ແຕ່ງງານມາ 22 ປີ ຜົວຮ່ວມເພດກັບເມຍທຸກມື້

ຜົວເມຍບາງຄູ່ທີ່ແຕ່ງງານກັນເປັນເວລາດົນ ມັກຈະມີບັນຫາເລື່ອງເທິງຕຽງ ຫຼື ການໄດ້ເຫັນໜ້າກັນທຸກມື້ ກໍອາດເຮັດໃຫ້ຄວາມຕ້ອງການທາງເພດຫຼຸດລົງຕາມເວລາ, ແຕ່ວ່າ ຄູ່ຜົວເມຍທີ່ເລົ່າຕໍ່ໄປນີ້ ຮຽກໄດ້ວ່າ ສະໝໍ່າສະເໝີ ຈົນກາຍເປັນຄວາມລະທົມທຸກຂອງເມຍ ເມື່ອຜົວຂະຫຍັນເລື່ອງເທິງຕຽງທຸກມື້ ເພາະນາງບໍ່ຄ່ອຍມີເວລາໄດ້ພັກຜ່ອນ ຫຼື ແມ່ນແຕ່ເວລາປ່ວຍ.

ເມື່ອວັນທີ 17 ພຶດສະພາ 2022 ເວບໄຊ ETtoday ເຜີຍວ່າ ອະດີດສິລະປິນຍິງຂອງ ໄຕ້ຫວັນ ຊື່ວ່າ: ຈູລີ່ ໄດ້ອອກມາເລົ່າເລື່ອງລາວໃນລາຍການ The Detective Queen ກ່ຽວກັບເພື່ອນຂອງນາງ 2 ຄົນ ທີ່ແຕ່ງງານກັນມາດົນເຖິງ 22 ປີ, ທັງສອງຮັກຫອມກັນດີ ແຕ່ເນື່ອງຈາກຝ່າຍຜົວເສບຕິດການຮ່ວມເພດເກີນໄປ ຈົນກາຍເປັນຄວາມຮູ້ສຶກອຶດອັດໃຈ ຈົນຕ້ອງລະບາຍອອກມາ.

ຈູລີ່ ເຜີຍວ່າ: ເພື່ອນຂອງນາງທັງສອງຄົນ ແຕ່ງງານຕັ້ງແຕ່ສະໄໝອາຍຸຍັງນ້ອຍ ໂດຍເພື່ອນສາວເລົ່າໃຫ້ຟັງວ່າ ຜົວມັກຮ່ວມເພດຫຼາຍ… ແບບວ່າ ຈະຕ້ອງເຮັດກິດຈະກໍາກັນທຸກມື້ ບໍ່ມີມື້ພັກ ຊຶ່ງຕອນນັ້ນ ນາງກໍເຂົ້າໃຈວ່າ ທັງສອງຍັງໄວລຸ້ນ ພະລັງຍັງລົ້ນເຫຼືອ, ແຕ່ເມື່ອເວລາຜ່ານໄປກວ່າ 20 ປີ ເພື່ອນຂອງນາງທັງສອງຄົນ ກໍຍັງເປັນຄືເກົ່າ. ຫຼາຍຄັ້ງທີ່ເພື່ອນໃນກຸ່ມນັດລວມຕົວກັນ ຫຼື ແມ່ນແຕ່ຕອນນັດກັນຫຼິ້ນໄພ້ທາງອອນໄລນ໌ ເພື່ອນ 2 ຄົນນີ້ ກໍຈະລັກຫາຍຕົວໄປ ຊຶ່ງເພື່ອນໆຕ່າງກໍເຂົ້າໃຈວ່າ “ໄປເຮັດທຸລະ”.

ເພື່ອນສາວຂອງ ຈູລີ່ ເຜີຍວ່າ: ນາງຮູ້ສຶກເປັນທຸກໃຈ ຍ້ອນເລື່ອງເພດສໍາພັນຂອງຜົວຫຼາຍ ຕະຫຼອດເວລາ 22 ປີຜ່ານມາ ຜົວຢືນຢັນວ່າ ຈະມີເພດສໍາພັນກັບນາງທຸກມື້ ເຖິງແມ່ນຈະເປັນໄຂ້, ຫວັດ ແລະ ບໍ່ສະບາຍກາຍ ຜົວກໍຍັງບໍ່ຍອມປ່ອຍໃຫ້ນາງໄດ້ພັກຜ່ອນ. ມີພຽງຊ່ວງເວລາບໍ່ພໍທໍ່ໃດມື້ ທີ່ນາງຈະໄດ້ພັກຜ່ອນ ນັ້ນຄື ຕອນທີ່ນາງມີປະຈໍາເດືອນ ຊຶ່ງນາງຮຽກມັນວ່າ: “ວັນພັກຜ່ອນ”.

ຫຼາຍຄົນທີ່ໄດ້ຮູ້ເລື່ອງລາວຂອງເພື່ອນຄົນນີ້ ຕ່າງກໍຮູ້ສຶກຕົກສະເງີ້ ແລະ ເກີດເປັນຄຳຖາມຂຶ້ນວ່າ ຜົວຄົນນີ້ ຮັກເມຍແທ້ ຫຼື ບໍ່? ໃນຂະນະທີ່ ຈູລີ່ ກໍຕອບວ່າ: ຂ້ອຍຄິດວ່າ ມັນເປັນເລື່ອງຂອງ ຄວາມໄຄ່ ຄວາມປາຖະໜາ ເພາະໃນເລື່ອງອື່ນໆ ທັງສອງມັກຈະເຂົ້າໃຈກັນໄດ້ດີ ຄືກັບຄູ່ຜົວເມຍທົ່ວໆໄປ.

ຂໍ້ມູນຈາກ: ETtoday

error: Content is protected !!