ການສະເຫລີມສະຫລອງ ວັນກຳມະກອນສາກົນ ຄົບຮອບ 136 ປີ (1/5/1886-1/5/2022) ທີ່ຈະມາເຖິງນີ້, ຄະນະບໍລິຫານງານສູນກາງສະຫະພັນ ກຳມະບານລາວ ໄດ້ອອກແຈ້ງການເຖິງ ປະທານຄະນະບໍລິຫານງານສະຫະພັນກໍາມະບານກະ ຊວງ, ອົງການ, ແຂວງ ແລະ ນະຄອນຫລວງ ວຽງຈັນ ໃຫ້ຈັດຕັ້ງປາຖະກະຖາຫວນຄືນມູນ ເຊື້ອປະຫວັດຄວາມເປັນມາຂອງວັນກໍາມະກອນສາກົນ ຕາມເງື່ອນໄຂ ແລະ ຄວາມເໝາະສົມຕົວຈິງ ໃນສະພາບການລະບາດພະຍາດ ໂຄວິດ-19.

ສຳລັບບ່ອນໃດທີ່ມີເງື່ອນໄຂ ກໍໃຫ້ຈັດຕັ້ງຂະບວນການຕ່າງໆ ເຊັ່ນ: ຈັດຂະບວນການແຂ່ງຂັນສີມືແຮງງານ, ແຂ່ງຂັນກິລາມວນຊົນ, ອະນາໄມ ຕາມສຳນັກງານ-ອົງການ, ຈັດກິດຈະກຳຖາມ-ຕອບ ກ່ຽວກັບມູນເຊື້ອວັນກຳມະກອນສາກົນ ແລະ ມູນເຊື້ອຂອງຊົນຊັ້ນກຳມະກອນລາວ, ກິດຈະກຳສະແດງສິນລະປະ, ກິດຈະກຳບໍລິຈາກເລືອດຊ່ວຍເຫລືອສັງຄົມ, ສ້າງລະຄອນກ້ອມ ທີ່ມີເນື້ອໃນສ່ອງແສງໃຫ້ເຫັນມູນເຊື້ອຜົນງານການເຄື່ອນໄຫວທີ່ພົ້ນເດັ່ນຂອງຊົນຊັ້ນກຳມະກອນສາກົນ ແລະ ຊົນຊັ້ນກໍາມະກອນລາວ ພ້ອມທັງແນໃສ່ການປົກປ້ອງສິດ ແລະ ຜົນປະໂຫຍດອັນຊອບທຳ ໃຫ້ແກ່ສະມາຊິກກໍາມະບານ, ກຳມະກອນ, ຜູ້ອອກແຮງງານຕາມຄວາມສາມາດຕົວຈິງຂອງແຕ່ລະພາກສ່ວນ ແຕ່ຕ້ອງປະຕິບັດບັນດາມາດຕະການປ້ອງກັນພະຍາດ ໂຄວິດ-19. ທັງນີ້ ກໍເພື່ອເຮັດໃຫ້ການສະເຫລີມສະຫລອງວັນດັ່ງກ່າວ ມີເນື້ອໃນເລິກເຊິ່ງ, ບັນລຸຕາມຈຸດປະສົງ ແລະ ຄາດໝາຍ ແລະ ເພື່ອເປັນການໂຄສະນາສຶກສາອົບຮົມໃຫ້ແກ່ສະມາຊິກກໍາມະບານ, ກໍາມະກອນ ແລະ ຜູ້ອອກແຮງງານລາວ ຮັບຮູ້, ເຂົ້າໃຈກ່ຽວກັບມູນເຊື້ອປະຫວັດຄວາມເປັນມາຂອງວັນກຳມະ ກອນສາກົນ, ການເຕີບໃຫຍ່ຂະຫຍາຍຕົວຂອງຂະບວນການກໍາມະກອນສາກົນ, ຕິດພັນກັບການເຕີບໃຫຍ່ຂະຫຍາຍຕົວຂອງຊົນຊັ້ນກຳມະກອນລາວ, ຜົນງານການປະກອບສ່ວນປົກປັກຮັກສາ ແລະ ພັດທະນາປະເທດຊາດ ຂອງຊົນຊັ້ນກໍາມະກອນ ລາວ.

ພ້ອມກັນນີ້, ກໍເພື່ອເປັນການເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ, ລັກສະນະດີເລີດຂອງຊົນຊັ້ນກຳ ມະກອນລາວ ພາຍໃຕ້ການນໍາພາ ຂອງພັກປະຊາຊົນປະຕິວັດລາວແນໃສ່ປຸກລະດົມ ແລະ ສ້າງຈິດສຳນຶກໃຫ້ແກ່ສະມາຊິກກໍາມະບານ, ກໍາມະກອນ ແລະ ຜູ້ອອກແຮງງານລາວ ໃຫ້ມີຄວາມບຸກບືນ, ຕັ້ງໜ້າປະກອບສ່ວນເຂົ້າໃນການເຄື່ອນໄຫວວຽກງານກໍາມະບານ ແລະ ເພື່ອເປັນການປຸກລະດົມ ສ້າງຂະບວນການແຂ່ງຂັນໃນການປະຕິ ບັດໜ້າທີ່ວິຊາສະເພາະ, ຂະບວນການປະຕິບັດວິໄນໃນການອອກແຮງງານ ແລະ ປະຕິບັດຂໍ້ແຂ່ງຂັນ 5 ເປັນເຈົ້າຂອງສະຫະພັນກຳມະບານລາວ ຕິດພັນກັບຂໍ້ແຂ່ງຂັນ “ຮັກຊາດ ແລະ ພັດທະນາ” ໃຫ້ເປັນຂະບວນການຟົດຟື້ນ ແລະ ກວ້າງຂວາງ.
Panasonic Lumix DMC-TZ A strong all-rounder that's packed with useful features, but Sony was the first to put a 30x zoom in a compact camera with its Sony Manual focus is particularly well implemented, thanks to the. GM decided to cancel the production year model and started the model year Corvettes early.