ເຈົ້າແຂວງ ໄຊສົມບູນ ພ້ອມດ້ວຍຄະນະ ໄດ້ລົງຊຸກຍູ້ ຕິດຕາມ ກວດກາໂຄງການກໍ່ສ້າງປ້ອງກັນຕາຝັ່ງເຈື່ອນ

ທ່ານ ພອຍຄຳ ຮຸ່ງບຸນຍວງ ເຈົ້າແຂວງໄຊສົມບູນ ພ້ອມດ້ວຍຄະນະ ໄດ້ລົງຊຸກຍູ້, ຕິດຕາມ, ກວດກາໂຄງການກໍ່ສ້າງປ້ອງກັນຕາຝັ່ງເຈື່ອນ ແລະ ພັດທະນາແຄມນໍ້າຈັ້ງ ໄລຍະທີ 2 ເມືອງອະນຸວົງ ໃນວັນທີ 5 ກໍລະກົດ ຜ່ານມານີ້ ມີທ່ານ ບຸນມາ ເພັດມະນີວົງ ຕາງໜ້າ ບໍລິສັດ ທີ່ປຶກສາໂຄງການ ແລະ ທ່ານ ຄຳພູວາ ຜູ້ຈັດການໂຄງການ ບໍລິສັດ ສີສະເກດ ກໍ່ສ້າງຂົວ-ທາງ ແລະ ຊົນລະປະທານ ຈຳກັດ ຊຶ່ງເປັນບໍລິສັດຜູ້ຮັບເໝົາກໍ່ສ້າງ ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງ ເຂົ້າຮ່ວມ.

ໂອກາດນີ້ ທ່ານ ບຸນມາ ເພັດມະນີວົງ ຕາງໜ້າ ບໍລິສັດທີ່ປຶກສາ ໂຄງການກໍ່ສ້າງປ້ອງກັນຕາຝັ່ງເຈື່ອນ ແລະ ພັດທະນາແຄມນໍ້າຈັ້ງ ໄລຍະທີ 2 ເມືອງອະນຸວົງ ໄດ້ລາຍງານຄວາມຄືບໜ້າຂອງການ ຈັດຕັ້ງປະຕິບັດໜ້າທີ່ວຽກງານຂອງໂຄງການ ໃຫ້ທ່ານເຈົ້າແຂວງໄດ້ຮັບຊາບ ຊຶ່ງທ່ານໄດ້ໃຫ້ຮູ້ວ່າ: ໂຄງ ການກໍ່ສ້າງປ້ອງກັນຕາຝັ່ງເຈື່ອນ ແລະ ພັດທະນາແຄມນໍ້າຈັ້ງ ໄລຍະທີ 2 ເປັນໂຄງການບຸລິມະສິດຂອງລັດຖະບານ ໄດ້ເລີ່ມລົງມືກໍ່ສ້າງມາແຕ່ເດືອນກຸມພາ ປີ 2015 ເປັນຕົ້ນມາ ໂດຍແມ່ນ ບໍລິສັດ ສີສະເກດ ກໍ່ສ້າງຂົວ-ທາງ ແລະ ຊົນລະປະທານ ຈຳກັດ ບໍລິສັດເປັນຜູ້ຮັບເໝົາກໍ່ສ້າງ ລວມມູນຄ່າໃນການກໍ່ສ້າງທັງໝົດ 222,950,000,000 ກວ່າກີບ, ມາຮອດປັດຈຸບັນການການກໍ່ສ້າງວຽກງານຕ່າງໆ ສຳເລັດແລ້ວ 86.17% ໃນນັ້ນ ປະກອບມີບັນດາໜ້າວຽກຄື: ກໍ່ສ້າງສວນສາທາລະນະແຫ່ງທີ 1, ແຫ່ງທີ 2 ແລະ ແຫ່ງທີ 3, ຖານຕັ້ງ ແລະ ຮູບປັ້ນຫຼໍ່ເຈົ້າອະນຸວົງ, ອ່າງນໍ້າພຸ, ຫ້ອງນໍ້າສວນສາທາລະນະ 8 ແຫ່ງ, ອາຄານຄຸ້ມຄອງຖໍ້າເຈົ້າອານຸວົງ, ວຽກກໍ່ສ້າງຕ້ານເຈື່ອນ, ກໍ່ສ້າງຂົວເບຕົງຖະໜົນເພບຫຼວງ, ສ້າງທາງປູຢາງ 2 ຊັ້ນ ແລະ ວຽກກໍ່ສ້າງຂົວເບຕົງໜ້າຖໍ້າເຈົ້າອະນຸວົງ ສ່ວນໜ້າວຽກທີ່ຍັງບໍ່ທັນສຳເລັດ ແລະ ສືບຕໍ່ຈັດຕັ້ງປະຕິບັດມີຄື: ວຽກປູກຕົ້ນໄມ້ ແລະ ປະດັບປະດາພາຍໃນສວນສາທາລະນະ, ວຽກຕິດຕັ້ງລະບົບໄຟຟ້າ ແລະ ນໍ້າປະປາ, ກໍ່ສ້າງຫ້ອງນໍ້າ, ວຽກເທພື້ນເບຕົງທາງຍ່າງ ແລະ ເດີ່ນພາຍໃນສວນສາທາລະນະ, ວຽກປັ້ນຫຼໍ່ ແລະ ຕົບແຕ່ງຖານຢືນ ເຈົ້າອະນຸວົງ ຄາດວ່າຈະໃຫ້ສຳເລັດ ແລະ ໄດ້ສົມໂພດໃນເດືອນທັນວາ 2022 ທີ່ຈະມາເຖິງນີ້. ທັງນີ້ ກໍເພື່ອເປັນການລົງຕິດຕາມ, ກວດກາໂຄງການກໍ່ສ້າງຕົວຈິງ ເພື່ອຮັບປະກັນໃຫ້ໂຄງການກໍ່ສ້າງສຳເລັດຕາມແຜນການ ຊຶ່ງໂຄງການດັ່ງກ່າວ ແມ່ນເພື່ອແນໃສ່ພັດທະນາເມືອງອະນຸວົງ ກໍຄືເທດສະບານແຂວງ ໃຫ້ມີຄວາມສວຍງາມ ພ້ອມນັ້ນ ຍັງພັດທະນາໃຫ້ເປັນສະຖານທີ່ທ່ອງທ່ຽວ ແລະ ອອກກຳລັງກາຍ ນອກຈາກນີ້ ຍັງຈະຊ່ວຍພັດທະນາດ້ານເສດຖະກິດ-ສັງຄົມ, ການຄ້າ, ການລົງທຶນຂອງນັກທຸລະກິດ ແລະ ຈະເຮັດໃຫ້ປະຊາຊົນມີຊີວິດການເປັນຢູ່ທີ່ດີຂຶ້ນ.

ຂ່າວ-ພາບ: ພຸດທະສອນ ເວດສະວົງ

error: Content is protected !!