G7 ຈະລະດົມທຶນ 600 ຕື້ໂດລາສະຫະລັດ ຊ່ວຍບັນດາປະເທດທີ່ກຳລັງພັດທະນາ

ຕາມ​ຂ່າວ​ຈາກ ​ເຢຍລະ​ມັນ, ວັນ​ທີ 27 ​ມິຖຸນາ​ ນີ້, ບັນດາ ​ຜູ້ນຳ ​ກຸ່ມ​ຈີ7 ​ໃຫ້​ຄຳ​ໝັ້ນສັນຍາ ຈະ​ລະດົມ​ທຶນ 600 ຕື້​ໂດ​ລາສະຫະລັດ ​ໃນ​ກອງ​ທຶນເອກະ​ຊົນ ​ແລະ ລັດຖະບານ ​ໃນ​ໄລຍະ 5 ປີ​ຕໍ່ໜ້າ ​ເພື່ອ​ເປັນ​​ທຶນສະໜັບສະ​ໜູນ ​ພື້ນຖານ​ໂຄງ​ລ່າງທີ່​ຈຳ​ເປັນ​ ໃນ​ປະ​ເທດພວມ​ພັດທະນາ ຫລັງ​ຈາກ​ເລີ່​ມ​ໂຄງການການ​ຮ່ວມ​ມືພື້ນຖານ​ໂຄງ​ລ່າງ ​ແລະ ການ​ລົງທຶນທົ່ວ​ໂລກ (Partnership for Global Infrastructure and Investment) ​ໃນ​ກອງ​ປະຊຸມ ​ປະຈຳ​ປີ ​ຂອງ​ກຸ່ມ​ຈີ 7 ທີ່​ຈັດ​ຂຶ້ນ​ຢູ່ ​ເຢຍລະ​ມັນ ​ເມື່ອ​ບໍ່​ດົນ​ມາ​ນີ້ ​ໂດຍ​ທຶນ​ຈໍານວນດັ່ງກ່າວ ທ່ານ ​ໂຈ​ໄບ​ເດັນ,ປະທານາທິບໍດີ ສ.ອາ​ເມ​ຣິ​ກາ ຈະ​ມອບ​ທຶນ 200 ຕື້​ໂດ​ລາ​ສະຫະລັດ ​​ເພື່ອ​ສະໜັບສະໜູນໂຄງການ​ຕ່າງ​ໆ ​ໃນ​ປະ​ເທດ​ລາຍ​ໄດ້​ຕ່ຳ ​ແລະ ລາຍ​ໄດ້​ ປານ​ກາງແນ​ໃສ່​ຮັບ​ມື​ກັບ​ການ​ປ່ຽນ​​ແປງ​ດິນ​ຟ້າ​ອາກາດລວມທັງ​ດ້ານ​ສຸຂະພາບ,ການ​ເທົ່າ​ທຽມ​ທາງ​​ເພດ ແລະ ພື້ນຖານໂຄງລ່າງລະບົບການຂົນສົ່ງທົ່ວໂລກ.

error: Content is protected !!