການນໍາພືດກະທ່ອມ (ໃບສົດ), ເຄື່ອງດື່ມ ແລະ ຜະລິດຕະພັນອາຫານທີ່ມີການປຸງແຕ່ງຈາກພຶດກະທ່ອມ ເຂົ້າມາຈໍາໜ່າຍໃນ ສປປ ລາວ ແມ່ນຍັງບໍ່ສອດຄ່ອງກັບກົດໝາຍທີ່ໄດ້ກໍານົດອອກ
ເນື່ອງຈາກວ່າຜະລິດຕະພັນທີ່ໄດ້ ມາຈາກການປຸງແຕ່ງ ແລະ ມີສ່ວນປະສົມຈາກພືດດັ່ງກ່າວ ຍັງເປັນພືດທີ່ກົດໝາຍຂອງ ສປປ ລາວ ເກືອດຫ້າມ ບໍ່ອະນຸຍາດໃຫ້ປູກ, ປຸງແຕ່ງ, ຜະລິດ, ຊື້-ຂາຍ, ຈຳໜ່າຍ, ຄອບຄອງ, ເກັບຮັກສາ, ນຳເຂົ້າ, ສົ່ງອອກ, ຂົນສົ່ງ ແລະ ສົ່ງຜ່ານ ສປປ ລາວ.

