ຖ້າເອີ່ຍເຖິງອາຫານເພື່ອສຸຂະພາບ ເຮົາມັກຈະມີຜັກຢູ່ນຳ ເພາະມັນມີປະໂຫຍດຫຼາຍຢ່າງ, ແຕ່ຖ້າເຮົາກິນຜັກບໍ່ຖືກວິທີ ມັນກໍຈະໃຫ້ໂທດແກ່ເຮົາໄດ້.
– ຖົ່ວງອກ: ເຮົານິຍົມກັນກິນທັງແບບສຸກ ແລະ ດິບໃສ່ໃນເຂົ້າປຽກ, ເຮັດເປັນເຫຍື້ອເຂົ້າປຸ້ນ ຫຼື ນຳໄປຂົ້ວ. ຖົ່ວງອກ ມີທັງໂປຣຕິນ, ວິຕາມິນຊີ, ວິຕາມິນ ບີ12, ທາດເຫຼັກ ແລະ ເລຊີທິນ. ທັງໝົດນີ້ເປັນສານອານຫານທີ່ມີີປະໂຫຍດຕໍ່ຮ່າງກາຍ ແຕ່ຖ້າຈະເລືອກກິນຖົ່ວງອກດິບ ກໍຄວນຈະກິນໃນປະລິມານທີ່ເໝາະສົມ ເພາະໃນຖົ່ວງອກດິບມີສານ ໄຟເຕດ ທີ່ສົ່ງຜົນໃນການຂັດຂວາງການດູດຊຶມສານບາງຊະນິດເຂົ້າຢູ່ຮ່າງກາຍ.
– ຖົ່ວຝັກຍາວ: ມີເສັ້ນໃຍອາຫານສູງ, ມີແຄວຊຽມ, ຟອສຟໍຣັດ, ວິຕາມິນຊີ, ໂປຕິນ ແລະ ທາດເຫຼັກ, ແຕ່ຖ້າກິນໝາກຖົ່ວຍາວດິບ ກໍບໍ່ຄວນກິນຫຼາຍເກີນໄປ ເພາະໃນມັນມີແກ໊ສສູງ ໂດຍສະເພາະແກ໊ສຄາບອນໄດອອກໄຊ, ມີເທນ ແລະ ຊັນຟໍຣໄດອອກໄຊ ຊຶ່ງອາດເຮັດໃຫ້ຍຶ່ງທ້ອງ ເພາະຂະບວນການຍ່ອຍເມັດ ແລະເປືອກ ຂອງຖົ່ວຝັກຍາວ ໂດຍແບັດທີເຮີຍລຳໄສ້ໃຫຍ່.
– ຜັກປະເພດກະລໍ່າປີ: ໄດ້ແກ່ ກະລໍ່າປີ, ກະລໍ່າດອກ, ບຣ໊ອກໂຄລີ ຊຶ່ງໃນຜັກຈຳພວກນີ້ ຈະມີສານ ກອຍໂຕເຈນ ຊຶ່ງຈະໄປຂັດຂວາງການເຮັດວຽກ ຂອງຕອມໄທຣອຍ ເຮັດໃຫ້ຮ່າງກາຍນຳສານ ໄອໂອດິນ ໄປໃຊ້ໄດ້ຫນ້ອຍ. ໃນໄລຍະຍາວ ອາດຈະເປັນໂຣກຄໍບວມໄດ້, ແຕ່ໃນໄລຍະສັ້ນ ຖ້າກິນຫຼາຍເກີນໄປ ອາດຈະເຮັດໃຫ້ເກີດອາການຍຶ່ງທ້ອງ, ກະເພາະອາຫານ ບໍ່ຍ່ອຍ.
– ໜໍ່ໄມ້, ມັນຕົ້ນ: ມີສານ ໄຊຍາໄນ ໃນຮູບຂອງ ໄກໂຄໄຊ ຊຶ່ງມີຜົນຕໍ່ລະບົບປະສາດ ເຮັດໃຫ້ມີອາການປວດຫາກ, ອ່ອນເພຍ, ມຶນຫົວ, ເປັນວິນ ຫຼື ອາດຈະຮຸນແຮງເຖິງຂັ້ນຫົວໃຈຢຸດເຕັ້ນໄດ້. ສະນັ້ນ ຄວນຈະນຳໄປປຸງແຕ່ງໃຫ້ສຸກກ່ອນ ຫຼື ນຳໄປຕົ້ມນໍ້າແລ້ວຖອກຖິ້ມກ່ອນ ຈຶ່ງນຳມາປຸງອາຫານ.