ກະຊວງ ຖວທ ສະເໜີ ຮ່າງກົດໝາຍວ່າດ້ວຍ ວິຈິດສິນ (ສ້າງໃໝ່)

ທ່ານ ວັນສີ ກົວມົວ ຮອງລັດຖະມົນຕີກະຊວງຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ (ຖວທ) ໄດ້ສະເໜີ ຮ່າງກົດໝາຍ ວ່າດ້ວຍວິຈິດສິນ (ກົດໝາຍສ້າງໃໝ່) ຕໍ່ກອງປະຊຸມສະໄໝສາມັນເທື່ອທີ 3 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 4 ກໍລະກົດ ນີ້, ພາຍໃຕ້ການເປັນປະທານຂອງ ທ່ານ ຄໍາໃບ ດໍາລັດ ຮອງປະທານສະພາແຫ່ງຊາດ.

ໃນກອງປະຊຸມ, ທ່ານ ວັນສີ ກົວມົວ ໄດ້ສະເໜີກ່ຽວກັບການສ້າງຮ່າງກົດໝາຍວ່າດ້ວຍວິຈິດສິນ ຊຶ່ງບາງຕອນທ່ານກ່າວວ່າ: ກະຊວງ ຖວທ ໄດ້ສຶກສາ, ຄົ້ນຄວ້າປັບປຸງກົດໝາຍສະບັບນີ້ໃຫ້ສອດຄ່ອງກັບແນວທາງນະໂຍບາຍຂອງພັກ, ສອດຄ່ອງກັບລະບຽບຂັ້ນຕອນ, ເຕັກນິກຂອງການປັບປຸງກົດໝາຍ, ສອດຄ່ອງກັບສະພາບຄວາມເປັນຈິງຂອງການພັດທະນາເສດຖະກິດ-ສັງຄົມຂອງປະເທດ. ຫຼັງຈາກສໍາເລັດການປັບປຸງຮ່າງກົດໝາຍໃນເບື້ອງຕົ້ນແລ້ວ. ໃນນາມກະຊວງ ຖວທ ກໍໄດ້ຮ່ວມກັບຂະແໜງການກ່ຽວຂ້ອງແຕ່ລະຂັ້ນຊ່ວຍກວດກາຄວາມສອດຄ່ອງກ່ຽວກັບໂຄງປະກອບ ແລະ ເນື້ອໃນຮອບດ້ານຂອງຮ່າງກົດໝາຍເພື່ອໃຫ້ສອດຄ່ອງກັບຂັ້ນຕອນລະບຽບການແລ້ວ, ຄະນະຮັບຜິດຊອບປັບປຸງຮ່າງກົດໝາຍກໍໄດ້ສັງລວມ ແລະ ນໍາເອົາຄໍາຄິດຄໍາເຫັນເຫຼົ່ານັ້ນມາປັບປຸງ ແລ້ວຈຶ່ງໄດ້ນໍາສະເໜີຕໍ່ກອງປະຊຸມຄັ້ງນີ້, ກົດໝາຍວ່າດ້ວຍວິຈິດສິນສະບັບນີ້ ປະກອບມີ 11 ພາກ, 9 ໝວດ ແລະ 87 ມາດຕາ.

ຖ້າຫາກກົດໝາຍສະບັບນີ້, ໄດ້ຖືກຮັບຮອງ ແລະ ປະກາດໃຊ້ຈະເຮັດໃຫ້ປະຊາຊົນລາວບັນດາເຜົ່າ ແລະ ສາກົນເຫັນໄດ້ເຖິງນະໂຍບາຍອັນຈະແຈ້ງຂອງພັກ ແລະ ລັດຖະບານ ໃນການຄຸ້ມຄອງ, ນໍາໃຊ້, ປົກປັກຮັກສາ, ອະນຸລັກ, ບູລະນະປະຕິສັງຂອນ ລວມທັງມາດຕະການຕ່າງໆຕໍ່ກັບວິຈິດສິນເພື່ອຮັກສາໄວ້ ຊຶ່ງຄຸນຄ່າທາງດ້ານສິລະປະ-ວັດທະນະທໍາ, ປະຫວັດສາດ ແລະ ທໍາມະຊາດ ແນໃສ່ສຶກສາອົບຮົມພົນລະເມືອງໃຫ້ມີນ້ຳໃຈຮັກຊາດ, ຮັກມູນເຊື້ອອັນດີງາມຂອງຊາດ, ໃຫ້ເປັນພື້ນຖານດ້ານຈິດໃຈ ແລະ ປັດໄຈຄໍ້າປະກັນຄວາມຍືນຍົງຄົງຕົວຂອງຊາດລາວຕະຫຼອດໄປ; ສາມາດສະກັດກັ້ນການບຸກລຸກ, ທໍາລາຍມໍລະດົກທາງດ້ານວິຈິດສິນ, ສິລະປະວັດທະນະທໍາ, ປະຫວັດສາດ ແລະ ທໍາມະຊາດ ຊຶ່ງຕິດພັນກັບແຜນການດໍາລົງຊີວິດຂອງປະຊາຊົນບັນດາເຜົ່າ ເຮັດໃຫ້ການອະນຸລັກ ແລະ ການພັດທະນາມີຄວາມກົມກຽວກັນ ຮັກສາໄດ້ມູນເຊື້ອຮ່ອງຮອຍຂອງບັນພະບູລຸດ ແລະ ວິລະບູລຸດແຫ່ງຊາດ ກໍຄືປະຫວັດສາດອັນສະຫງ່າລາສີຂອງຊາດເຮົາສືບໄປ; ຕ້ານ ແລະ ສະກັດກັ້ນການລະເມີດ, ການບຸກລຸກເຂດມໍລະດົກສະຖານ, ເຂດສີຂຽວ, ເຂດດິນທາມ, ໜອງນໍ້າອະນຸສອນສະຖານ ແລະ ປ້ອງກັນ ປູຊະນີຍະສະຖານ, ບູຮານສະຖານ, ວັດຖຸບູຮານທີ່ມີຄຸນຄ່າສູງໄວ້ໃຫ້ໝັ້ນຄົງ ຍາວນານສືບໄປ; ສະກັດກັ້ນ ແລະ ຈໍາກັດ ການລັກລອບຄ້າຂາຍວັດຖຸບູຮານອັນລໍ້າຄ່າທີ່ຫາຍາກ ແລະ ຊັບສົມບັດ ທີ່ມີຄຸນຄ່າສູງທາງດ້ານວັດທະນະທໍາ, ປະຫວັດສາດຂອງຊາດໂດຍຂຶ້ນທະບຽນ ແລະ ປົກປັກຮັກສາໄວ້ໃຫ້ເປັນສົມບັດຂອງວົງສາຄະນາຍາດ ແລະ ຂອງຊາດສືບຕໍ່ໄປ; ສາມາດທວງຄືນກັບບັນດາປະເທດລັດພາຄີທີ່ ສປປ ລາວ ໄດ້ເຂົ້າຢູ່ໃນສົນທິສັນຍາສາກົນຕ່າງໆເຊັ່ນ: ສົນທິສັນຍາສາກົນວ່າດ້ວຍການເກືອດຫ້າມ, ປ້ອງກັນການນໍາເຂົ້າ-ສົ່ງອອກ ແລະ ໂອນກໍາມະສິດຊັບສິນທາງວັດທະນະທໍາແບບຜິດກົດໝາຍ, ສົນທິສັນຍາສາກົນວ່າດ້ວຍຊັບສົມບັດທາງວັດທະນະທໍາທີ່ຖືກລັກ ຫຼື ຖືກສົ່ງອອກ ແບບຜິດກົດໝາຍ ແລະ ບັນດາສົນທິສັນຍາສາກົນອື່ນໆ; ອໍານວຍຄວາມສະດວກໃຫ້ປະຊາຊົນບັນດາເຜົ່າໄດ້ພ້ອມກັນປົກປັກຮັກສາ ແລະ ຊື່ນຊົມເພື່ອເຮັດໃຫ້ມໍລະດົກ ທາງດ້ານວິຈິດສິນ, ສິລະປະວັດທະນະທໍາ, ປະຫວັດສາດ ແລະ ທໍາມະຊາດ ປະກອບສ່ວນເຂົ້າໃນການສ້າງສາພັດທະນາຊີວິດການເປັນຢູ່ຂອງປະຊາຊົນລາວບັນດາເຜົ່າ ແລະ ສຶກສາອົບຮົມຄວາມຮັກຊາດແພງເຊື້ອ ນັບມື້ນັບດີຂຶ້ນ ແລະ ເຮັດໃຫ້ມໍລະດົກທາງດ້ານວິຈິດສິນ ສິລະປະວັດທະນະທໍາ, ປະຫວັດສາດ ແລະ ທໍາມະຊາດ ຍືນຍົງຄຽງຄູ່ກັບຊາດລາວຕະຫຼອດໄປ.

(ຂ່າວ: ຍຸພິນທອງ, ພາບ: ແສງຈັນ)

error: Content is protected !!