ປະທານປະເທດ ແຕ່ງຕັ້ງຜູ້ຕາງໜ້າພິເສດ ເຂົ້າຮ່ວມພິທີສາບານຕົນ ເຂົ້າຮັບຕຳແໜ່ງຂອງປະທານາທິບໍດີ ຟີລິບປິນ

ໂດຍຕອບສະໜອງຕາມການເຊື້ອເຊີນຂອງລັດຖະບານ ແຫ່ງ ສາທາລະນະລັດ ຟີລິບປິນ ທ່ານ ໂພໄຊ ໄຂຄຳພິທູນ ຮອງລັດຖະມົນຕີກະຊວງການຕ່າງປະເທດ ໃນຖານະຜູ້ຕາງໜ້າພິເສດ ທ່ານ ທອງລຸນ ສີສຸລິດປະທານປະເທດ ແຫ່ງ ສປປ ລາວ ໄດ້ເດີນທາງເຂົ້າຮ່ວມພິທີສາບານຕົນເຂົ້າຮັບຕຳແໜ່ງປະທານາທິບໍດີ ແຫ່ງ ສາທາລະນະລັດ ຟີລິບປິນ ຄົນທີ 17 ຂອງ ທ່ານ Ferdinand R. Marcos Jr, ໃນລະຫວ່າງວັນທີ 29 ມິຖຸນາ – 1 ກໍລະກົດ 2022 ທີ່ ນະຄອນຫຼວງມະນີລາ ປະເທດ ຟີລິບປິນ.

ໃນໂອກາດເດີນທາງເຂົ້າຮ່ວມຄັ້ງນີ້, ໃນວັນທີ 29 ມິຖຸນາ 2022 ທ່ານ ໂພໄຊ ໄຂຄຳພິທູນ ໄດ້ພົບປະສອງຝ່າຍກັບຄູ່ຮ່ວມຕຳແໜ່ງ ຟີລິບປິນ ທ່ານ ນາງ Ma. Theresa P. Lazaro ທັງສອງຝ່າຍໄດ້ຕີລາຄາສູງສາຍພົວພັນມິດຕະພາບ ແລະ ການຮ່ວມມືທີ່ດີງາມ ອັນເປັນມູນເຊື້ອນັບແຕ່ສອງປະເທດໄດ້ສ້າງສາຍພົວພັນການທູດຮ່ວມກັນໃນວັນທີ 14 ມັງກອນ 1955 ຈົນເຖິງປັດຈຸບັນ. ພ້ອມນີ້ ສອງຝ່າຍ ຍັງໄດ້ແລກປ່ຽນຄຳຄິດຄຳເຫັນກ່ຽວຂ້ອງກັບການຮ່ວມມືໃນອະນາຄົດທາງດ້ານການເມືອງ, ເສດຖະກິດ ແລະ ການໄປມາຫາສູ່ ລະຫວ່າງ ລັດຖະບານ ກໍຄືປະຊາຊົນສອງຊາດ ເພື່ອໃຫ້ການຮ່ວມມືລະຫວ່າງສອງປະເທດນັບມື້ໄດ້ຮັບການເສີມຂະຫຍາຍຍິ່ງໆຂຶ້ນ.

ໃນວັນດຽວກັນ, ທ່ານ ໂພໄຊ ໄຂຄຳພິທູນ ໄດ້ເຂົ້າຢ້ຽມຂໍ່ານັບ ທ່ານ ນາງ Sara Z. Duterte ຮອງປະທານາທິບໍດີ ທັງເປັນລັດຖະມົນຕີກະຊວງສຶກສາທິການຟີລິບປິນ ຊຶ່ງທ່ານໄດ້ສະແດງຄວາມຍິນດີ ແລະ ຊົມເຊີຍ ທີ່ທ່ານ ນາງ Sara Z. Duterte ໄດ້ຖືກເລືອກຕັ້ງໃຫ້ເປັນຮອງປະທານາທິບໍດີຂອງຟີລິບປິນ. ທ່ານ ນາງ Sara ກໍໄດ້ສະແດງຄວາມຂອບໃຈຕໍ່ການເດີນທາງເຂົ້າຮ່ວມພິທີໃນຄັ້ງນີ້ ຂອງຄະນະຜູ້ແທນ ແຫ່ງ ສປປ ລາວ. ສອງຝ່າຍໄດ້ເຫັນດີເປັນເອກະພາບຮ່ວມກັນໃນການສົ່ງເສີມການຮ່ວມມືລະຫວ່າງສອງປະເທດທີ່ມີຢູ່ໃຫ້ໄດ້ຮັບການພັດທະນາ ແລະ ສຶກສາຄວາມເປັນໄປໄດ້ຂະແໜງການທີ່ມີທ່າແຮງໃນການຮ່ວມມືໃນຕໍ່ໜ້າ ເປັນຕົ້ນ ການສຶກສາ, ສາທາລະນະສຸກ, ການທ່ອງທ່ຽວ ແລະ ອື່ນໆ.

ພາຍຫຼັງເຂົ້າຮ່ວມພິທີສາບານຕົນຢ່າງເປັນທາງການ, ໃນວັນທີ 1 ກໍລະກົດ 2022 ຄະນະຜູ້ແທນຈາກ ສປປ ລາວ ຍັງໄດ້ເຂົ້າຢ້ຽມຂໍ່ານັບ ທ່ານ Ferdinand R. Marcos Jr ປະທານາທິບໍດີ ຄົນໃໝ່ ຂອງຟີລິບປິນ. ໂອກາດດັ່ງກ່າວ, ທ່ານ ໂພໄຊ ໄຂຄຳພິທູນ ໄດ້ຝາກຄວາມຢື້ຢາມຖາມຂ່າວຈາກທ່ານປະທານປະເທດ ແລະ ທ່ານນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ເຖິງ ທ່ານປະທານາທິບໍດີຟີລິບປິນ ແລະ ຝາກຄວາມຊົມເຊີຍ ທີ່ທ່ານໄດ້ຮັບເລືອກຕັ້ງເປັນປະທານາທິບໍດີ ຄົນທີ 17 ຂອງ ຟີລິບປິນ. ລາວ ພ້ອມທີ່ຈະເຮັດວຽກຮ່ວມກັບຟີລິບປິນ ເພື່ອເພີ່ມທະວີການຮ່ວມມືລະຫວ່າງສອງປະເທດທີ່ມີມາແລ້ວນັ້ນໃຫ້ນັບມື້ນັບແຕກດອກອອກຜົນຍິ່ງໆຂຶ້ນ. ພ້ອມທັງເຊື້ອເຊີນ ທ່ານປະທານາທິບໍດີ ເດີນທາງຢ້ຽມຢາມ ສປປ ລາວ ໃນໂອກາດທີ່ສະດວກ. ໂອກາດນີ້, ທ່ານປະທານາທິບໍດີ Marcos ກໍໄດ້ສະແດງຄວາມຂອບໃຈມາຍັງລັດຖະບານລາວ ແລະ ເຫັນໄດ້ເຖິງການໃຫ້ຄວາມສຳຄັນໃນການຮັດແໜ້ນການຮ່ວມມືກໍຄືຜູ້ຕາງໜ້າພິເສດທີ່ມາເຂົ້າຮ່ວມພິທີດັ່ງກ່າວ, ທ່ານ ຕີລາຄາສູງຕໍ່ການພົວພັນຮ່ວມມືລະຫວ່າງສອງປະເທດ ທີ່ມີມາແຕ່ດົນນານ ແລະ ພ້ອມທີ່ຈະເຮັດວຽກຮ່ວມກັບຝ່າຍລາວ ທັງໃນຂອບສອງຝ່າຍກໍຄືຂອບຫຼາຍຝ່າຍ ໂດຍສະເພາະການຮ່ວມມືໃນຂອບອາຊຽນ ເພື່ອເພີ່ມທະວີການຮ່ວມມືສອງປະເທດໃຫ້ກ້າວສູ່ລວງເລິກ ແລະ ສະແດງຄວາມຂອບໃຈຕໍ່ການເຊື້ອເຊີນໃຫ້ໄປຢ້ຽມຢາມ ສປປ ລາວ.

ຂໍ້ມູນຂ່າວ: ກະ​ຊວງ​ການ​ຕ່າງ​ປະ​ເທດ

error: Content is protected !!