ເຈົ້າໜ້າທີ່ ຈັບແກ້ງຂາຍຢາໃຫ້ໄວລຸ້ນ ເຂດເທດສະບານເມືອງ ທ່າແຂກ ພ້ອມຂອງກາງ 1,000 ກວ່າເມັດ

ເຈົ້າໜ້າທີ່ ປກສ ແຂວງ ຄຳມ່ວນ, ໄດ້ມ້າງລາຍຄະດີມົ້ວສຸມເສບຢາເສບຕິດ ແລະ ຄ້າ-ຂາຍ ຢູ່ເຂດບ້ານໂພນສະອາດ ເມືອງທ່າແຂກ ແຂວງຄຳມ່ວນ, ຈັບກຸ່ມເປົ່າໝາຍ ໄດ້ 5 ຄົນ, ພ້ອມຂອງກາງຢາບ້າ 1,140 ເມັດ.

ຜ່ານການສືບສວນ-ສອບສວນ ຂອງເຈົ້າໜ້າທີ່ຕຳຫຼວດວິຊາສະເພາະ ຈຶ່ງຮູ້ວ່າຜູ້ຖືກຫາຊື່ ທ້າວ ລຳພອນ ອາຍຸ 37 ປີ. ທ້າວ ສອນໄຊ ອາຍຸ 34 ປີ, ທ້າວ ອ໋ອງ ອາຍຸ 26 ປີ ທັງສາມ ເປັນປະຊາຊົນຢູ່ບ້ານ ໂພນສະອາດ ເມືອງ ທ່າແຂກ, ທ້າວ ວັງທອງ ອາຍຸ 32 ປີ, ເປັນປະຊາຊົນຢູ່ບ້ານປຸ່ງເໜືອ, ເມືອງຫີນບູນ, ທ້າວຈັນທາ ອາຍຸ 32 ປີ, ເປັນປະຊາຊົນຢູ່ບ້ານ ວຽງວິໄລ ເມືອງ ທ່າແຂກ.

ພວກກ່ຽວຮັບສາລະພາບວ່າ ຢາບ້າຈຳນວນດັ່ງກ່າວແມ່ນໄດ້ຊື້ມາຈາກກຸ່ມແກ໋ງຮ່ວມຂະບວນການ ແລ້ວນຳມາຂາຍຕໍ່ໃຫ້ກັບກຸ້ມໄວລຸ້ນທົ່ວໄປໃນເທດສະບານເມືອງທ່າແຂກ. ດັ່ງນັ້ນທາງເຈົ້າໜ້າທີ່ຕຳຫຼວດວິຊາສະເພາະ ຈຶ່ງຮີບດວນສືບສວນ-ສອບເພື່ອຕິດຕາມກັກຕົວພວກຮ່ວມຂະບວນການໃນຄັ້ງນີ້ມາດຳເນີນຄະດີຕາມລະບຽບຂອງກົດໝາຍ

ພາບ-ຂ່າວ:ພັນຊະນະ

error: Content is protected !!