ເມືອງ ເຟືອງ ແຂວງ ວຽງຈັນ ກໍາລັງໄດ້ຮັບຄວາມນິຍົມຈາກນັກທ່ອງທ່ຽວ

ປັດຈຸບັນ, ເມືອງ ເຟືອງ ພວມເອົາໃຈໃສ່ຈັດສັນ ຄຸ້ມຄອງສະຖານທີ່ທ່ອງທ່ຽວແຫ່ງຕ່າງໆ ພາຍໃນເມືອງໃຫ້ເຂົ້າສູ່ຄວາມເປັນລະບຽບ ສວຍງາມ ສາມາດດຶງດູດນັກທ່ອງທ່ຽວທັງພາຍໃນແລະຕ່າງປະເທດ ໃຫ້ເຂົ້າໄປທ່ອງທ່ຽວນັບມື້ນັບຫລາຍ ສາມາດສ້າງວຽກເຮັດງານທໍາ ກໍຄືສ້າງລາຍຮັບໃຫ້ປະຊາຊົນພາຍໃນເມືອງໃຫ້ນັບມື້ນັບຫລາຍ.

ທ່ານນາງ ສົມຄິດ ຈິດດາວົງ ຫົວໜ້າຫ້ອງການ ຖະແຫລງຂ່າວ ວັດທະນະທໍາ ແລະທ່ອງທ່ຽວ ເມືອງ ເຟືອງ, ແຂວງ ວຽງຈັນ ໃຫ້ຮູ້ວ່າ: ເມືອງ ເຟືອງ ມີແຫຼ່ງທ່ອງທ່ຽວທາງດ້ານທໍາມະຊາດ, ປະຫວັດສາດ ແລະວັດທະນະທໍາ ທີ່ໄດ້ຮັບຄວາມນິຍົມຫລາຍແຫ່ງ, ສະເພາະແຫລ່ງທ່ອງທ່ຽວ ດ້ານທໍາມະຊາດປະກອບມີ: ຫາດຜາຕຶ້ງ, ຫາດດອນກາງໃຫຍ່, ຫາດດອນກາງນ້ອຍນໍ້າສາມຄອນ, ແຫ່ລງທ່ອງທ່ຽວດ້ານປະຫວັດສາດ ປະກອບມີຫໍສີລາຈາລຶກ, ຫໍມູນເຊື້ອຕົ້ນແຕ້ຈາລຶກຄວາມແຄ້ນຂອງຊາວເມືອງເຟືອງ, ສະຖານທີ່ທ່ອງທ່ຽວດ້ານ ວັດທະນະທຳ ແມ່ນວັດສິນໄຊຍະຣາມ ບ້ານ ໂນນຫີນແຮ່ ທີ່ຕິດພັນກັບຕຳນານນິທານເລື່ອງສັງສິນໄຊ, ວັດບ້ານຜາສັງ, ວັດບ້ານນາເມືອງ ແລະແຫ່ງອື່ນໆອີກ, ນອກນີ້ ຍັງມີສະຖານທີ່ຫລາຍແຫ່ງ ທີ່ສາມາດພັດທະນາໃຫ້ເປັນແຫຼ່ງທ່ອງທ່ຽວໃນຕໍ່ໜ້າໄດ້ອີກ ປະຈຸບັນມີນັກທ່ອງທ່ຽວທັງໃນລະຕ່າງປະເທດ ເຂົ້າໄປທ່ຽວ ເມືອງເຟືອງປະມານ 1,400 ຫາ 1,600 ຄົນຕໍ່ເດືອນ.

ທ່ານນາງ ສົມຄິດ ຈິດດາວົງ ໃຫ້ຮູ້ອີກວ່າ: ຍ້ອນວຽກງານທ່ອງທ່ຽວຢູ່ເມືອງເຟືອງໄດ້ມີການຂະຫຍາຍຕົວຢ່າງວ່ອງໄວ ແບບກ້າວກະໂດດ ໂດຍຫ້ອງການ ຖວທ ເມືອງ ໄດ້ຊຸກຍູ້ຜູ້ປະກອບກິດຈະການ ດ້ານການບໍລິການທ່ອງທ່ຽວ ໃຫ້ເອົາໃສ່ປະຕິບັດຕາມລະບຽບ, ກົດໝາຍ, ແຈ້ງການ, ຄຳສັ່ງແນະນໍາຕ່າງໆ , ເພື່ອ ຮັກສາໄດ້ດ້ານວັດທະນະທຳ ຮີດຄອງປະເພນີ, ຄວາມປອດໄພຂອງນັກທ່ອງທ່ຽວ, ຮັກສາທຳມະຊາດ, ສິ່ງແວດລ້ອມ, ແລະໃຫ້ບໍລິການທີ່ດີແກ່ນັກທ່ອງທ່ຽວ.

ປະຈຸບັນຢູ່ເມືອງເຟືອງມີເຮືອນພັກ ແລະລີສອດທັງໝົດ 32 ແຫ່ງ, ເປັນຕົ້ນ: ເຮືອນພັກຊົງລາວ ບ້ານເມືອງເຟືອງ, ເຮືອນພັກແຄນລາວ, ເຮືອນພັກວັງນໍ້າທິບ, ເຮືອນພັກບ້ານສາມໝື່ນວີວໂຮມສະເຕ, ລີສອດເພັດມັງກອນ, ລີສອດອ່າງນໍ້າຕົງ; ນອກນີ້, ກໍມີຮ້ານອາຫານ ຮ້ານກິນດື່ມ, ເຮືອນພັກແບບຄອບຄົວຈຳນວນໜື່ງ ພ້ອມໃຫ້ບໍລິການແກ່ນັກທ່ອງທ່ຽວ.

error: Content is protected !!