ສູນ​ການ​ຄ້າ​ວຽງ​ຈັນ​ເຊັນ​ເຕີ ຮ່ວມກັບ 17 ບໍລິສັດ ແລະ ຮ້ານຄ້າ ເຊັນສັນຍາຮ່ວມສິດທິພິເສດ ບັດສະມາຊິກ V-card  

ເນື່ອງໃນໂອາກາດ ສູນ​ການ​ຄ້າ​ວຽງ​ຈັນ​ເຊັນ​ເຕີ ​ໄດ້​ເປີດ​ໃຫ້​ບໍລິການ​ຄົບຮອບ 7 ປີ ​ແລະ​ ຈົດ​ທະບຽນ​ຂຶ້ນ​ຕະຫຼາດ​ຫຼັກ​ຊັບ​ລາວ​ຄົບ​ຮອບ 2 ປີ ແລະ ກ້າວເຂົ້າສູ່ປີທີ່ 8 ທີ່ຜ່ານມາ ສູນການຄ້າວຽງຈັນເຊັນເຕີ ໄດ້ຮັບການຕອບຮັບຈາກທາງ ຮ້ານຄ້າ, ແບຣນສິນຄ້າ ທີ່ມີຊື່ສຽງຢ່າງຕໍ່ເນື່ອງ ​ແລະ ເພື່ອເປັນການປະຊາສຳພັນໃນການຮ່ວມມອບສິດທິພິເສດ ໃຫ້ກັບລູກຄ້າສະມາຊິກບັດ V-card ທັງໝົດ 89,434ບັັດ ແບ່ງເປັນລູກຄ້າ Premium Card 5,109ບັດ  ແລະ ລູກຄ້າ Member Card 84,325 ບັດ. ​ເຊິ່ງປັດຈຸບັນທາງສູນການຄ້າວຽງຈັນເຊັນເຕີໄດ້ມີການປະຊາສຳພັນໃຫ້ທັນ​ກັບ​ຄວາມ​ຕ້ອງການ​ຂອງ​ຜູ້​ຊົມ​ໃຊ້​ໃນຊ່ອງທາງ​ໂຊ​ຊຽວມີ​ເດຍຕ່າງໆ​ເຊັ່ນ: Facebook Page, Tiktok, Instagram, Wechat ​ແລະ​ຈຳໜ່າຍສິນຄ້າໃນແບບອອນໄລ ​ເພື່ອ​ໃຫ້​ສູນ​ການ​ຄ້າ​ແຫ່ງ​ນີ້​ ເປັນ​ບ່ອນ​ທ່ຽວ​ຊົມ ​ແລະ​ ບ່ອນ​ຊື້-​ຂາຍ​ສິນຄ້າ​ທີ່​ທັນ​ສະ​ໄໝ​ຄົບ​ວົງ​ຈອນ ​ແລະ ເປັນການຂະຫຍາຍຖານລູກຄ້າຮ່ວມກັນ. ໃນວັນທີ 22 ມິຖຸນາ 2022 ນີ້ ສູນການຄ້າວຽງຈັນເຊັນເຕີ ໄດ້ຮ່ວມເຊັນສັນຍາຮ່ວມສິດທິພິເສດ ບັດສະມາຊິກ V-card   ຮ່ວມກັບ 17 ບໍລິສັດ ​ແລະ​ ຮ້ານ​ຄ້າ, ໃໂດຍການເປັນປະທານຂອງ ທ່ານນາງ ສະຫວັນທອງ ອຸ່ນມີໄຊ ຮອງປະທານບໍລິສັດ ພັດທະນາສູນເສດຖະກິດການຄ້າຄົບວົງຈອນໜອງຈັນຕອນເໜືອຈຳກັດ ພ້ອມດ້ວຍຄະນະ ແລະ ບັນດາຄູ່ຮ່ວມທຸລະກິດ ເຂົ້າຮ່ວມ. ການພັດທະນາໃນອຸດສາຫະກໍາຄາສິໂນອອນໄລນ໌ຍັງຊ່ວຍເພີ່ມຂອບເຂດຂອງແຕ່ລະຄົນ. ເວທີ Slotogate ຍັງອະນຸຍາດໃຫ້ທ່ານເພື່ອຫາເງິນທີ່ດີມັກຫຼີ້ນຄາສິໂນອອນໄລນ໌ທີ່ນິຍົມຫຼາຍທີ່ສຸດ. ເວທີມີລັກສະນະຕ່າງໆ online casino that accepts paypal

 17 ບໍລິສັດ ​ແລະ​ ຮ້ານ​ຄ້າ ທີ່​ໄດ້​ຮ່ວມມອບສິດທິພີເສດສະມາຊິກບັດ V-Card ດັ່ງນີ້:

  • ໂຮງແຮມ Landmark Mekong Riverside, ໂຮງແຮມ ດອນຈັນພາເລດ, ໂຮງແຮມ Crowne Plaza,

36 Manor International Sport Hotel, ໂຮງໝໍກະເສມຣາດ ອິນເຕິເນຊັນເເນລ ວຽງຈັນ.

  • ທະນາຄານ ຮ່ວມພັດທະນາ ຈຳກັດ, ທະນາຄານ ເອັສທີ ຈໍາກັດ, ບໍລິສັດ ເອັສທີ-ເມືອງໄທປະກັນໄພ ຈຳກັດ.
  • ສູນຄວາມງາມ The Frist Clinic, ​ບໍ​ລິ​ສັດ ເຄື່ອງ​ໃຊ້​ໄຟ​ຟ້າ​ຄົບ​ວົງ​ຈອນ ODIEN Mall , ຮ້ານ​ອາຫານ Marktwo, ຮ້ານອາຫານ Gohobi Sushi, ຮ້ານອາຫານ Mala Hotpot Buffet, ຮ້ານອາຫານ Mala Café, ຮ້ານ​ອາຫານ ເຮືອແພຖືກໃຈ, ສູນອອກກໍາລັງກາຍ NIYOM FINESS, ຮ້ານເຄື່ອງຂຽນເຄື່ອງໃຊ້ຫ້ອງການ Amice Stationery Store.ທິພີເສດບັດສະມາຊິກ V-Card

ສິດທິພິເສດບັດສະມາຊິກ V-Card ວຽງຈັນເຊັນເຕີຮ່ວມກັບບໍລິສັດແລະຮ້ານຄ້າພາຍນອກມີ​:

  • ໂຮງແຮມ Landmark Mekong Riverside ມອບສິດທິພິເສດສ່ວນຫຼຸດ 20%  ໃຫ້ແກ່ລູກຄ້າຜູ້ຖືບັດສະມາຊິກ      V-Card ວຽງຈັນເຊັນເຕີ
  • ໂຮງແຮມ Crowne Plaza ມອບສິດທິພິເສດສ່ວນຫຼຸດ 10% ໃນຮ້ານອາຫານໃຫ້ແກ່ລູກຄ້າຜູ້ຖືບັດ V-Card ຂອງວຽງຈັນເຊັນເຕີ
  • Don Chan Plalace Hotel ມອບສິດທິພິເສດສ່ວນຫຼຸດໃນຮ້ານອາຫານ 50%  ໃຫ້ແກ່ລູກຄ້າຜູ້ຖືບັດ V-Card ວຽງຈັນເຊັນເຕີ
  • 36 Manor International Sport Hotel ມອບສິດທິພິເສດສ່ວນຫຼຸດໃນຮ້ານອາຫານ 50%  ໃຫ້ແກ່ລູກຄ້າຜູ້ຖືບັດ   V-Card ວຽງຈັນເຊັນເຕີ
  • ໂຮງໝໍກະເສມລາດ ເຕິເນຊັນເເນລ ວຽງຈັນມອບສ່ວນຫຼຸດຄ່າຫ້ອງພັກ 15% ແລະ ຮັບສ່ວນຫຼຸດກວດສຸຂະພາບປະຈຳປີ 20% ໃຫ້ແກ່ລູກຄ້າຜູ້ຖືບັດສະມາຊິກ V-Card ວຽງຈັນເຊັນເຕີ
  • ທະນາຄານ ຮ່ວມພັດທະນາ ຈຳກັດ ມອບສິດທິພິເສດ  ຟີຣຄ່າທຳນຽມການເປີດບັນຊີ ແລະ ຟີຣຄ່າບໍາລຸງຮັກສາບັດ ໃຫ້ແກ່ລູກຄ້າຜູ້ຖືບັດ V-Card  ວຽງຈັນເຊັນເຕີ
  • ທະນາຄານ ເອັສທີ ຈຳກັດ ມອບສິດທິພິເສດ ຟີຣຄ່າທຳ​ນຽ​ມ​ເປີດບັນ​ຊີ ແລະ ຟີຣຄ່າບຳລຸງຮັກສາບັດ ໃຫ້ແກ່ລູກຄ້າຜູ້ຖືບັດສະມາຊິກ    V-Card  ວຽງຈັນເຊັນເຕີ
  • ບໍ​ລິ​ສັດ ເອັສທີ-ເມືອງໄທ ປະກັນໄພ ຈຳ​ກັດ ມອບສິດທິພິເສດ ຊື້ປະກັນໄພຮັບສ່ວນຫຼຸດ 10% ຂອງຄ່າທຳນຽມປີທຳອິດ ແລະ ຂອງສຳມະນາຄຸນໃຫ້ແກ່ລູກຄ້າຜູ້ຖືບັດ V-Card ວຽງຈັນເຊັນເຕີ
  • The Frist Clinic ເປັນສູນຄວາມງາມຄົບ​ວົງ​ຈອນ ມອບສິດທິພິເສດສ່ວນຫຼຸດ 10% ໃຫ້ແກ່ລູກຄ້າຜູ້ຖືບັດສະມາຊິກ V-Card ວຽງຈັນເຊັນເຕີ
  • ​ບໍ​ລິ​ສັດ ເຄື່ອງ​ໃຊ້​ໄຟ​ຟ້າ​ຄົບ​ວົງ​ຈອນ ODIEN Mall ມອບສິດທິພິເສດສ່ວນຫຼຸດ ຫຼື​ຂອງ​ແຖມ​ຕາ​ມ​ທາງ​ຮ້ານ​ກຳ​ນົດ ໃຫ້ແກ່ລູກຄ້າຜູ້ຖືບັດ   ສະ​ມາ​ຊິກ V-Card ວຽງຈັນເຊັນເຕີ
  • ຮ້ານອາຫານ Marktwo ມອບສິດທິພິເສດ ສ່ວນຫຼຸດ 10% ສຳລັບລູກ​ຄ້າ​ຜູ້​ຖື​ບັດສະມາຊິກ Premium Card ວຽງຈັນເຊັນເຕີ
  • ຮ້ານອາຫານຢີ່​ປຸ່ນ Gohobi Sushi ມອບສິດທິພິເສດສ່ວນຫຼຸດ 10% ເມນູອາຫານ ຫຼືເຄື່ອງດື່ມທີ່ທາງຮ້ານກຳນົດ ໃຫ້ແກ່ລູກຄ້າຜູ້ຖືບັດສະມາຊິກ V-Card ວຽງຈັນເຊັນເຕີ
  • ຮ້ານ Mala Hotpot Buffet ມອບສິດທິພິເສດ ສ່ວນຫຼຸດ ຫຼືຂອງແຖມຕາມທີ່ຮ້ານຄ້າກໍານົດ ໃຫ້ແກ່ລູກຄ້າຜູ້ຖືບັດສະ​ມາ​ຊິກ V-Card ວຽງຈັນເຊັນເຕີ
  • ຮ້ານ Mala Café ມອບສິດທິພິເສດສ່ວນຫຼຸດ 10% ຫລືຮັບສິດທິພິເສດຕາມທີ່ຮ້ານຄ້າກໍານົດ ໃຫ້ແກ່ລູກຄ້າຜູ້ຖືບັດ      V-Card ວຽງຈັນເຊັນເຕີ
  • ຮ້ານອາຫານ ເຮືອແພ ຖືກໃຈ ມອບສິດທິພິເສດສ່ວນຫຼຸດ 10% ສຳລັບເມນູອາຫານ (ຍົກເວັ້ນອາຫານBuffet )ໃຫ້ແກ່ລູກຄ້າຜູ້ຖືບັດ V-Card ວຽງຈັນເຊັນເຕີ
  • ສູນອອກກຳລັງກາຍ NIYOM FITNESS ມອບສິດທິພິເສດ ສ່ວນຫຼຸດ 10% ສໍາລັບສະມາຊິກລາຍເດືອນ ໃຫ້​ແກ່​ລູກ​ຄ້າ​ຜູ້​ຖື​ບັດສະມາຊິກ V-Card ວຽງຈັນເຊັນເຕີ
  • ຮ້ານເຄື່ອງຂຽນເຄື່ອງໃຊ້ຫ້ອງການAmice Stationery Store ມອບສິດທິພິເສດສຳ​ລັບສະມາຊິກບັດ  V-Card ວຽງຈັນເຊັນເຕີສະໝັກສະມາຊິກຮ້ານ Amice ຟີຣບໍ່ມີຂັ້ນຕ່ຳ.
error: Content is protected !!