ຫ້ອງການຮ່ວມມືກະສິກຳ ລາວ-ຫວຽດນາມ ຊຸກຍູ້ການປູກສາລີ ຢູ່ ອຸດົມໄຊ

ຫວ່າງບໍ່ດົນມານີ້, ທ່ານ ສົມສະໝຸດ ພົງສະຫັວດ ຮອງຫົວໜ້າພະແນກກະສິກຳ ແລະ ປ່າໄມ້ ແຂວງ ອຸດົມໄຊ ພ້ອມດ້ວຍຂະແໜງການທີ່ກ່ຽວຂ້ອງ ສົມທົບກັບ ຫ້ອງການຮ່ວມມືກະສິກຳ ລາວ-ຫວຽດນາມ ແລະ ຫ້ອງການກະສິກຳ ແລະ ປ່າໄມ້ເມືອງ ລົງເຄື່ອນໄຫວຕິດຕາມ ຊຸກຍູ້ການປູກສາລີແນວພັນແອວວີເອັນ10 ຂອງຫ້ອງການຮ່ວມມືກະສິກຳລາວ-ຫວຽດນາມ ທີ່ໄດ້ສະໜອງໃຫ້ປະຊາຊົນປູກ ຢູ່ພາຍໃນແຂວງອຸດົມໄຊ ມີທັງໝົດ 20 ໂຕນ ສຳລັບເມືອງຮຸນໄດ້ໃຫ້ປະຊາຊົນປູກຈຳນວນ 1 ໂຕນ ແລະ ເມືອງປາກແບງ 4,5 ໂຕນ. ຜ່ານການລົງຕິດຕາມ ຊຸກຍູ້ເຫັນການປູກແມ່ນໄດ້ຮັບໝາກຜົນ ສາລີທີ່ປູກໄປນີ້ມີຄວາມງອກງາມດີ ແລະ ໃຫ້ຜົນຜະລິດດີ ເໝາະສົມກັບສະພາບແວດລ້ອມຂອງທ້ອງຖິ່ນ.

ໃນໂອກາດທີ່ລົງເຄື່ອນໄຫວຕິດຕາມ ຊຸກຍູ້ກິດຈະກຳການປູກສາລີຄັ້ງນີ້ ທ່ານ ສົມສະໝຸດ ພົງສະຫວັດ ກໍໄດ້ຮຽກຮ້ອງໃຫ້ຊາວກະສິກອນເອົາໃຈໃສ່ໃນການປູກໃຫ້ທັນຕາມລະດູການ ພາຍຫຼັງປູກແລ້ວໃຫ້ເອົາໃຈໃສ່ໃນການຕິດຕາມເບິ່ງແຍງ ບົວລະບັດຮັກສາ ເພື່ອໃຫ້ຜົນຜະລິດໄດ້ຮັບໝາກຜົນຕາມຄາດໝາຍທີ່ວາງໄວ້. ນອກຈາກລົງເຄື່ອນໄຫວຕິດຕາມຊຸກຍູ້ການປູກສາລີ ກໍໄດ້ຕິດຕາມຊຸກຍູ້ການປູກໄມ້ໃຫ້ໝາກທີ່ຫ້ອງການຮ່ວມມືກະສິກຳລາວ-ຫວຽດນາມ ປະຈຳແຂວງອຸດົມໄຊ ທີ່ໄດ້ສະໜອງໃຫ້ແກ່ຊາວກະສິກອນໃຫ້ໄດ້ປູກທ່ວງທັນຕາມລະດູການ.

ຂໍ້ມູນຂ່າວ: ສີຈັນ ເກດວົງສາ

error: Content is protected !!