ແຫລ່ງຂ່າວຈາກ ແຂວງ ສາລະວັນ ໃຫ້ຮູ້ວ່າ: ເມືອງ ຄົງເຊໂດນ ແຂວງ ສາລະວັນ ໄດ້ເລີ່ມປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດ ນັບແຕ່ເດືອນກັນຍາ 2021 ຫາ ເດືອນ ມິຖຸນາ 2022 ເຮັດໃຫ້ວຽກງານດັ່ງກ່າວ ລຸລ່ວງ ແລະ ສຳເລັດໄປແລ້ວຫລາຍດ້ານ ເຊິ່ງສະແດງອອກຄວາມເປັນເຈົ້າການຂອງພໍ່ແມ່ປະຊາຊົນ, ອົງການປົກຄອງບ້ານ, ເຈົ້າໜ້າທີ່ ແລະ ພາກສ່ວນທີ່ກ່ຽວຂ້ອງ ສຸມໃສ່ປະຕິບັດດ້ວຍຄວາມຮັບຜິດຊອບ, ເລັ່ງໃສ່ແກ້ໄຂບັນຫາດັ່ງກ່າວໃຫ້ຫລຸດໜ້ອຍຖອຍລົງເທື່ອລະກ້າວ ໂດຍປະຕິບັດຕາມ 5 ບາດກ້າວ ທີ່ວາງໄວ້ ເຊັ່ນ: ມີການວາງແຜນວຽກຢ່າງຮັດກຸມ, ນຳເອົານິຕິກຳທີ່ສຳຄັນ ລົງເຜີຍແຜ່, ເຊື່ອມຊຶມກຸ່ມເປົ້າໝາຍຢ່າງທົ່ວເຖິງ, ຮັບຮູ້ຢ່າງເລິກເຊິ່ງ ສາມາດກຳໄດ້ເນື້ອໃນ ເຮັດໃຫ້ການຈັດຕັ້ງປະຕິບັດວຽກງານຕົວຈິງ ມີຂໍ້ສະດວກ, ວ່ອງໄວ ແລະ ເລີກເຊິ່ງເຖິງຖອງ, ການເກັບກຳຂໍ້ມູນ, ຂຶ້ນບັນຊີເປົ້າໝາຍທີ່ມີການພົວພັນຢາເສບຕິດ ແລະ ປາກົດການຫຍໍ້ທໍ້ຕ່າງໆໃນສັງຄົມ ພ້ອມທັງໄດ້ສ້າງບົດບັນທຶກ ເພື່ອການປັບປຸງປ່ຽນແປງພຶດຕິກຳ.
ທ່ານ ພັນໂທ ສີສຸກ ຈັນທະລັງສີ ຫົວໜ້າກອງບັນຊາການປ້ອງກັນຄວາມສະຫງົບເມືອງຄົງເຊໂດນ ໄດ້ໃຫ້ຮູ້ວ່າ: ການແກ້ໄຂບັນຫາດັ່ງກ່າວ ປະຕິບັດມາຢ່າງຕໍ່ເນື່ອງ ແລະ ມີຫລາຍດ້ານທີ່ມີຜົນສຳເລັດ, ບາງດ້ານກໍ່ພົບກັບຄວາມຫຍຸ້ງຍາກ, ສິ່ງທ້າທາຍ ໂດຍສະເພາະການມີສ່ວນຮ່ວມຂອງສັງຄົມ ບໍ່ເລິກເຊິ່ງ, ກວ້າງຂວາງເທົ່າທີ່ຄວນ, ຍັງມີການປິດບັງເຊື່ອງອຳຂໍ້ມູນ ຕໍ່ກັບເຈົ້າໜ້າທີ່. ສຳລັບການປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດ ເຮັດໃຫ້ວຽກງານດັ່ງກ່າວ ເພີ່ມທະວີຄວາມຮັບຜິດຊອບເປັນຂອງທົ່ວປວງຊົນ ໂດຍມີການປະສານງານ, ຄວາມຮ່ວມມືຢ່າງກົມກຽວ, ໄດ້ຜັນຂະຫຍາຍເນື້ອໃນດັ່ງກ່າວໃຫ້ເຂົ້າສູ່ລວງເລິກຫລາຍຂຶ້ນ, ປະຕິບັດເປັນຈຸດສຸມ ເຮັດໃຫ້ການແກ້ໄຂບັນຫາຢາເສບຕິດ ເປັນຂະບວນການໃຫຍ່, ລຸລ່ວງ ແລະ ສຳເລັດໄປແລ້ວຫລາຍດ້ານ ເປັນຕົ້ນ ສາມາດສັງລວມເປົ້າໝາຍຈຳນວນ 4,033 ຄົນ, ຍິງ 494 ຄົນ, ໃນນັ້ນ ເປົ້າໝາຍຂາຍຢາເສບຕິດ 128 ຄົນ, ຍິງ 7 ຄົນ ແລະ ເປົ້າໝາຍເສບ ຈຳນວນ 2,985 ຄົນ, ຍິງ 14 ຄົນ, ນອກນັ້ນສາມາດຂຶ້ນບັນຊີເປົ້າໝາຍທີ່ເປັນປາກົດການຫຍໍ້ທໍ້ຕ່າງໆ ເຊັ່ນ: ຫລິ້ນການພະນັນ, ຂາຍເລກເຖື່ອນ, ຂີ້ລັກງັດແງະ, ມີອາວຸດລ່າເນື້ອ, ນັກກເລງອັນຕະພານ ແລະ ບັນຫາອື່ນໆ ໄປພ້ອມໆກັນ ເພື່ອເຮັດໃຫ້ເຂົາເຈົ້າມີການປັບປຸງ, ປ່ຽນແປງ, ດຳລົງຊີວິດຢ່າງຖືກຕ້ອງຕາມລະບຽບ, ກົດໝາຍ ໄດ້ສ້າງບົດບັນທຶກຮ່ວມກັນ ໂດຍຊ້ອງໜ້າພໍ່ແມ່ຜູ້ປົກຄອງ, ອຳນາດການປົກຄອງບ້ານ ແລະ ເປັນບ່ອນອີງໃນການຕິດຕາມ, ກວດກາ, ປະເມີນໃນບາດກ້າວຕໍ່ໄປ.
ທ່ານຫົວໜ້າກອງບັນຊາການ ປກສ ເມືອງຄົງເຊໂດນ ຍັງໃຫ້ຮູ້ອີກວ່າ: ການຕະລຸມ ບອນຈັດຕັ້ງປະຕິບັດແກ້ໄຂບັນຫາຢາເສບຕິດ ໃນຄັ້ງນີ້ ສາມາດມ້າງຄະດີຄ້າຂາຍຢາເສບຕິດໄດ້ 46 ເລື່ອງ, ຕ້ອງຫາ 65 ຄົນ, ຍິງ 3 ຄົນ, ຢຶດຂອງກາງ ປະເພດຢາບ້າ 8,011 ເມັດ, ເງິນ 188 ລ້ານກວ່າກີບ, ລົດກະບະວິໂກ້ 1 ຄັນ, ລົດຈັກ 4 ຄັນ ແລະ ວັດຖຸ ອື່ນໆອີກຈຳນວນໜຶ່ງ, ທັງໄດ້ແກ້ໄຂຈຸດມົ້ວສຸມຢາເສບຕິດ 7 ຈຸດ, ສຶກສາອົບຮົມເປົ້າໝາຍດັ່ງກ່າວ ພ້ອມທັງດັດສ້າງຢູ່ຄ້າຍຄຸມຂັງ, ຈຳນວນໜຶ່ງຄອບຄົວສົ່ງເຂົ້າສູນບຳບັດ ແລະ ພວມດຳເນີນຄະດີ 9 ເລື່ອງ.
ຂ່າວ-ພາບ: ວິໄລວອນ ສິດທິໄຊ
Transforming beans into chocolate requires intricate knowledge…. Much of the early-season talk in the Pac centered on Oregon and its stellar defense. This presentation of the DoD Directive The essential content is the same, but this document includes hyperlinks to improve the reader's experience and a full-context paragraph numbering scheme.