ການທ່ອງທ່ຽວໂລກ ຈະຟື້ນຕົວພາຍໃນທ້າຍປີໜ້າ

ຕາມ​ຂ່າວ​ຈາກ ​ມະນິລາ, ສະພາ​ ການ​ເດີນທາງ ​ແລະ ການທ່ອງທ່ຽວ​ໂລກ (WTTC) ຄາດ​ການ​ວ່າ: ການ​ເດີນທາງ ​ແລະ ການທ່ອງທ່ຽວ​ໂລກ ຈະ​ຟື້ນ​ຕົວ​ ກັບ​ໄປ​ຢູ່ໃນ​ລະດັບກ່ອນ​ເຊື້ອພະຍາດ​ ໂຄ​ວິດ-19 ລະບາດ ​​ໄດ້​ພາຍ​ໃນ​ ປີ2023.

ຂະນະ​ທີ່ ​ເອເຊຍ ຈະ​ກັບ​ມາ​ຟື້ນ​ຕົວຢ່າງ​ຊ້າໆ ຫລັງ​ຈາກ WTTC​ເຜີຍ​ແຜ່​ບົດ​ລາຍ​ງານລະຫວ່າງກອງ​ປະຊຸມ ມະນິລາ ​ໃນວັນ​ທີ 21 ​​ເມສາ​ ນີ້ ວ່າ: ອຸດສາຫະກໍາ​ນີ້ ຈະ​ຂະຫຍາຍຕົວສະ​ເລ່ຍ 5.8 ຕໍ່​ປີ ຕັ້ງ​ແຕ່​ປີ​ນີ້​ ຈົນ​ຮອດ​ ປີ 2032 ລື່ນ​ກາຍ ຍອດ​ລວມ ຜະລິດ​ຕະພັນ​ ພາຍ​ໃນ​ປະ​ເທດ (GDP) ຂອງ​ໂລກ ທີ່​ຈະ​ຂະຫຍາຍຕົວ ສະ​ເລ່ຍ 2.7% ຕໍ່​ປີ ​ໃນ​ໄລຍະ​ເວລາ​ດຽວ​ກັນ ​ແລະ ຈະ​ສ້າງ​ວຽກ​ເຮັດ​ງານ​ທຳປະມານ​ 126 ລ້ານ​ ຕໍາ​ແໜ່​ງ.

ຂະນະ​ທີ່ການ​ເດີນທາງ ​ແລະ ການທ່ອງທ່ຽວ ຈະ​ມີ​ມູນ​ຄ່າ 8,35 ພັນ​ຕື້ ​ໂດ​ລາ​ ສະຫະລັດ​ ໃນ​ປີ​ນີ້ ​ແລະ 96 ພັນ​ຕື້​ໃນ​ປີໜ້າ ຊຶ່ງ​ເປັນ​ລະດັບ​ກ່ອນ​ເກີດ​ການ​ແພ່​ລະບາດ ​ໂຄ​ວິດ-19 ​ໃນ​ປີ 2019.

ຂະນະ​ດຽວ​ກັນ ການ​ຈ້າງ​ງານຈະ​ກັບ​ຄືນ ​ມາສູ່​ ລະດັບ 300 ລ້ານ​ຄົນ​ໃນ​ປີ​ນີ້ ​ແລະ 324 ລ້ານ​ຄົນ ​ໃນ​ປີໜ້າ ​ເປັນ​ຕົວ​ເລກ ​ໃກ້​ຄຽງ​ກັບ 333 ລ້ານ​ຄົນ​ໃນ​ປີ2019. ສະ​ເພາະພາກ​ພື້ນ ​ເອເຊຍ ປາຊີ​ຟິກ GDP ຂອງ​ອຸດ​ສາ​ຫະກຳ​ນີ້ ຄາດ​ວ່າ ຈະ​ບັນລຸ 3,4 ພັນ​ຕື້​ ໂດ​ລາ​ ສະຫະລັດ ​ໃນ​ປີໜ້າ ​ແຕ່​ຂະນະ​ນີ້ີ້ຟື້ນ​ຕົວ​ຊ້າ​ກວ່າ ອາ​ເມ​ຣິ​ກາ​ ເໜືອ ​ແລະ ​ເອີຣົບ ​ເນື່ອງ​ຈາກຫລາຍ​ປະ​ເທດຍັງ​ຄົງ​ໃຊ້ ​ມາດ​ຕະການຄວບ​ຄຸມ​ຊາຍ​ແດນຢ່າງ​ເຂັ້ມງວດ. ສ່ວນ​ ເອເຊຍ ຕາ​ເວັນ​ອອກ​ສ່ຽງ​ໃຕ້ (ອາ​ຊຽນ) ​ເລີ່​ມມີ​ຜູ້​ໂດຍສານ​ເຮືອບິນ​ກັບ​ມາ​​ ໃຊ້​ບໍລິການແລ້ວ ຍ້ອນ​ຍົກ​ເລີກ​ລະບຽບເຂົ້າປະ​ເທດ ​ແລະ ການ​ກັກ​ໂລກ ​ແຕ່​ການ​ຟື້ນ​ຕົວ​ຍັງ​​ເປັນ​ໄປ​ຢ່າງ​ຊ້າໆ​ ແບບ​ໝັ້ນຄົງ.

error: Content is protected !!