ທູດລາວ ປະຈຳອາເມຣິກາ ແລະ ແຄນນາດາ ເຂົ້າຢ້ຽມຂໍ່ານັບ ປະທານາທິບໍດີ ສະຫະລັດ ອາເມຣິກາ

ເມື່ອບໍ່ດົນມານີ້, ທ່ານ ສີສະຫວາດ ອິນພະຈັນ ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມແຫ່ງ ສປປ ລາວ ປະຈຳ ສະຫະລັດອາເມຣິກາ ແລະ ແຄນນາດາ ໄດ້ເຂົ້າຢ້ຽມຂໍ່ານັບ ທ່ານ ໂຈ ໄບເດັນ ປະທານາທິບໍດີອາເມຣິກາ ທີ່ທຳນຽບປະທານາທິບໍດີ (ທຳນຽບຂາວ) ຮ່ວມກັບບັນດາທູດຕ່າງປະເທດ ປະມານ 50 ປະເທດ. ພິທີດັ່ງກ່າວແມ່ນຖືກຈັດຂຶ້ນ ແທນການຍື່ນສານດ້ວຍຕົນເອງ ຍ້ອນການແຜ່ລະບາດ ຂອງພະຍາດ ໂຄວິດ-19 ເພື່ອເປັນກຽດໃຫ້ແກ່ບັນດາທູດທີ່ໄດ້ສໍາເລັດການຍື່ນສານຕາຕັ້ງ ຜ່ານກະຊວງການຕ່າງ ປະເທດ ອາເມຣິກາ ແລະ ໄດ້ຮັບການຮັບຮອງເປັນເອກອັກຄະລັດຖະທູດວິສາມັນ ຜູ້ມີອຳນາດເຕັມ ປະຈຳ ສະຫະລັດ ອາເມຣິກາ.

ໃນໂອກາດເຂົ້າຢ້ຽມຂ່ຳນັບຄັ້ງນີ້ ທ່ານປະທານາທິບໍດີ ໂຈ ໄບເດັນ ໄດ້ອວຍພອນໃຫ້ການປະຕິບັດໜ້າທີ່ໃນຖານະເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມແຫ່ງ ສປປ ລາວ ປະຈຳ ສະຫະລັດ ອາເມຣິກາ ດ້ວຍຜົນສຳເລັດອັນຈົບງາມ ຊຶ່ງທ່ານເອກອັກຄະລັດຖະທູດ ກໍໄດ້ສະແດງຄວາມຂອບໃຈ ຕໍ່ການຕ້ອນຮັບອັນອົບອຸ່ນ ແລະ ຄຳອວຍພອນອັນຈົບງາມ ແລະ ໄດ້ຝາກຄວາມຢື້ຢາມຖາມຂ່າວຈາກ ທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສປປ ລາວ ມາຍັງ ທ່ານປະທານາທິບໍດີ ໂຈ ໄບເດັນ. ພ້ອມນີ້, ກໍສະແດງຄວາມຫວັງວ່າ ທ່ານປະທານາທິບໍດີ ໂຈ ໄບເດັນ ຈະອຳນວຍຄວາມສະດວກ ແລະ ຊ່ວຍເຫຼືອ ຕະຫຼອດໄລຍະການປະຕິບັດໜ້າການທູດ ປະຈຳ ສະຫະລັດອາເມຣິກາ ເພື່ອເສີມຂະຫຍາຍ ແລະ ຮັດແໜ້ນສາຍພົວພັນຮ່ວມມື ລະຫວ່າງ ສອງປະເທດໃຫ້ສືບຕໍ່ຂະຫຍາຍຕົວ ແລະ ແຕກດອກອອກຜົນຍິ່ງໆຂຶ້ນກວ່າເກົ່າ ເພື່ອນຳເອົາຜົນປະໂຫຍດສູງສຸດມາສູ່ ປະຊາຊົນຂອງສອງປະເທດ.

ພາຍຫຼັງສຳເລັດພິທີດັ່ງກ່າວ, ທ່ານເອກອັກຄະລັດຖະທູດ ສີສະຫວາດ ອິນພະຈັນ ໄດ້ສືບຕໍ່ເຄື່ອນໄຫວ ແລະ ພົບປະກັບພາກສ່ວນກ່ຽວຂ້ອງຕ່າງໆຂອງ ອາເມຣິກາ ເພື່ອປຶກສາຫາລື ແລະ ແລກປ່ຽນຄຳຄິດເຫັນເຖິງທິດທາງແຜນການຮ່ວມມືສອງຝ່າຍໃນຕໍ່ໜ້າໃຫ້ນັບມື້ຂະຫຍາຍຕົວຍິ່ງຂຶ້ນ ເປັນຕົ້ນແມ່ນພົບປະກັບບັນດາການນຳ ແລະ ກົມກ່ຽວຂ້ອງຂອງກະຊວງການຕ່າງປະເທດອາເມຣິກາ, ສະພາຄວາມໝັ້ນຄົງແຫ່ງຊາດ, ທຳນຽບຂາວ, ບັນດາສະມາຊິກສະພາ, ຫົວໜ້າອົງການຊ່ວຍເຫຼືອເພື່ອການພັດທະນາຂອງອາເມຣິກາ (USAID), ຫົວໜ້າອົງການເກັບກູ້ສິ່ງເສດເຫຼືອຂອງທະຫານ ອາເມຣິກາ ທີ່ຫາຍສາບສູນແຕ່ປາງສົງຄາມ (POW/MIA), ບັນດາພາກສ່ວນທຸລະກິດຕ່າງໆຂອງລັດຖະບານ-ເອກະຊົນ ແລະ ພາກສ່ວນ ອື່ນໆທີ່ສຳຄັນ.

ຂໍ້ມູນຂ່າວ-ພາບ: ກະຊວງການຕ່າງປະເທດ

error: Content is protected !!