ເກີດແຜ່ນດິນໄຫວ 3.8 ຣີກເຕີ ໃນບໍລິເວນ ແຂວງ ບໍລິຄໍາໄຊ

ກົມອຸຕຸນິຍົມ ແລະ ອຸທົກກະສາດ ໄດ້ລາຍງານສະພາບການເກີດ ແຜ່ນດິນໄຫວ ຈາກສູນຂ່າວສານແຜ່ນດິນໄຫວແຫ່ງຊາດ ຄັ້ງວັນທີ 30 ມິຖຸນາ 2022 ໃນເວລາ 00:37 ໂມງ ໄດ້ພົບສັນຍານການເກີດແຜ່ນດິນໄຫວ ພາຍໃນປະເທດລາວ ຈໍານວນ 01 ຄັ້ງ ໃນບໍລິເວນ ບ້ານ ນາກາງ, ເມືອງ ວຽງທອງ, ແຂວງ ບໍລິຄໍາໄຊ ຈຸດສູນກາງຢູ່ເສັ້ນຂະໜານທີ 18,403 ອົງສາເໜືອ ແລະ ເສັ້ນແວງທີ 104,450 ອົງສາຕາເວັນອອກ ດ້ວຍ ຄວາມແຮງສັ່ນສະເທືອນວັດແທກໄດ້ 3.8 ຣີກເຕີ ມີຄວາມເລິກຈາກ ເທິງໜ້າດິນປະມານ 10 ກິໂລແມັດ ເຊິ່ງຈຸດເກີດແຜ່ນດິນໄຫວແມ່ນຫ່າງ ຈາກເທສະບານເມືອງວຽງທອງ ປະມານ 10 ກິໂລແມັດ.

ເຫດການແຜ່ນດິນໄຫວດັ່ງກ່າວ ເບື້ອງຕົ້ນຍັງບໍ່ມີລາຍງານຜົນເສຍຫາຍ.

error: Content is protected !!