ທ່ານ ທອງລຸນ ສີສຸລິດ ພົບ​ປະທາງໄກ ກັບສະຫາຍເລຂາທິການທີ​ໜຶ່ງຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ​ ສ ກູບາ

ໃນຕອນຄໍ່າຂອງວັນທີ 30 ມິ​ຖຸນາ 2022, ເວລາ 19:00 ໂມງ ຂອງ ສປປ ລາວ ແລະ ເວລາ 8:00 ໂມງ ເຊົ້າຂອງກູບາ ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປປ ລາວ ປະທານ​ປະ​ເທດ ​ແຫ່ງ ສປປ ລາວ ໄດ້ພົບປະຜ່ານລະບົບວິດີໂອທາງໄກ ກັບ ສະຫາຍ ມີ​ເກັນ ດຽດ ກາ​ເນນ​ ເລຂາທິການທີ​ໜຶ່ງ ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ​ກອມ​ມູນິດ​ກູ​ບາ ປະທານ​ປະ​ເທດ​ແຫ່ງ ສ ກູບາ.

ໃນໂອກາດດັ່ງກ່າວ, ສະຫາຍ ທອງລຸນ ສີສຸລິດ ໄດ້ສະແດງຄວາມປິຕິຍິນດີເປັນຢ່າງຍິ່ງ ທີ່ໄດ້ມີໂອກາດພົບ​ປະ​ຜ່ານວິ​ດິໂອທາງໄກ​ ກັບ ສະຫາຍ ມີ​ເກັນ ດຽດ ກາ​ເນນ​ ເລຂາທິການທີ​ໜຶ່ງ ຄະນະລິ​ຫານ​ງານ​ສູນ​ກາງ​ພັກ​ກອມ​ມູນິດ​ກູ​ບາ ຊຶ່ງເປັນການພົບປະຄັ້ງທໍາອິດຂອງ ສະຫາຍ ທອງລຸນ ສີສຸລິດ ໃນຖານະເປັນເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປປ ລາວ ແລະ ສະຫາຍ ມີເກັນ ດຽດ ກາເນນ ທີ່ໄດ້ດໍາລົງຕໍາແໜ່ງເລຂາທິການທີໜຶ່ງ ຄະນະບໍລິຫານງານສູນກາງພັກກອມມູນິດກູບາ ປະທານປະເທດ ສ ກູບາ. ຝ່າຍລາວໄດ້ແຈ້ງສະພາບການທີ່ພົ້ນເດັ່ນຢູ່ ສປປ ລາວ ໃນໄລຍະຜ່ານມາ, ໂດຍສະເພາະ ການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງ ພັກ ປປ ລາວ. ​ຊົມ​ເຊີຍ ແລະ ຕີລາຄາສູງ​ຕໍ່​​ຜົນສຳ​ເລັດ​ອັນໃຫຍ່ຫຼວງທີ່ປະຊາຊົນກູ​ບາອ້າຍນ້ອງ ​ພາຍໃຕ້ການນໍາພາ​ອັນ​ເດັດ​ດ່ຽວ​ໜຽວ​ແໜ້ນຂອງພັກກອມມູນິດກູບາ ຍາດມາໄດ້ຕະຫຼອດໄລຍະ 60 ປີ ຜ່ານມາ, ໂດຍສະເພາະແມ່ນຜົນ​ສຳ​ເລັດ​ທີ່​ມີ​ຄວາມ​ໝາຍ​ຄວາມ​ສຳ​ຄັນ​ໃນ​ການ​ພັດທະນາ​ເສດຖະກິດ-​ສັງຄົມ​​ ແລະ ປົກ​ປັກ​ຮັກສາໝາກຜົນ​​ຂອງການ​ປະຕິວັດ ໃນທ່າມກາງການປິດລ້ອມ ທາງດ້ານເສດຖະກິດ, ການຄ້າ ແລະ ການເງິນ ຂອງຈັກກະພັດ ​ແລະ ອິດ​ທິ​ກຳ​ລັງ​ປໍ​ລະ​ປັກ ເປັນເວລາຫົກທົດສະວັດ. ຕີ​ລາຄາ​ສູງ​ຕໍ່ຄວາມ​ສາ​ມັກ​ຄີ, ສາຍພົວພັນມິດຕະພາບ ແລະ ການຮ່ວມມືທີ່​ເປັນ​ມູນ​ເຊື້ອອັນດີງາມມາແຕ່ດົນນານ ລະ​ຫວ່າງ ສອງ​ພັກ, ສອງ​ລັດ ແລະ ປະ​ຊາ​ຊົນ​ສອງ​ຊາດລາວ-ກູ​ບາ ຊຶ່ງໄດ້ຮັບການເສີມຂະຫຍາຍ​ໃຫ້ນັບ​ມື້​ນັບ​ແໜ້ນ​ແຟ້ນຍິ່ງໆຂຶ້ນ, ປະກອບສ່ວນສຳ​ຄັນເຂົ້າໃນພາລະກິດ ປະ​ຕິ​ວັດ​ຢູ່​ສອງ​ປະ​ເທດ ລາວ ແລ​ະ ກູ​ບາ ກໍ​ຄື​ພາ​ລະ​ກິດ ສັນຕິພາບ, ມິດຕະພາບ ແລະ ການຮ່ວມມື ເພື່ອການພັດທະນາໃນພາກພື້ນ ແລະ ໃນໂລກ. ສະແດງຄວາມຂອບໃຈ ແລະ ຮູ້ບຸນຄຸນຕໍ່ພັກ, ລັດຖະບານ ແລະ ປະຊາຊົນກູບາອ້າຍນ້ອງ ທີ່ໄດ້ໃຫ້ການຊ່ວຍເຫຼືອ​ອັນ​ໃຫ​ຍ່ຫຼວ​ງ​ລ້ຳ​ຄ່າແກ່ ພັກ ​ແລະ ປະ​ຊາ​ຊົນລາວ ບັນ​ດາ​ເຜົ່າ ທັງໃນໄລຍະຕໍ່ສູ້ກູ້ຊາດ ກໍຄືໃນໄລຍະສ້າງສາພັດທະນາ ສປປ ລາວ. ພ້ອມນັ້ນ,​ ກໍຢືນຢັນ​ຄືນ​ແນວທາງ​ນະ​ໂຍບາຍ​ອັນ​ສະ​ເໝີ​ຕົ້ນ​ສະ​ ເໝີ​ປາຍ​ຂອງ ​ສ​ປປ ລາວ ໃນ​ການສະໜັບສະໜູນ ສ ກູ​ບາ ​ຕ້ານ​ການ​ກະທຳ​ທຸກ​ຮູບ​​ແບບທີ່​ບໍ່​ເປັນ​ທຳ ​ໂດຍ​ສະ​ເພາະ​ແມ່ນ ການ​ປິດ​ລ້ອມ​ທາງ​ດ້ານ​ເສດຖະກິດ, ການ​ຄ້າ ​ແລະ ການ​ເງິນ​ຕໍ່​ກູ​ບາ.​

ສະຫາຍ ມີ​ເກັນ ດຽດ ກາ​ເນນ​ ໄດ້ແຈ້ງໃຫ້ຊາບສະພາບ​ການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ VIII ຂອງພັກກອມ​ມູ​ນິດ​ກູ​ບາ ໄດ້ສະ​ແດງ​ຄວາມ​ຊົມ​ເຊີຍ ​ແລະ ຕີ​ລາຄາ​ສູງ​ຕໍ່ບັນດາຜົນສຳ​ເລັດ​ຂອງ ສປປ ລາວ ທີ່​ຍາດ​ມາ​ໄດ້ ໃນ​ພາລະກິດປົກປັກຮັກສາ ແລະ ​ສ້າງສາ​ພັດທະນາ​ປະ​ເທ​ດຊາດ ພາຍ​ໃຕ້​ການ​ນຳພາ​ອັນຖືກຕ້ອງ ແລະ ສະຫຼາດສ່ອງໃສ ຂອງ ພັກ ປປ ລາວ, ອັນ​ໄດ້​ເຮັດ​ໃຫ້​ຊີວິດ​ການ​ເປັນ​ຢູ່​ຂອງ​ປະຊາຊົນ​ລາວ ​ໄດ້​ຮັບ​ການ​ປັບປຸງ​ໃຫ້​ດີ​ຂຶ້ນ​ເທື່ອ​ລະ​ກ້າວ; ບົ​ດບາດ ແລະ ​​ອິດ​ທິພົນ ຂອງ ພັກ ແລະ ລັດຖະບານ ສປປ ລາວ​ ນັບ​ມື້​ສູງ​ເ​​ດັ່ນຂຶ້ນ​ໃນ​ເວ​ທີພາກ​ພື້ນ ແລະ ​ສາກົ​ນ. ພ້ອມທັງເຊື່ອໝັ້ນວ່າ ຄະນະບໍລິຫານງານສູນກາງພັກ ທີ່ມີ ສະຫາຍ ທອງລຸນ ສີສຸລິດ ເປັນຜູ້ນໍາພານັ້ນ ຈະສາມາດສືບຕໍ່ປະສົບຜົນສຳເລັດໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ແລະ ຍາດໄດ້ຜົນສໍາເລັດອັນໃຫຍ່ຫຼວງກວ່າເກົ່າ ຕາມມະຕິກອງປະຊຸມໃຫຍ່ ຄັ້ງທີ XI ໄດ້ກໍານົດໄວ້​. ສະ​ແດງ​ຄວາມ​ຂອບ​ໃຈ​ມາ​ຍັງ​ພັກ, ລັດຖະບານ ​ແລະ ປະຊາຊົນ​ລາວອ້າຍ​ນ້ອງ ທີ່​ໃຫ້ການຊ່ວຍ​ເຫຼືອ ​ແລະ ​ສະໜັບສະໜູນ​ການ​ປະຕິວັດ​ກູ​ບາ ຕະຫຼອດ​ໄລຍະ​ຜ່ານ​ມາ.

ໃນການພົບປະຄັ້ງນີ້ ການນໍາສູງສຸດຂອງສອງພັກ, ສອງ​ລັດ ລາວ-ກູ​ບາ ໄດ້ຕີລາຄາສູງຕໍ່ການພົວພັນຮ່ວມມືສອງຝ່າຍ ໃນໄລຍະຜ່ານມາ ແລະ ປຶກສາຫາລື ກ່ຽວກັບ ທິດທາງໃນການເສີມຂະຫຍາຍສາຍພົວພັນຮ່ວມມືໃນຕໍ່ໜ້າແລ້ວ ພ້ອມທັງໄດ້ແລກປ່ຽນ​ທັດ​ສະ​ນະ​ກ່ຽວ​ກັບ​ບັນຫາພາກ​ພື້ນ ​ແລະ ​ສາກົນ​ທີ່​ທັງ​ສອງ​ຝ່າຍ​ມີ​ຄວາມ​ສົນ​ໃຈ. ໃນໂອກາດດັ່ງກ່າວ, ບັນດາຂະແໜງ ການກ່ຽວຂ້ອງອ້ອມຂ້າງສູນກາງ, ພ້ອມດ້ວຍເອກອັກຄະລັດຖະທູດຂອງທັງສອງຝ່າຍ ກໍໄດ້ເຂົ້າຮ່ວມຢ່າງພ້ອມພຽງ.

ຂໍ້ມູນຂ່າວ: ສຸກສະຫວັນ

error: Content is protected !!