ຕົ້ນປີ 2022 ປະຊາຊົນນຳລົດມາຂຶ້ນທະບຽນກວ່າ 21 ພັນຄັນ ລົດໄຟຟ້າ 257 ຄັນ

ໃນໄລຍະ 5 ເດືອນຕົ້ນປີ 2022 ກອງຄຸ້ມຄອງພາຫະນະ ນະຄອນຫລວງ ວຽງຈັນ (ນວ) ສາມາດໃຫ້ບໍລິການຂຶ້ນທະບຽນລົດແກ່ປະຊາຊົນໄດ້ຈຳນວນ 21,294 ຄັນ ຖ້າທຽບໃສ່ປີຜ່ານມາເພີ່ມຂຶ້ນ 50%; ສາມາດໂອນຊື່, ປ່ຽນປ້າຍ, ປ່ຽນສີ, ປ່ຽນຈັກໄດ້ 23,272 ຄັນ ແລະ ກວດເຕັກນິກລົດໄດ້ 41,047 ຄັນ. ຂະນະດຽວກັນ ກໍມີຜູ້ນຳໃຊ້ລົດໄຟຟ້າມາຂຶ້ນທະບຽນແລ້ວຈຳນວນ 257 ຄັນ ແລະ ຄາດວ່າຈະເພີ່ມຂຶ້ນອີກເລື້ອຍໆ.

ໃນວັນທີ 21 ມິຖຸນາ 2022 ທີ່ຜ່ານມານີ້, ທ່ານ ບຸນປອນ ບຸນສົມຫວັງ ຫົວໜ້າກອງຄຸ້ມຄອງພາຫະນະ ແລະ ການຂັບຂີ່ ນະຄອນຫລວງ ວຽງຈັນ (ນວ) ໄດ້ໃຫ້ສຳພາດຕໍ່ນັກຂ່າວ ວ່າ: ໃນໄລຍະຜ່ານມາ ກອງຄຸ້ມຄອງພາຫະນະ ແລະ ການຂັບຂີ່ ນວ ໄດ້ສຸມໃສ່ປະຕິບັດຕາມທິດຊີ້ນຳຂອງນະຄອນຫລວງ ໃນການແກ້ໄຂບັນຫາຕາມທິດ 3 ຫລຸດ 3 ເພີ່ມ ໂດຍສະເພາະການຫລຸດຜ່ອນອຸບັດ ເຫດຕາມທ້ອງຖະໜົນ ແລະ ຮັບປະກັນການກວດກາເຕັກນິກຍານພາຫະນະ ໃຫ້ໄດ້ຕາມມາດຕະ ຖານ.

ສ່ວນໃນປີ 2021 ທີ່ຜ່ານມາ, ກອງຄຸ້ມຄອງພາຫະນະ ສາມາດໃຫ້ບໍລິການຂຶ້ນທະບຽນລົດໃໝ່ໄດ້ທັງໝົດ 42,015 ຄັນ; ໂອນຊື່, ປ່ຽນປ້າຍ, ປ່ຽນສີ, ປ່ຽນຈັກໄດ້ທັງໝົດ 41,578 ຄັນ ແລະ ກວດເຕັກນິກລົດ 74,381 ຄັນ. ນອກຈາກນີ້, ພວກເຮົາກໍສາມາດຂະຫຍາຍຫ້ອງການໄດ້ 3 ສາຂາ ເພື່ອອຳນວຍຄວາມສະດວກໃຫ້ແກ່ປະຊາຊົນທີ່ຢູ່ເຂດໃກ້ຄຽງ ເຊິ່ງທັງສາມສາຂາແມ່ນສາມາດໃຫ້ບໍລິການ ຄືກັນກັບສຳນັກງານໃຫຍ່ຢູ່ທົ່ງປົ່ງ ເປັນຕົ້ນ ການຂື້ນທະບຽນໃໝ່, ຕໍ່ທະບຽນ, ໂອນກຳມະສິດ, ຕໍ່ໃບຂັບຂີ່ ແລະ ຕິດປ້າຍລົດ ປະກອບມີ: ສາຂາບ້ານສີວິໄລ(ໃກ້ກັບໂຮງຮຽນສອນຂັບລົດນ້ຳຊ່ວງ) ເມືອງ ນາຊາຍທອງ, ໄດ້ເປີດບໍລິການມາແຕ່ວັນທີ 06/01/2020; ສາຂາບ້ານ ໂພນຄຳ (ຫລັກ16), ເມືອງ ໄຊທານີ ໄດ້ເປີດບໍລິການແຕ່ວັນທີ 18/01/2021 ເປັນຕົ້ນມາ ແລະ ສາຂາບ້ານ ດົງໂພສີ (ຕໍ່ໜ້າສາງທ່າບົກ-ທ່ານາແລ້ງ), ເມືອງ ຫາດຊາຍຟອງ ໄດ້ເປີດໃຫ້ບໍລິການໃນວັນທີ 04/01/2022.

ທ່ານ ບຸນປອນ ບຸນສົມຫວັງ ໃຫ້ຮູ້ຕື່ມວ່າ: ໃນປັດຈຸບັນ ມີຫລາຍບໍລິສັດ ທີ່ນຳເຂົ້າລົດໄຟຟ້າ ເຊິ່ງມີຫລາຍລຸ້ນຫລາຍລາຄາ ເຮັດໃຫ້ຜູ້ຊົມໃຊ້ມີທາງເລືອກຫລາຍຂຶ້ນ ແລະ ຈະມີທ່າອ່ຽງໃນການຂະຫຍາຍຕົວຂອງລົດໄຟຟ້ານັບມື້ເພີ່ມຂຶ້ນ ຕາມຄວາມຮຽກຮ້ອງຕ້ອງການຕົວຈິງຂອງສັງຄົມ. ແຕ່ເຖິງຢ່າງໃດກໍຕາມ ບັນຫາທີ່ສຳຄັນທີ່ສຸດກໍຄື ຕ້ອງຮັບປະກັນໄດ້ຄຸນນະພາບ, ຄວາມປອດໄພ ແລະ ສະຖານທີ່ອຳນວຍຄວາມສະດວກໃນການສາກໄຟ ຢູ່ສະຖານທີ່ສາທາລະນະ ແລະ ຈຸດຕ່າງໆ ເພື່ອຮອງຮັບໃຫ້ແກ່ຜູ້ຂັບຂີ່ລົດໄຟຟ້າ.

ຂໍ້ມູນຂ່າວ: ສຸກສະຫວັດ

ພາຍ: ເກດສະໜາ

error: Content is protected !!