ພົບແຂ້ວເດັກເກົ່າແກ່ 1.3 ແສນປີ ໃນລາວ

ມີການຄົ້ນພົບ ຟອສຊິລ (fossil: ຊາກດຶກດໍາບັນ) ແຂ້ວຂອງມະນຸດບູຮານ 1 ເຫຼັ້ມ ທີ່ຖໍ້າຫິນປູນ ໃນພູເຂົາອັນນໍາ (Annamite Mountains) ສ່ວນທີ່ຢູ່ທາງພາກກາງຂອງ ລາວ ໂດຍຜູ້ຊ່ຽວຊານເຊື່ອວ່າ ແຂ້ວນີ້ເປັນຂອງເດັກຍິງເຊື້ອສາຍ ເດນິໂຊວານ (Denisovan) ມະນຸດບູຮານ ທີ່ໄດ້ສູນພັນໄປແລ້ວ ເມື່ອປະມານ 40,000 ປີກ່ອນ.

ທີມນັກບັນພະມະນຸດວິທະຍາ ນານາຊາດ ທັງຈາກ ລາວ, ອາເມຣິກາ ແລະ ຫຼາຍປະເທດໃນ ຢູໂຣບ ຮ່ວມກັນສະເໜີຜົນການຄົ້ນພົບຫຼ້າສຸດ ໃນ ວານລະສານ Nature Communications ໂດຍລະບຸວ່າ ຟອສຊິລແຂ້ວ ດັງກ່າວ ມີອາຍຸເກົ່າແກ່ ລະຫວ່າງ 131,000 – 164,000 ປີ ແລະ ໜ້າຈະເປັນຂອງເດັກຍິງອາຍຸພຽງ 3.5 – 8.5 ປີ ເນື່ອງຈາກເຄືອບແຂ້ວຫາກໍຈະພັດທະນາຕົວມາຢູ່ໃນສະພາບສົມບູນໄດ້ບໍ່ດົນ ກ່ອນຈະເສຍຊີວິດ ແລະ ບໍ່ພົບຮ່ອງຮອຍ ການສູນເສຍສ່ວນໃດໜຶ່ງຂອງແຂ້ວ.

ຖ້າຫາກໄດ້ຮັບການຢັ້ງຢືນຢ່າງເປັນທາງການ ວ່າ ຟອສຊິລແຂ້ວດັງກ່າວ ເປັນຂອງມະນຸດເດນິໂຊວານ ແທ້ໆ ນີ້ຈະເປັນຫຼັກຖານທໍາອິດທີ່ຢັ້ງຢືນ ການມີຢູ່ຂອງມະນຸດບູຮານສາຍພັນເລິກລັບ ໃນດິນແດນເອເຊຍຕາເວັນອອກສຽງໃຕ້ ຫຼັງຈາກເມື່ອຫຼາຍສິບປີກ່ອນ ມີການຄົ້ນພົບ ຟອສຊິລກະດູກສ່ວນຕ່າງໆ ຂອງ ເດນິໂຊວານ ທີ່ພູເຂົາອັລໄຕ ໃນ ໄຊບີເຣຍ ແລະ ບໍລິເວນເຂດເນີນສູງທິເບດ ເທົ່ານັ້ນ.

ລາຍງານວິໄຈລະບຸວ່າ ພົບຟອສຊິລແຂ້ວດັງກ່າວໃນ “ຖໍ້າງູເຫົ່າ 2” ຫ່າງຈາກ ນະຄອນຫຼວງວຽງຈັນ ໄປທາງເໜືອປະມານ 150 ກິໂລແມັດ ໂດຍເປັນແຂ້ວເຫຼັ້ມໃຫຍ່ ທີ່ມີລັກສະນະຄືແຂ້ວກົກ ຂອງ ເດນິໂຊວານ ຊຶ່ງເຄີບພົບໃນຖໍ້າບໍລິເວນເຂດເນີນສູງສູງທິເບດ ເມື່ອຊ່ວງທົດສະວັດ 1980. ນອກນີ້ ຍັງມີຄວາມແຕກຕ່າງອື່ນໆ ທີ່ຜິດໄປຈາກ ແຂ້ວຂອງມະນຸດຍຸກໃໝ່ ຫຼື ໂຮໂມເຊປຽນ ລວມທັງເບິ່ງບໍ່ຄືກັບແຂ້ວຂອງ ໂຮໂມອິເຣກຕັສ (ສູນພັນແລ້ວ) ອີກດ້ວຍ.

ແນວໃດກໍຕາມ, ຍັງບໍ່ອາດຢັ້ງຢືນໄດ້ 100% ວ່າ ຟອສຊິລແຂ້ວນີ້ ເປັນຂອງມະນຸດ ເດນິໂຊວານ ເນື່ອງຈາກ ຍັງບໍ່ໄດ້ມີການສະກັດ DNA ຈາກເນື້ອແຂ້ວມາວິເຄາະ. ຜູ້ຊ່ຽວຊານບາງລາຍເບິ່ງວ່າ ຟອສຊິລດັງກ່າວ ອາດເປັນຂອງມະນຸດບູຮານສາຍພັນໃກ້ຄຽງກັນ ເຊັ່ນ ມະນຸດນິແອນເດີທັລ (ສູນພັນແລ້ວ) ຫຼື ອາດເປັນຂອງລູກຜະສົມຂ້າມສາຍພັນກໍເປັນໄດ້.

ທີມຜູ້ວິໄຈກັງວົນວ່າ ສານພັນທຸກໍາ ທີ່ຢູ່ໃນເນື້ອແຂ້ວ ຊຶ່ງສໍາຜັດກັບດິນ ແລະ ສະພາບອາກາດຮ້ອນຊຸ່ມມາດົນກວ່າແສນປີ ອາດໄດ້ຮັບຄວາມເສຍຫາຍໜັກ ຈົນສູນສິ້ນໄປໝົດແລ້ວ. ແຕ່ເຂົາເຈົ້າມີໂຄງການ ທີ່ຈະລອງກວດວິເຄາະ DNA ຂອງ ຟອສຊິລແຂ້ວນີ້ເບິ່ງໃນອະນາຄົດ ຊຶ່ງຜົນທີ່ໄດ້ ອາດຊ່ວຍຢັ້ງຢືນວ່າ ເຜົ່າພັນມະນຸດເດນິໂຊວານ ມີການແພ່ກະຈາຍປະຊາກອນ ໃນວົງກວ້າງລົງມາທາງຊີກໂລກໃຕ້ ຈົນໄດ້ຜະສົມພັນກັບ ມະນຸດຍຸກໃໝ່ ແລະ ເຮັດໃຫ້ຊາວເອເຊຍບາງສ່ວນ ເຊັ່ນ ຊົນພື້ນເມືອງໃນ ຟິລິບປິນ ແລະ ອອສເຕເລຍ ມີຢີນຂອງບັນພະບູລຸດ ທີ່ເປັນ ເດນິໂຊວານ ຢູ່ຈົນຮອດທຸກມື້ນີ້.

ອະທິບາຍພາບ:

– ພາບຈໍາລອງໃບໜ້າຂອງມະນຸດ ເດນິໂຊວານ ຊຶ່ງສ້າງຂຶ້ນເມື່ອປີ 2019 ຈາກຂໍ້ມູນ DNA ໃນກະດູກນິ້ວມື

– ຟອສຊິລແຂ້ວ ຊຶ່ງຂຸດພົບທີ່ ຖໍ້າງູເຫົ່າ 2

ຂໍ້ມູນຈາກ: https://www.bbc.com/thai/international-61584506

error: Content is protected !!