ລົດຈັກລຸ້ນນີ້ ປະຢັດນໍ້າມັນ 71 ກມ/ລິດ

ຖ້າເອີ່ຍເຖິງເລື່ອງລົດໃນຍຸກນີ້ ຜູ້ຊົມໃຊ້ມັກໃຫ້ຄວາມສໍາຄັນກັບ ການປະຢັດນໍ້າມັນ ຊຶ່ງລົດລຸ້ນນີ້ສາມາດປະຢັດນໍ້າມັນໄດ້ເຖິງ 71.4 ກິໂລແມັດ (ກມ) ຕໍ່ 1 ລິດ ນັ້ນກໍຄື New Honda Wave 125i.

New Honda Wave 125i ມາພ້ອມກັບ ລະບົບໄຟໜ້າ LED Headlight ຫຼູຫຼາ ສ່ອງແສງທັນທີທີ່ຕິດຈັກລົດ, ມີການອອກແບບທີ່ໃຫ້ຂໍ້ມູນລະອຽດຕ່າງໆ, ສ້າງຄວາມໝັ້ນໃຈດ້ວຍລະບົບກະແຈນິລະໄພ ມາພ້ອມກັບມ່ານປິດຊ່ອງກະແຈ ໃຫ້ຄວາມສະດວກ, ປອດໄພ, ໃຊ້ງານງ່າຍ ຄື ພຽງກົດກະແຈ ກໍເປີດກ່ອງໃຕ້ເບາະທັນທີ. ສ່ວນຖັງນໍ້າມັນ ບັນຈຸ 5.4 ລິດ ຫຼືຖ້າໃສ່ນໍ້າມັນເຕັມຖັງ ສາມາດແລ່ນໄດ້ເຖິງ 355 ກມ. ມັນເປັນເຄື່ອງຈັກ 125cc 4 ຈັງຫວະ, ລະບົບຫົວສີດ PGM-FI ໃຫ້ອັດຕາເລັ່ງດີເລີດ.

ລາຄາຂາຍໃນປະເທດໄທ ແມ່ນ 53,800 ບາດ ຫາ 56,000 ບາດ ໂດຍອີງຕາມແຕ່ລະລຸ້ນ ແລະ ສີ.

error: Content is protected !!