ຫາລືດ້ານນະໂຍບາຍການພັດທະນາເຊື່ອມຕໍ່ພະລັງງານໄຟຟ້າຂ້າມຊາຍແດນ

ໃນລະຫວ່າງວັນທີ 4-6 ກໍລະກົດ 2022, ໄດ້ມີກອງປະຊຸມ ຄະນະກຳມະການປະສານງານການຊື້-ຂາຍ ໄຟຟ້າໃນອະນຸພາກພື້ນແມ່ນໍ້າຂອງ(RPTCC) ຄັ້ງທີ 29 ເພື່ອປຶກສາຫາລືຮ່ວມກັບບັນດາປະເທດສະມາຊິກ ອະນຸພາກພື້ນແມ່ນ້ຳຂອງ ໃນດ້ານນະໂຍບາຍຕ່າງໆ, ລາຄາໄຟ, ການພັດທະ ນາກ່ຽວກັບການເຊື່ອມຕໍ່ພະລັງງານໄຟຟ້າຂ້າມຊາຍແດນ, ການຄາດຄະເນຄວາມຕ້ອງການ ແລະ ແຜນຈັດຕັ້ງປະຕິບັດ ການເກັບຮັກສາພະລັງງານ, ຕາຂ່າຍໄຟຟ້າ ລວມທັງການປຶກສາຫາລືຕິດພັນກັບການຫັນສູ່ພະລັງງານສະອາດ ໃນອະນາຄົດ ແລະ ການວາງແຜນພະລັງງານ ແນໃສ່ເຊື່ອມໂຍງໃນຂົງເຂດອາຊີ, ການພັດທະນາເຕັກໂນໂລຊີໃໝ່ດ້ານພະລັງງານ ເພື່ອໃຫ້ສອດຄ່ອງກັບທິດທາງຂອງໂລກໃນປັດຈຸບັນ ແລະ ສາມາດບັນລຸເປົ້າໝາຍກາກບອນໃຫ້ເປັນສູນ.

ພ້ອມນີ້, ຍັງຕ້ອງເຮັດໃຫ້ການຊຶ້-ຂາຍ ພະລັງງານໃນພາກພື້ນມີຄວາມເຂັ້ມແຂງ ສະແດງໃຫ້ເຫັນເຖິງຄວາມມຸ່ງຫວັງທີ່ຈະກ້າວໄປສູ່ການຫັນປ່ຽນພະລັງງານກາກບອນຕໍ່າໃນໄລຍະຍາວ ໂດຍທາງຊ່ຽວຊານ ທະນາຄານພັດທະນາອາຊີ ຍັງໄດ້ສະເໜີໃຫ້ມີການສ້າງຕັ້ງຄະນະເຮັດວຽກຂຶ້ນຕື່ມ ສໍາລັບໜ້າວຽກການຫັນປ່ຽນພະລັງງານ ທີ່ປະກອບມີ 4 ໜ້າວຽກຄື: ການເກັບຮັກສາໝໍ້ໄຟ, ທົດແທນ, ປະສິດທິພາບພະລັງ ງານ ແລະ ການຄ້າພະລັງງານ. ນອກຈາກນີ້, ຍັງໄດ້ປຶກສາຫາລືກ່ຽວກັບ ຄວາມເປັນໄປໄດ້ໃນກໍລະນີສຶກສາໂຄງການຂາຍພະລັງງານໄຟຟ້າ ລະຫວ່າງສາມປະເທດ (ລາວ-ໄທ-ກຳປູເຈຍ) ເຊິ່ງທັງສາມປະເທດກໍ່ໄດ້ຍົກໃຫ້ເຫັນອັນສໍາຄັນຂອງການສຶກສາ ຕ້ອງເນັ້ນໃຫ້ເຫັນເຖິງຄວາມສຳຄັນ ຂອງຄວາມເຂົ້າໃຈຕໍ່ຂອດຈຳກັດທາງດ້ານເຕັກນິກ ທີ່ຕິດພັນກັບລະບົບສາຍສົ່ງທີ່ແຕກຕ່າງກັນ ລວມທັງເງື່ອນໄຂຕ່າງໆດ້ານການຄ້າ, ລະບຽບການ ແລະ ການແລກປ່ຽນຂໍ້ມູນເຊິ່ງກັນ ແລະ ກັນ ທີ່ຈະຊ່ວຍໃຫ້ສາມາດຈັດຕັ້ງປະຕິບັດໂຄງ ການໄດ້ ໂດຍຊ່ຽວຊານຈະໄດ້ເລີ່ມກະກຽມໃນການຮ່າງກອບໜ້າວຽກສຶກສາແລ້ວ ນໍາມາຜ່ານແຕ່ລະປະ ເທດ ເພື່ອມີຄໍາເຫັນເພີ່ມຕື່ມ.

ກອງປະຊຸມຄັ້ງນີ້ ຈັດຂຶ້ນພາຍໃຕ້ການສະໜັບສະໜູນຈາກ ທະນາຄານພັດທະນາອາຊີ ໂດຍການເປັນເຈົ້າພາບຂອງປະເທດກຳປູເຈຍ ເຊິ່ງນໍາໂດຍທ່ານ ຈຸນ ສຳບັດຣາຕານັກ (Choun Sambathra ta nak) ຫົວໜ້າກົມເຕັກນິກ ແລະ ນະໂຍບາຍທຸລະກິດພະລັງງານ ແລະ ສປປ ລາວ ເປັນປະທານກອງປະຊຸມໂດຍ ທ່ານ ຈັນສະແຫວງ ບຸນຍົງ ຫົວໜ້າກົມນະໂຍບາຍ ແລະ ແຜນພະລັງງານ ພ້ອມດ້ວຍບັນ ດາກົມກ່ຽວຂ້ອງຂອງ ກະຊວງ ພະລັງງານ ແລະ ບໍ່ແຮ່ ລາວເຂົ້າຮ່ວມ.

ຂໍ້ມູນ: ກະຊວງພະລັງງານ ແລະ ບໍ່ແຮ່

error: Content is protected !!