ລັດ ນໍາເຂົ້ານໍ້າມັນເຊື້ອໄຟກວ່າ 60 ລ້ານລິດ ເພື່ອແກ້ບັນຫາໂດຍພື້ນຖານ

ນັບແຕ່ວັນທີ 1-21 ມິຖຸນາ 2022 ນີ້, ທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ ລາຍງານຄວາມຄືບໜ້າການແກ້ໄຂບັນຫານໍ້າມັນເຊື້ອໄຟ ແລະ ຄຸ້ມຄອງອັດຕາແລກປ່ຽນເງິນຕາຕ່າງປະເທດ ຕໍ່ກອງປະຊຸມສະໄໝສາມັນເທື່ອທີ 3 ຂອງສະພາແຫ່ງຊາດຊຸດທີ IX ໃນວັນທີ 23 ມິຖຸນາ 2022 ວ່າ: ລັດຖະບານ ໄດ້ສະໜອງເງິນຕາໃຫ້ວິສະຫະກິດນໍ້າມັນເຊື້ອໄຟແລ້ວ 102 ລ້ານໂດລາສະຫະລັດ ເພື່ອນໍາເຂົ້ານໍ້າມັນເຊື້ອໄຟແລ້ວຫລາຍກວ່າ 60 ລ້ານລິດ ເຂິ່ງມີກາຊວນ 40 ກວ່າລ້ານລິດ ກວມເອົາ 75% ແນໃສ່ແກ້ໄຂບັນຫາການຂາດ ແຄນນໍ້າມັນເຊື້ອໄຟ ໃນທົ່ວປະເທດ ແລະ ຕອບສະໝອງ ຄວາມຕ້ອງການຊົມໃຊ້ສັງຄົມໃຫ້ພຽງພໍ ໂດຍພື້ນຖານ. ມາຮອດປັດຈຸບັນ ເຫັນໄດ້ວ່າການບໍລິການນໍ້າມັນໃນເຂດຕົວເມືອງ ມີຄວາມຄ່ອງຕົວຫລາຍຂຶ້ນ ແລະ ຈະສືບຕໍ່ຊຸກຍູ້ ໃຫ້ຜູ້ປະກອບການທຸລະກິດນໍ້າມັນເຊື້ອໄຟ ກະ ຈາຍນໍ້າມັນສູ່ເຂດຊົນນະບົດຫ່າງໄກສອກຫລີກຢ່າງທົ່ວເຖິງ.
ທ່ານ ສອນໄຊ ສີພັນດອນ ກ່າວວ່າ: ລາວເປັນປະເທດນໍາເຂົ້ານໍ້າມັນ 100% ມີການນໍາໃຊ້ນໍ້າມັນເຊື້ອໄຟສະເລ່ຍ 100-120 ລ້ານລິດຕໍ່ເດືອນ ຫລື ປະມານ 1.200 ລ້ານລິດຕໍ່ປີ ເມື່ອກ່ອນຊື້ນໍ້າມັນພຽງແຕ່ 600-700 ລ້ານໂດລາສະຫະລັດ ແມ່ນສາມາດຕອບສະໜອງໄດ້ຢ່າງພຽງພໍ ກັບຄວາມຕ້ອງການນໍາໃຊ້ໃນທົ່ວປະເທດຕໍ່ປີ ແຕ່ໃນປັດຈຸບັນຈາກການປັບຂຶ້ນລາຄານໍ້າມັນຂອງຕະຫລາດໂລກ 1 ໂດລາສະຫະ ລັດ ສາມາດຊື້ນໍ້າມັນໄດ້ພຽງ 1 ລິດ; ສະນັ້ນ ເຮັດໃຫ້ລາວຕ້ອງການເງິນຕາ ເພື່ອຊື້ນໍ້າມັນເຊື້ອໄຟມາບໍລິການຮັບໃຊ້ສັງຄົມສູງເຖິງ 1,2 ຕື້ໂດລາສະຫະລັດຕໍ່ປີ ເຮັດໃຫ້ຄວາມຕ້ອງການດ້ານເງິນຕາຕ່າງປະເທດສູງຂຶ້ນ ເຮັດໃຫ້ລາວພົບຄວາມຫຍຸ້ງຍາກໃນການຊອກຫາເງິນຕາຕ່າງ ປະເທດ ເຊິ່ງສົ່ງຜົນກະທົບຕໍ່ອັດຕາແລກປ່ຽນ ໂດຍສະເພາະອັດຕາແລກປ່ຽນຂອງທະນາຄານແຫ່ງຊາດ ແລະ ອັດຕາແລກປ່ຽນທີ່ກຳນົດນົດໄວ້ໃນທະນາຄານທຸລະກິດ.
ຂໍ້ມູນຂ່າວ:ຕັອກ
ຮູບ:ອ່າຍຄໍາ

error: Content is protected !!