ໂຄງການກໍ່ສ້າງສູນການຄ້າ ແຂວງ ເຊກອງ ເປີດໃຫ້ຈອງແລ້ວ

ສູນການຄ້າ ແລະ ອາຄານ ເປັນສູນການຄ້າທີ່ທັນສະໄໝໃນແຂວງເຊກອງ ໂດຍແມ່ນ ບໍລິສັດສອນ ເປັນຜູ້ລົງທຶນຮັບເໝົາກໍ່ສ້າງ ແລະ ສໍາປະທານຈາກພາກລັດ ຊຶ່ງຕັ້ງຢູ່ເມືອງລະມາມ ກໍຄືເທສະບານແຂວງເຊກອງ, ເປັນອາຄານສູງ 4 ຊັ້ນ, ຂະໜາດ 36 x 57,6 ແມັດ ມີ 89 ຫ້ອງ, ແຕ່ລະຊັ້ນແຕກຕ່າງກັນໄປຄື: ຊັ້ນທີ I ມີ 30 ຫ້ອງ ເປັນປະເພດຫ້ອງໂຖງອາເນກປະສົງ, ຮ້ານຄ້າ, ໜ່ວຍບໍລິການ, ຊັ້ນທີ II ມີ 39 ຫ້ອງ ສ່ວນໃຫຍ່ເປັນປະເພດຂາຍເຄື່ອງທົ່ວໄປ, ຊັ້ນທີ III ມີ 15 ຫ້ອງ ປະກອບມີຫ້ອງປະຊຸມ 1 ຫ້ອງສາມາດຮອງຮັບໄດ້ຫຼາຍກວ່າ 300 ຄົນ, ເປັນຫ້ອງຂາຍເຄື່ອງຍີ່ຫໍ້ຕ່າງໆ, ຂາຍວັດສະດຸມີຄ່າ, ສ່ວນຊັ້ນທີ IV ມີ 5 ຫ້ອງ ປະກອບມີ ຮ້ານອາຫານ, ຊຸບເປີມາເກັດ, ບ່ອນຫຼິ້ນສໍາລັບເດັກ ແລະ ຫ້ອງການບໍລິການຕະຫຼາດ.

ທ່ານ ເພັດໄພບູນ ສີສະຫງ່າ ຫົວໜ້າພະແນກບໍລິຫານ ບໍລິສັດການຄ້າຂາອອກ-ຂາເຂົ້າເມືອງລະມາມ ຈໍາກັດຜູ້ດຽວ ໃຫ້ສໍາພາດຕໍ່ນັກຂ່າວແຂວງໃນວັນທີ 28 ມິຖຸນາ 2022 ວ່າ: ໂຄງການດັ່ງກ່າວ ເລີ່ມກໍ່ສ້າງມາແຕ່ປີ 2016 ແລະ ມີຈຸດປະສົງ ເພື່ອແນໃສ່ຕອບສະໜອງຕາມຄວາມຮຽກຮ້ອງຕ້ອງການຂອງຊາວຄ້າຂາຍ, ນັກລົງທຶນ ແລະ ກາຍເປັນຈຸດສໍາຄັນຂອງຕົວເມືອງລະມາມ ກໍຄືເທສະບານແຂວງເຊກອງ. ປັດຈຸບັນ ທາງບໍລິສັດພວກເຮົາໄດ້ອະນຸຍາດໃຫ້ບຸກຄົນ-ນິຕິບຸກຄົນເຂົ້າມາທ່ຽວຊົມ ແລະ ເປີດຈ່ອງຫ້ອງຂາຍເຄື່ອງຖາວອນພາຍໃນອາຄານເລີ່ມແຕ່ວັນທີ 21 ມິຖຸນາ 2022 ເປັນຕົ້ນໄປ ໂດຍຊັ້ນທີ I ລາຄາເຊົ່າ 500,000-1,500,000 ກີບຕໍ່ຫ້ອງຕໍ່ເດືອນ; ຊັ້ນທີ II ລາຄາເຊົ່າ 300,000-700,000 ກີບ; ຊັ້ນທີ III ລາຄາເຊົ່າ 250,000-500,000 ກີບ ແລະ ຊັ້ນທີ IV ລາຄາເຊົ່າ 200,000-300,000 ກີບຕໍ່ຫ້ອງຕໍ່ເດືອນ. ສໍາລັບທ່ານໃດທີ່ເຂົ້າມາຈ່ອງຫ້ອງຂາຍ ແລະ ເຊັນສັນຍາໃນຊ່ວງເທດສະການວາງສະແດງສິນຄ້າ ຊຶ່ງທ່ານຈ່ອງແລ້ວຫຼັງຈາກສໍາເລັດງານ ເປີດຮ້ານຂາຍເຄື່ອງເລີຍທາງບໍລິສັດມີນະໂຍບາຍສ່ວນຫຼຸດຟຣີຄ່າເຊົ່າຫ້ອງໄລຍະ 6 ເດືອນ.

ທ່ານ ເພັດໄພບູນ ສີສະຫງ່າ ໃຫ້ຮູ້ຕື່ມວ່າ: ໃນໂອກາດທີ່ທາງຄະນະພັກ-ອົງການປົກຄອງແຂວງ ໄດ້ຈັດງານວາງສະແດງສິນຄ້າ ເພື່ອສ້າງຂະບວນການສະເຫຼີມສະຫຼອງປີສາມັກຄີມິດຕະພາບ ລາວ-ຫວຽດນາມປີ 2022 ໃນລະ ຫວ່າງວັນທີ 29 ມິຖຸນາ ຫາ ວັນທີ 3 ກໍລະກົດ 2022 ທີ່ສູນການຄ້າແຂວງເຊກອງດ້ານໃນອາຄານ ໂດຍມີຜູ້ປະກອບການຈາກ 4 ແຂວງພາກໃຕ້ຂອງ ສປປ ລາວຄື: ເຊກອງ, ສາລະວັນ, ຈໍາປາສັກ, ອັດຕະປື ແລະ 4 ແຂວງພາກກາງ ສສ ຫວຽດນາມຄື: ກວາງນາມ, ກອນຕູມ, ນະຄອນດານັງ ແລະ ແຂວງເທື່ອທຽນເຫວ້ ເຂົ້າຮ່ວມ; ສໍາລັບດ້ານນອກ ທາງບໍລິສັດໄດ້ຈັດເປັນໂຊນ ແລະ ເປີດບູດໃຫ້ຜູ້ປະກອບການ, ຫົວໜ່ວຍທຸລະກິດພາກລັດ-ເອກະຊົນ ແລະ ພໍ່ຄ້າຊາວຂາຍທີ່ຢູ່ພາຍໃນແຂວງ ແລະ ຕ່າງແຂວງ ຈອ່ງຂາຍເຄື່ອງດ້ານນອກຄື: ບຸດປະເພດ A ຂາຍອາຫານ ແລະ ເຄື່ອງດື່ມມີ 22 ບຸດ ຂະໜາດ 3 x 3 ແມັດ ລາຄາເຊົ່າ 75,000 ກີບຕໍ່ບຸດຕໍ່ງານ; ບຸດ B ຂາຍເສື້ອຜ້າ ແລະ ສິນຄ້າທົ່ວໄປມີ 43 ບຸດ ຂະໜາດ 3 x 3 ແມັດ ລາຄາເຊົ່າ 55,000 ກີບຕໍ່ບຸດຕໍ່ງານ.

ສອບຖາມຂໍ້ມູນເພີ່ມຕື່ມ ສໍາລັບລູກຄ້າທີ່ສົນໃຈຢາກຈ່ອງໂທ: 020 966 635 15 ຫຼື ເຂົ້າໄປພົວພັນທີ່ບໍລິສັດໂດຍກົງ.

(ຂໍ້ມູນຂ່າວ-ພາບ: ສັນຍາ)

error: Content is protected !!