ແຂວງ ບໍ່ແກ້ວ ຍັງພົບປໍ້າຂາຍນໍ້າມັນເກີນລາຄາ

ໃນຕອນເຊົ້າຂອງ ວັນທີ 3 ກໍລະກົດ 2022 ເຈົ້າໜ້າທີ່ກວດກາພະແນກການຄ້າ ໄດ້ລົງຕິດຕາມ, ກວດກາການຈໍາໜ່າຍນໍ້າມັນເຊື້ອໄຟ ພາຍໃນເທດສະບານແຂວງບໍ່ແກ້ວພົບເຫັນ 2 ຫົວໜ່ວຍທຸລະກິດ ມີການຂາຍນໍ້າມັນເກີນລາຄາທີ່ ແລະ ຂາຍນໍ້າມັນເປັນສະກຸນເງິນຕາຕ່າງປະເທດ.

ສະນັ້ນ, ທາງເຈົ້າໜ້າທີ່ກວດກາ ຈຶ່ງໄດ້ສ້າງບົດບັນທຶກກັບເຈົ້າຂອງປຳ້ພອ້ມທັງໃສ່ກະແຈ, ລ໋ອກຫົວຈ່າຍນໍ້າມັນ ເພື່ອໃຫ້ຜູ້ກ່ຽວຂາຍຕໍເປັນການປິດການບໍລິການຊົ່ວຄາວ ຈົນກວ່າຈະດໍາເນີນການແກ້ໄຂໃຫ້ສອດຄ່ອງຕາມຂັ້ນຕອນຂອງລະບຽບກົດໝາຍສໍາເລັດກອ່ນ ຈຶ່ງຈະອະນຸຍາດໃຫ້ເປີດບໍລິການຂາຍຄືນໃຫມ່.

ຂໍ້ມູນຂ່າວ: ໜັງສືພິມແຂງ ບໍ່ແກ້ວ

error: Content is protected !!