ປີ 2022 ບັນດາພື້ນຖານເສດຖະກິດ ອາຊຽນ ຈະເຕີບໂຕໃນລະດັບ 4.9%

ວິທະຍຸກະຈາຍສຽງ ຫວຽດນາມ ລາຍງານວ່າ: ບົດລາຍງານໂດຍຫຍໍ້ກ່ຽວກັບການເຊື່ອມໂຍງເສດ ຖະກິດຂອງບັນດາປະເທດ ອາຊຽນ (AEIB) ປະກາດຫວ່າງບໍ່ດົນມານີ້ ໃຫ້ຂໍ້ສັງເກດວ່າ: ບັນດາພື້ນຖານເສດຖະກິດ ອາຊຽນ ຈະເຕີບໂຕຢູ່ໃນລະດັບ 4.9% ໃນປີ 2022 ແລະ ລະດັບ 5.2% ໃນປີ 2023 ໃນສະພາບການທີ່ອັດຕາການສັກຢາວັກຊິນເພີ່ມຂຶ້ນສູງ. ຕາມບົດລາຍງານສະບັບນີ້ແລ້ວ, ການຜັນຂະຫຍາຍບັນດາໂຄງການສັກວັກຊິນໄດ້ບັນລຸປະສິດທິຜົນ ອະນຸຍາດໃຫ້ບັນດາປະເທດສະມາຊິກ ອາຊຽນ ເປີດປະ ຕູຄືນໃໝ່, ຊຸກຍູ້ບັນດາການເຄື່ອນໄຫວເສດຖະກິດ ແລະ ຊ່ວຍເຫຼືອການຟື້ນຟູຂອງຕະຫຼາດວຽກເຮັດງານທຳ. AEIB ຄາດວ່າ, ບັນດາປະເທດສະມາຊິກ ອາຊຽນ ຈະເປີດປະຕູທັງໝົດໃນທ້າຍປີ 2022, ດ້ວຍດັດຊະນີການຜະລິດສືບຕໍ່ເຕີບໂຕ ໂດຍບໍ່ກັງວົນຕໍ່ກັບຄວາມສ່ຽງຈາກເຊື້ອໄວຣັດສາຍພັນໃໝ່ SARS-CoV-2 ແລະ ລາຄາສິນຄ້າເພີ່ມຂຶ້ນສູງໃນໄລຍະຕົ້ນປີ.

ຂ່າວລະບຸວ່າ: ຕາມບົດລາຍງານດັ່ງກ່າວ, ບັນດາພື້ນຖານເສດຖະກິດຂອງພາກພື້ນໄດ້ບັນລຸລະດັບເຕີບໂຕ 3% ໃນປີ 2021 ເມື່ອທຽບໃສ່ລະດັບຫຼຸດລົງ 3.2% ໃນປີ 2020 ຍ້ອນອີງໃສ່ການໃຊ້ຈ່າຍ ແລະ ການຄ້າເພີ່ມຂຶ້ນຢ່າງແຂງແຮງ. ອັດຕາໄພວ່າງງານທີ່ເຄີຍເພີ່ມຂຶ້ນໃນໄລຍະເກີດພະຍາດລະບາດໂຄວິດ-19 ໄດ້ຫຼຸດລົງໃນປີ 2021, ໃນຂະນະທີ່ການຄ້າເພີ່ມຂຶ້ນ 25.1% ຂຶ້ນເຖິງ 3,340 ຕື້ໂດລາ ໃນປີ 2021, ລື່ນກາຍລະດັບໃນໄລຍະກ່ອນເກີດພະຍາດລະບາດ.

error: Content is protected !!