ການສັງເກດຄວາມຜິດປົກກະຕິທີ່ເກີດຂຶ້ນ ເພື່ອຈະໄດ້ປ້ອງກັນ ຫຼື ປິ່ນປົວໄດ້ຢ່າງທ່ວງທັນກັບໂຣກໄຂ້ເລືອດອອກ ມີດັ່ງນີ້:
- ໄລຍະທີ 1: ໄລຍະໄຂ້ສູງ ຊຶ່ງໄຂ້ຈະສູງ 2-7 ວັນ ເຖິງວ່າຈະກິນຢາຫຼຸດໄຂ້ ແຕ່ໄຂ້ກໍຍັງບໍ່ຫຼຸດ, ມີອາການໜ້າແດງ, ຕາແດງ, ຊຶມ, ເບື່ອອາຫານ ແລະ ຮາກຮ່ວມນຳ. ສ່ວນຫຼາຍຈະບໍ່ມີອາການຕັນດັງ, ນຳ້ມູກໄຫຼ ຫຼື ໄອ ປະມານວັນທີ 3 ອາດມີຈຸດແດງນ້ອຍໆຂຶ້ນຕາມໃບໜ້າ, ແຂນ, ຂາ, ກ້ອງຂີ້ແຮ້, ໃນຊ່ອງປາກ. ບາງຄົນມີອາການຮຸນແຮງ ແລະ ປາກົດອາການໄລຍະທີ 2 ຕໍ່ໄປ.
- ໄລຍະທີ 2: ໄລຍະຊ໊ອກ ແລະ ມີເລືອດອອກ ມັກເກີດຊ່ວງວັນທີ 3-7 ໄຂ້ຈະເລີ່ມຫຼຸດລົງ ແຕ່ຜູ້ປ່ວຍພັດມີອາການຊຸດໂຊມ, ມີພາວະຊ໊ອກ ເຊັ່ນ ຊຶມ, ໂຕເຢັນ, ເຫື່ອອອກ, ຊີບພະຈອນເບົາ ຫຼື ໄວ, ຄວາມດັນເລືອດຕໍ່າ. ນອກນີ້ ອາດມີເລືອດອອກຕາມສ່ວນຕ່າງໆ ເຊັ່ນ ເລືອດອອກຕາມຜິວໜັງ, ເລືອດກໍ່າໄຫຼ, ຮາກ ຫຼື ເວລາຖ່າຍໜັກຈະມີເລືອດອອກມານຳໄລຍະນີ້ກິນເວລາປະມານ 24-72 ຊົ່ວໂມງ. ຖ້າບໍ່ໄດ້ຮັບການປິ່ນປົວໂດຍໄວ ອາດຈະເປັນອັນຕະລາຍເຖິງຊີວິດໄດ້.
- ໄລຍະທີ 3: ໄລຍະຟື້ນໂຕ ສຳລັບຄົນທີ່ໄດ້ຮັບການປິ່ນປົວຢ່າງຖືກຕ້ອງ ແລະ ທັນເວລາ ມີພາວະຊັອກບໍ່ຮຸນແຮງ, ອາການຕ່າງໆຈະເລີ່ມດີຂຶ້ນ ຜູ້ປ່ວຍຈະເລີ່ມກິນອາຫານໄດ້ ຫຼື ລຸກນັ່ງໄດ້.
ວິທີການປິ່ນປົວ ຖ້າອາການບໍ່ຮຸນແຮງ, ມີພຽງໄຂ້ສູງ, ເບື່ອອາຫານ ຍັງບໍ່ມີອາການເລືອດອອກ ຫຼື ພາວະຊ໊ອກ ຄວນປະຕິບັດດັ່ງນີ້:
- ໃຫ້ຜູ້ປ່ວຍພັກຜ່ອນຫຼາຍໆ ຖ້າຫາກມີໄຂ້ສູງ ຄວນໃຊ້ຜ້າຊຸບນໍ້າເຊັດໂຕເລື້ອຍໆ ແລະ ໃຫ້ຢາຫຼຸດໄຂ້ປາລາເຊຕາມອນ (ຫ້າມໃຊ້ແອັດໄພຣິນເດັດຂາດ) ຖ້າເປັນຜູ້ປ່ວຍເດັກ ແລະ ເຄີຍຊັກ ຄວນໃຫ້ກິນຢາກັນຊັກໄວ້ກ່ອນ, ຄອຍສັງເກດເບິ່ງອາການຂອງຜູ້ປ່ວຍຢ່າງໃກ້ຊິດ.
- ຖ້າຜູ້ປວດຮາກຫຼາຍ, ມີພາວະຊັອກ ຫຼື ເລືອດອອກ ຄວນຮີບນຳສົ່ງໂຮງໝໍທັນທີ.
ເຮົາສາມາດປ້ອງກັນໂຣກໄຂ້ເລືອດອອກໄດ້ ໂດຍການຮັກສາບໍລິເວນອ້ອມຂ້າງເຮືອນໃຫ້ສະອາດ, ບໍ່ໃຫ້ມີນຳ້ຂັງ ເພື່ອບໍ່ໃຫ້ເປັນແຫຼ່ງເພາະພັນຂອງຍຸງລາຍ ພຽງເທົ່ານີ້ເຮົາກໍສາມາດຫຼີກເວັ້ນໂຣກໄຂ້ເລືອດອອກ ຊຶ່ງມີຍຸງລາຍເປັນພາຫະນຳເຊື້ອດັ່ງກ່າວມາສູ່ສະມາຊິກໃນຄອບຄົວ ແລະ ຄົນອ້ອມຂ້າງໄດ້.